“ໂລງສົບທີ່ມີຊີວິດ” ເຮັດຈາກ “ເຫັດ” ສາມາດຍ່ອຍສະຫຼາຍໄດ້ ເພີ່ມຄຸນຄ່າໃຫ້ແກ່ດິນ


ປົກກະຕິແລ້ວ ໂລງສົບສ່ວນໃຫຍ່ຈະເຮັດຈາກໄມ້ ເພື່ອງ່າຍໃນການເຜົາ ຫຼື ຝັງ ແຕ່ນັ້ນແມ່ນຕ້ອງແລກກັບການທຳລາຍສິ່ງແວດລ້ອມໂດຍການເຜົາໄໝ້ ປ່ອຍຄາບອນຂຶ້ນສູ່ຊັ້ນບັນຍາກາດ ແລະ ການຝັງກໍເປັນການລົດພື້ນທີ່ໃຊ້ສອຍຊັບພະຍາກອນດິນໃຫ້ເຫຼືອໜ້ອຍລົງ.

Bob Hendrikx ນັກວິໄຈ ຈາກມະຫາວິທະຍາໄລເທັກໂນໂລຢີ Delft ທີ່ຕ້ອງການກຳຈັດສານພິດອອກຈາກຮ່າງກາຍຂອງຜູ້ເສຍຊີວິດ ແລະ ໃຫ້ມັນຍ່ອຍສະຫຼາຍກາຍເປັນປຸ໋ຍບຳລຸງດິນ ລາວຈຶ່ງໄດ້ອອກແບບໂລງສົບທີ່ເຮັດມາຈາກ “ໄມຊີລຽມ” (mycelium) ຫຼືເສັ້ນໃຍຂອງເຫັດຣາ ວັດສະດຸແຫ່ງອະນາຄົດທີ່ເລີ່ມຖືກເອົາມາໃຊ້ຢ່າງກວ້າງຂວາງ ມາຜະລິດເປັນໂລງສົບ “Loop”.

ໄມຊີລຽມ ເປັນກຸ່ມຂອງເສັ້ນໃຍ ເຊິ່ງໂດຍທົ່ວໄປແລ້ວແມ່ນຈະແຜ່ກະຈາຍຢູ່ໃຕ້ພື້ນດິນ ແລ້ວພັດທະນາມາເປັນດອກເຫັດທີ່ພົ້ນຂຶ້ນມາຈາກພື້ນດິນ ສິ່ງທີ່ພິເສດແມ່ນ ມັນສາມາດກຳຈັດສານພິດທີ່ຢູ່ໃຕ້ພື້ນດິນໄດ້ພ້ອມ,​ ນັ້ນຈຶ່ງເຮັດໃຫ້ໂລງສົບ Loop ເປັນໂລງສົບທີ່ຊ່ວຍໃຫ້ຮ່າງຂອງຜູ້ເສຍຊີວິດ ສາມາດຍ່ອຍສະຫຼາຍກາຍເປັນໜຶ່ງດຽວກັບທຳມະຊາດໄດ້ໂດຍບໍ່ມີສານພິດຕົກຄ້າງ.

ຜົນການທົດລອງພົບວ່າ ໂລງສົບ Loop ຈະຍ່ອຍສະຫຼາຍພາຍໃນ 30-45 ມື້ ຕາມສະພາບອາກາດຂອງປະເທດເນເທີແລນ ແລະ ສົບຂອງຜູ້ເສຍຊີວິດຈະຍ່ອຍສະຫຼາຍໃນໄລຍະເວລາ 2-3 ປີ ເຊິ່ງໄວກວ່າການຝັງສົບໃນໂລງສົບໄມ້ທົ່ວໄປ ທີ່ຕ້ອງໃຊ້ເວລາຫຼາຍກວ່າ 10 ປີ.

ຂອບໃຈຂໍ້ມູຈາກ:
https://bit.ly/2OANQRw
https://vimeo.com/459343793

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/