ມາຮູ້ຈັກກັບ “ເຄື່ອງກວດໂຄວິດດ້ວຍຕົນເອງ” ຮູ້ຜົນພາຍໃນເວລາບໍ່ກາຍ 30 ນາທີ


ປັດຈຸບັນ, ຫຼາຍໆປະເທດໃນທົ່ວໂລກກຳລັງປະສົບກັບບັນຫາການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ມີຈຳນວນເພີ່ມຂຶ້ນເລື້ອຍໆ ເຊິ່ງໜຶ່ງໃນຂັ້ນຕອນຮັກສາ ກໍມີການກວດຫາເຊື້ອເປັນຂັ້ນຕອນໃນໄລຍະທຳອິດເລີຍກໍວ່າໄດ້. ໃນຂັ້ນຕອນນີ້ແມ່ນຕ້ອງໄດ້ເຮັດກັບທຸກຄົນທີ່ເປັນກຸ່ມສ່ຽງ, ທັງເວລາ ແລະ ອຸປະກອນຂອງລະບົບສາທາລະນະສຸກໃນຫຼາຍປະເທດຈຶ່ງບໍ່ພຽງພໍ ເປັນເຫດໃຫ້ຫຼາຍປະເທດຕ້ອງເລັ່ງຫາອຸປະກອນທີ່ທັນສະໄໝ, ວ່ອງໄວ ແລະ ຊັດເຈນກວ່າເກົ່າ.

ດັ່ງນັ້ນ ນັກວິທະຍາສາດ ຫຼື ນັກຄົ້ນຄວ້າຈາກນານາປະເທດຈຶ່ງໄດ້ຄິດຄົ້ນ “ຊຸດກວດເຊື້ອດ້ວຍຕົນເອງ” ຫຼື “Rapid Antigen Test” ເຊິ່ງເປັນສິ່ງທີ່ສາມາດກວດຫາເຊື້ອໄດ້ແບບເລັ່ງດ່ວນ ແລະ ມີໂອກາດສາມາດພົບເຊື້ອໄດ້ຕັ້ງແຕ່ 3–5  ມື້ທຳອິດຫຼັງຈາກຕິດເຊື້ອ ພ້ອມກັບຮູ້ຜົນພາຍໃນ 15–30 ນາທີ ດັ່ງນັ້ນອຸປະກອນນີ້ຈຶ່ງສາມາດນຳມາໃຊ້ເພື່ອຄັດຜູ້ປ່ວຍໃນເບື້ອງຕົ້ນ ແລະ ຊ່ວຍໃຫ້ແພດສາມາດແຍກຜູ້ຕິດເຊື້ອໄປກັກຕົວໄດ້ຢ່າງວ່ອງໄວ.

ໂດຍວິທີນຳໃຊ້ກໍແມ່ນບໍ່ຍາກ ພຽງແຕ່ເຮັດຕາມຂັ້ນຕອນດັ່ງນີ້:

  • ລ້າງມືໃຫ້ສະອາດກ່ອນເຮັດການກວດເຊື້ອ ແລະ ໃສ່ຖົງມື.
  • ກວດສອບຄູ່ມືຂອງຊຸດກວດແຕ່ລະຍີ່ຫໍ້ ແລະ ກວດມື້ໝົດອາຍຸ.
  • ເອົາອຸປະກອນອອກມາໃຫ້ພ້ອມ.
  • ເລີ່ມຈາກກວດໂດຍການເອົາໄມ້ສຳລີເຂົ້າໄປໃນຮູດັງທັງ 2 ຂ້າງ ແລະ ໝຸນເພື່ອເກັບຕົວຢ່າງ 10 ຄັ້ງ.
  • ຈຸ່ມໄມ້ສຳລີທີ່ມີຕົວຢ່າງລົງໄປໃນຫຼອດນ້ຳຢາ, ປິດຝາຈຸກກັບຫຼອດນ້ຳຢາ ຫຼັງຈາກນັ້ນກໍຢອດລົງໄປໃນອຸປະກອນທົດສອບ 3 ຄັ້ງ.
  • ລໍຖ້າເບິ່ງຜົນກວດ (ສາມາດເບິ່ງຜົນກວດວ່າ ບວກຫຼື ລົບໄດ້ຕາມຮູບ).

ແນວໃດກໍຕາມ, ກໍຍັງມີນັກຄົ້ນຄວ້າບາງກຸ່ມທີ່ບໍ່ເຫັນດີກັບການກວດຫາເຊື້ອດ້ວຍວິທີນີ້ ເພາະຍັງບໍ່ສາມາດໝັ້ນໃຈກັບຜົນກວດວ່າຈະແນ່ນອນຄືກັບການກວດເຊື້ອແບບ RT-PCR ທີ່ໃຊ້ເວລາປະມານ 24-28 ຊົ່ວໂມງ ຫຼື ບໍ່ ເຊິ່ງຈະເປັນແນວໃດຕໍ່ກໍລໍຖ້າຕິດຕາມໄປພ້ອມກັນ.

ທີ່ມາ:

ພາບ: WVEC, C&EN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/