ສີລິນາ ແຂ່ງກິລາແລ່ນ-ລານ 100 ແມັດ ໄດ້ເຂົ້າເປັນອັນດັບທີ 6 ດ້ວຍເວລາ 12:41 ວິນາທີ


ສີລິນາ ພະອຳໄພ ນັກກິລາແລ່ນ-ລານ ທີມຊາດລາວ ຕົວແທນ ສປປ ລາວ ໄປແຂ່ງຂັນ Tokyo Olympics 2020 ໃນວັນທີ 30 ກໍລະກົດ ເວລາ 9:40-10:28. ການແຂ່ງຂັນກິລາແລ່ນ-ລານ ລາຍການແລ່ນ 100 ແມັດ ມີນັກກິລາເຂົ້າຮ່ວມການແຂ່ງຂັນເຖິງ 70 ກວ່າຄົນຈາກ​ 50 ກວ່າປະເທດ, ສີລິນາ ໄດ້ຈົບທີ່ອັນດັບທີ 6 ຈາກທີ່ມີນັກກິລາກວ່າ 70 ຄົນ, ຖືໄດ້ວ່າເປັນອີກນັກກິລາລາວເຮົາທີ່ສາມາດທຳລາຍສະຖິຕິຕົນເອງໄດ້ 0.11 ວິນາທີ ຈາກຜົນງານໃນການແຂ່ງຂັນຊິງແຊ້ມອາຊີ ທີ່ເຮັດໄດ້ 12.52 ວິນາທີ.

ຈາກທີ່ທຳລາຍສະຖິຕິໄດ້ ແລະ ໄດ້ຈົບອັນດັບທີ 6 ສະແດງໃຫ້ເຫັນເລີຍວ່າ ສີລິນາ ເຮັດເຕັມທີ່ຈົນສຸດຄວາມສາມາດ ເຊິ່ງຕະຫຼອດໄລຍະທີ່ເປັນນັກກິລາ ກໍມີຄວາມດຸໝັ່ນຂະຫຍັນພຽນໃນການຝຶກຊ້ອມມາໂດຍຕະຫຼອດ.

ຂໍຊົມເຊີຍ ສີລິນາ ທີ່ເປັນນັກກິລາທີ່ມີຜົນງານດີເດັ່ນສະເໝີມາ ສາມາດເຮັດໃຫ້ຄົນລາວເຮົາພູມໃຈ ທີ່ໄດ້ມາຮອດຈຸດນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/