ເສກສັນ ໄຊສະນັ່ນ ຈາກເດັກນ້ອຍທີ່ຮັກໃນວົງການເຕະບານ ຈົນໄດ້ກາຍມາເປັນຮອງປະທານສະຫະພັນຟຸດຊໍ ແລະ ມີທຸລະກິດສ່ວນຕົວ


ທ້າວ ເສກສັນ ໄຊສະນັ່ນ ຫຼື ຟຸກ ຮອງປະທານສະຫະພັນຟຸດຊໍແຫ່ງນະຄອນຫຼວງວຽງຈັນ ເປັນບຸກຄົນທີ່ມີຮູບຮ່າງໜ້າຕາດີ, ຫຼາກຫຼາຍຄວາມສາມາດ ແລະ ມີຄວາມມັກໃນການເຕະບານຕັ້ງແຕ່ສະໄໝຍັງໜຸ່ມນ້ອຍ, ຝຶກຊ້ອມຢ່າງດຸໝັ່ນຂະຫຍັນພຽນ, ຕັ້ງໃຈປະຕິບັດຕໍ່ກົດລະບຽບທີ່ວາງອອກ, ເອົາໃຈໃສ່ທຸກລາຍລະອຽດຂອງການຝຶກ, ບໍ່ເສເພກັບສິ່ງມຶນເມົາ. ໃນອະດີດນັ້ນເຄີຍເປັນນັກກິລາທີມຊາດລາວ ຕໍາແໜ່ງຜູ້ຮັກປະຕູຟຸດຊໍ ເຊິ່ງເລີ່ມຕິດທີມຊາດຕັ້ງແຕ່ອາຍຸ 17 ປີ, ໃນປະສົບການຂອງໜຸ່ມຟຸກແມ່ນເຄີຍໄດ້ແຊ້ມຟຸດຊໍທີ່ແຂວງອຸດົມໄຊ ແລະ ມີຜົນງານທາງດ້ານວົງການບັນເທີງ ເຊິ່ງໄດ້ເປັນນາຍແບບ, ຖ່າຍໂຄສະນາ, ມິວສິກວີດີໂອຕ່າງໆ ຈົນໄດ້ຮາງວັນປະກວດລາວຊຸບເປີໂມເດວອີກດ້ວຍ.

ປັດຈຸບັນນີ້ ໜຸ່ມຟຸກຍັງມີທຸລະກິດເປັນຂອງໂຕເອງ ຄືມີແບຣນເສື້ອຜ້າກິລາລວມທັງອຸປະກອນກິລາຊື່ຮ້ານວ່າ X BRAND SPORTS ແລະ ຍັງມີບໍລິສັດ SEKSANH EVENTS AND ORGANIZER, ນອກຈາກນີ້ ຍັງມີເສກສັນ ອະສັງຫາ SEKSANH REAL ESTATE ອີກດ້ວຍ. ຜ່ານປະສົບການທີ່ໜຸ່ມຟຸກມີ ຕົນເອງຈຶ່ງຖືກເລືອກເປັນຮອງປະທານສະຫະພັນຟຸດຊໍນະຄອນຫຼວງ.

ໜຸ່ມຟຸກແມ່ນຄົນແຂວງໄຊຍະບູລີ ບ້ານສີບຸນເຮືອງ ເມືອງຫົງສາ ເກີດໃນຄອບຄົວຖານະປານກາງ ມີເອື້ອຍ 1 ຄົນ ແລະ ພໍ່ແມ່, ໜຸ່ມຟຸກມັກຫຼິ້ນກິລາແຕ່ຍັງນ້ອຍ ໂດຍເມື່ອກ່ອນແມ່ນໄດ້ເປັນນັກເຕະກອງ ຫຼັງ, ກອງກາງ, ປີກຊ້າຍ-ຂວາ ແລະ ເປັນຜູ້ຮັກສາປະຕູ, ມັກຮັກໃນວົງການເຕະບານຕັ້ງແຕ່ຢູ່ ມ 5, ແຕ່ລະມື້ແມ່ນຕັ້ງໃຈຝຶກຊ້ອມ ຈົນໄດ້ຕິດທີມໂຮງຮຽນ, ເມືອງ, ແຂວງ ແລະ ລະດັບທີມຊາດ.

ໃນປີຕໍ່ມາຟຸກກໍໄດ້ມາຮຽນທີ່ວຽງຈັນ ແຕ່ຟຸກກໍຍັງໄປຄັດຕົວນັກກິລາເກືອບທຸກທີມທີ່ເປີດຮັບສະໝັກນັກກິລາ ແຕ່ກໍຜິດຫວັງ. ຈົນມາໄດ້ສະໝັກທີ່ທີມລ້ານຊ້າງ ເຮັດໃຫ້ຜູ້ໃຫຍ່ໄດ້ເຫັນເຖິງຄວາມສາມາດ ແລະ ຄວາມຕັ້ງໃຈທີ່ຟຸກມີ, ຜູ້ໃຫຍ່ເລີຍຊວນໄປຝຶກຊ້ອມກິລາຟຸດຊໍ ແລະ ຟຸກກໍຄວ້າເອົາໂອກາດນັ້ນ. ຫຼັງຈາກຝຶກຊ້ອມຢ່າງໜັກ ທາງທີມກໍໄດ້ໄປຄັດຕົວນັກກິລາທີມຊາດຢູ່ແຂວງອຸດົມໄຊ ໃນປີ 2015 ແລະ ໄດ້ຕິດທີມແຂວງວຽງຈັນ, ໄດ້ແຊ້ມຟຸດຊໍ ແລະ ໄດ້ຫຼຽນຄໍາ.

ປັດຈຸບັນໜຸ່ມຟຸກ ຍັງມີແຜນຢາກຈະພັດທະນາວົງການກິລາຟຸດຊໍຢູ່ໃນນະຄອນຫຼວງ ຫຼື ທົ່ວປະເທດໃຫ້ກວ້າງໄກ ມີການເຄື່ອນໄຫວໃຫ້ຜູ້ຄົນໄດ້ຕິດຕາມ, ພ້ອມທັງຍັງຄັດເລືອກເອົານັກກິລາທີ່ມີຄວາມເກັ່ງມາຢູ່ໃນສະຫະພັນຟຸດຊໍ ເພື່ອສົ່ງເຂົ້າໄປແຂ່ງຂັນໃນລາຍການຕ່າງໆ.

ຂອບໃຈຂໍ້ມູນຈາກ:

https://web.facebook.com/watch/live/?v=2828243464107109&ref=watch_permalink