ມາຮູ້ຈັກກັບ “ສຸນິສາ ລີ” ນັກກິລາຍິມນາສຕິກອາເມລິກາທີ່ສາມາດຍາດໄດ້ຫຼຽນຄຳ ຈາກ Tokyo Olympics 2020


ສຸນິສາ ລີ ເກີດໃນວັນທີ 9 ມີນາ 2003 ທີ່ ເມືອງເຊນປອນ (Saint Paul) ເມືອງຫຼວງຂອງລັດ ມິເນໂຊຕາ (Minnesota), ສະຫະລັດອາເມລິກາ. ອາໄສຢູ່ນຳ ພໍ່ແມ່ ແລະ ອ້າຍເອື້ອຍນ້ອງ 5 ຄົນ.

ສຸນິສາ ເລີ່ມຫຼິ້ນຍິມນາສຕິກຕັ້ງແຕ່ອາຍຸ 6 ປີ ທີ່ສູນກິລາຍິມນາສຕິກ ມິສເວັດ ໃນເມືອງ ລິເຕີນແຄນນາດາ, ລັດມິເນໂຊຕາ ຫຼັງຈາກທີ່ເລີ່ມຫຼິ້ນໄດ້ 1 ປີ ລາວກໍເລີ່ມລົງແຂ່ງຂັນຍິມນາສຕິກໃນເວທີຕ່າງໆ ພ້ອມກັບເລື່ອນຂັ້ນຄວາມສາມາດມາເລື້ອຍໆ ຈົນຮອດອາຍຸໄດ້ 11 ປີ ສຸນິສາແມ່ນໄດ້ຢູ່ໃນກຸ່ມນັກກິລາຍິມນາສຕິກລະດັບຊຳນານ.

ໃນປີ 2017, ສຸນິສາ ໄດ້ຕິດທີມຊາດເຍົາວະຊົນ ແລະ ໄປລົງແຂ່ງໃນລະດັບນານາຊາດທີ່ ຍິມນິກ ອິນເຕີເນຊັນເເນວ ຈູເນຍຄັບ (Gymnix International Junior Cup) ແລະ ສາມາດຍາດໄດ້ຫຼຽນຄຳໃນການແຂ່ງຂັນແບບແຂ່ງເປັນທີມ ແລະ ໄດ້ຫຼຽນເງິນຈາກການແຂ່ງແບບ ຢູເນເວັນ ບາ (Uneven bars).

ໃນປີ 2018, ສຸນິສາ ໄດ້ຖືກສະເໜີໃຫ້ເຂົ້າຮ່ວມທີມໃນການແຂ່ງຂັນ Rim Gymnastics Championships ແລະ ລາວກໍໄດ້ຮັບຮາງວັນຫຼຽນທອງໃຫ້ກັບທີມຂອງສະຫະລັດອາເມລິກາໃນການແຂ່ງຂັນຮອບສຸດທ້າຍ ແລະ ຍັງໄດ້ຮັບຫຼຽນເງິນຈາກການແຂ່ງ 3 ປະເພດ: ໄດ້ແກ່ ແບບຄ້ຳທໍ່ (vault), ຄານຊົງຕົວ (balance beam) ແລະ ຟໍ ເອັກເຊີຊາຍ (floor exercise). ນອກຈາກນັ້ນ, ໃນປີດຽວກັນ ລາວກໍຍັງໄດ້ເຂົ້າຮ່ວມແຂ່ງຂັນຕື່ມອີກຫຼາຍໆການແຂ່ງຂັນເຊັ່ນ: 2018 U.S. Classic, U.S. National Championships 2018 ເປັນຕົ້ນ ແລະ ເກືອບທຸກງານແຂ່ງແມ່ນຈະໄດ້ຮັບຮາງວັນ.

ເດືອນກັນຍາ ປີ 2019, ສຸນິສາ ໄດ້ອັນດັບ 2 ຮອງຈາກ ຊີໂມນ ໄບລສ ໂດຍຄະແນນຫ່າງກັນພຽງແຕ່ 0,350 ຄະແນນ ໃນການແຂ່ງຂັນ US World Championships. ຫຼັງຈາກນັ້ນມື້ຕໍ່ມາ ລາວກໍໄດ້ຖືກສະເໜີໃຫ້ຮ່ວມທີມ ໃຫ້ເຂົ້າຮ່ວມການແຂ່ງຂັນຊິງແຊ້ມໂລກຮຸ່ນອາວຸໂສ ໂດຍທີ່ລາວເປັນຄົນດຽວໃນສະມາຊິກທີ່ບໍ່ມີປະສົບການໃນການແຂ່ງຂັນຊິງແຊ້ມໂລກມາກ່ອນ.

ແລະ ຫຼ້າສຸດ ສຸນິສາ ກໍໄດ້ຮັບຮາງວັນຊະນະເລີດ ຫຼຽນຄຳ ໃຫ້ແກ່ທີມຊາດສະຫະລັດອາເມລິກາ ຈາກ Tokyo Olympics 2020 ທີ່ນະຄອນໂຕກຽວ, ປະເທດຍີ່ປຸ່ນ ເຮັດໃຫ້ລາວໄດ້ກາຍເປັນຄົນທີ່ມີຊື່ສຽງໄດ້ພຽງຂ້າມຄືນເລີຍກໍວ່າໄດ້.

ທີ່ມາ:

https://bit.ly/3zVYpAN

https://bit.ly/3xi3IbU

ພາບ: L’OFFICIEL USA, The Athletic,Today in 24 English

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/