ໄອເດຍສຸດລ້ຳ! ເກີບທີ່ເຮັດຈາກຈຸລິນຊີທຳມະຊາດ!


ມື້ນີ້ເຮົາຈະພາມາຮູ້ຈັກນະວັດຕະກຳໃໝ່ຊື່ວ່າ “This is grown” ເປັນໂປຣເຈັກເກີບທີ່ເຮັດຈາກໃຍຈຸລິນຊີທີ່ເຕີບໃຫຍ່ຕາມທຳມະຊາດ ນ້ຳໜັກເບົາ ແລະ ແຂງແຮງ ຖືວ່າເປັນວັດສະດຸແຫ່ງອະນາຄົດ.

ນັກອອກແບບ Jen Keane ສ້າງເກີບຜ້າໃບດ້ວຍການທໍຈຸລິນຊີທີ່ມາຈາກຂະບວນການເຕີບໃຫຍ່ຕາມທຳມະຊາດເອີ້ນວ່າ K.ehaeticus ໂດຍຂໍ້ດີຂອງມັນແມ່ນ ບໍ່ຕ້ອງໃຊ້ວີທີການຫຍິບ ແຕ່ເຊື່ອມກັນດ້ວຍເຊວລູໂລສທີ່ໄດ້ມາຈາກຈຸລິນຊີ.

ນອກຈາກນີ້ ເກີບດັ່ງກ່າວຍັງສາມາດປັບຮູບຊົງໄດ້ຕາມແບບທີ່ຕ້ອງການ ດ້ວຍການໃຊ້ຊີວະວິທະຍາສັງເຄາະ (Synthetic Biology) ເພື່ອຄວບຄຸມວິທີການເຕີບໃຫຍ່ຂອງຈຸລິນຊີ.

ຢ່າງໃດກໍຕາມ ເສັ້ນໃຍທຳມະຊາດດັ່ງກ່າວຖືກນຳມາໃຊ້ໃນສ່ວນເທິງຂອງເກີບຢ່າງດຽວ ບໍ່ລວມພື້ນເກີບແຕ່ຢ່າງໃດ ເຮັດໃຫ້ຕອນນີ້ This is grown ເປັນເກີບໄຮບຣິດຢູ່ ເຊິ່ງໃນອະນາຄົດເຮົາອາດຈະໄດ້ເຫັນສິນຄ້າປ່ຽນໂລກຈາກຈຸລິນຊີອື່ນໆອີກ.

ທີ່ມາ: