ເຈົ້າໜ້າທີ່ເຂັ້ມງວດ ກວດກາລົດທີ່ຈະຂຶ້ນທາງດ່ວນວຽງຈັນ-ວັງວຽງ ເພື່ອປ້ອງກັນບັນຫາການເກີດອຸບັດຕິເຫດ ໃນໄລຍະປີໃໝ່ລາວ


ເຈົ້າໜ້າທີ່ຈະລາຈອນ ໄດ້ສຸມໃສ່ວຽກງານການຈັດຕັ້ງປະຕິບັດກົດລະບຽບຕ່າງໆ ແລະ ຂໍ້ຫ້າມຂໍ້ລະວັງ ໃນໄລຍະປີໃໝ່ ໃຫ້ທຸກຄົນໄດ້ປະຕິບັດ, ເພາະເຫັນເຖິງຄວາມສຳຄັນຂອງຜູ້ທີ່ເດີນທາງກັບພູມລຳເນົາຂອງຕົນ.

ພິເສດໄປກວ່ານັ້ນເຈົ້າໜ້າທີ່ໄດ້ລົງກວດກາຢູ່ຈຸດກ່ອນຂຶ້ນເສັ້ນທາງດ່ວນ ວຽງຈັນ-ວັງວຽງ ເຊິ່ງໄດ້ມີການກວດທາດເຫຼົ້າ, ໃບຂັບຂີ່ ພ້ອມທັງແນະນຳໃຫ້ຜູ້ນຳໃຊ້ທາງດ່ວນ ປະຕິບັດຕາມລະບຽບຢ່າງເຂັ້ມງວດ ເພື່ອເປັນການປ້ອງກັັນການເກີດອຸບັດຕິເຫດ ໃນໄລຍະບຸນປີໃໝ່ລາວ.

ເຈົ້າໜ້າທີ່ຕຳຫຼວດ ໄດ້ເລີ່ມລົງກວດລົດທີ່ນຳໃຊ້ເສັ້ນທາງດ່ວນ ເຊິ່ງກົມຕຳຫຼວດຈະລາຈອນໄດ້ຕັ້ງດ່ານຈຸດທາງຂຶ້ນທາງດ່ວນ ເພື່ອກວດກາເຄື່ອງດື່ມທາດເຫຼົ້າ ຫຼື ແອວກໍຮໍ ແລະ ໃບຂັບຂີ່, ຖ້າຫາກຜູ້ໃດເມົາ ຫຼື ບໍ່ມີໃບຂັບຂີ່ ແມ່ນຈະບໍ່ໃຫ້ນຳໃຊ້ເສັ້ນທາງດ່ວນ ເພື່ອປ້ອງກັນອຸບັດຕິເຫດ. ສ່ວນພະແນກຕຳຫຼວດຈາລະຈອນ ນະຄອນຫຼວງວຽງຈັນ ໄດ້ລົງໂຄສະນາ ແລະ ແນະນຳນັກຂັບຂີ່ ຢູ່ຈຸດເຂົ້າທາງດ່ວນ ເພື່ອໃຫ້ຮັບຮູ້ລະບຽບການນຳໃຊ້ທາງດ່ວນຢ່າງຖືກຕ້ອງ ແລະ ໃຫ້ປະຕິບັດຢ່າງເຂັ້ມງວດ.

ສຳລັບທາງດ່ວນ ແມ່ນກຽມລົດລາກໄວ້ 2 ຄັນ ເພື່ອຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດ ແລະ ຈະໃຫ້ໄປເຖິງສະຖານທີ່ເກີດເຫດທັນທີ. ພ້ອມນີ້ ຍັງມີກ້ອງຈັບຄວາມໄວ ຖ້າຫາກແລ່ນເກີນກຳນົດແມ່ນຈະໄດ້ແນະນຳຕັກເຕືອນ ສ່ວນການແກ້ໄຂລົດຕິດຢູ່ທາງເຂົ້າ-ອອກ ທາງດ່ວນ ແມ່ນຈະເປີດເກັບເງິນເພີ່ມ ຖ້າຫາກວ່າມີລົດຫຼາຍ. ສ່ວນລົດທີ່ຈະເຂົ້າໄປໃນທາງດ່ວນ ຕ້ອງມີມາດຕະການເຕັກນິກຢ່າງປອດໄພເຊັ່ນ: ລະບົບຕາໄຟ, ສັນຍານ, ຢາງລົດ ແລະ ອື່ນໆ.

ຜູ້ຂັບຂີ່ຕ້ອງມີເອກະສານທີ່ຄົບຖ້ວນ, ມີສຸຂະພາບທີ່ແຂງແຮງ ບໍ່ໄດ້ດື່ມສິ່ງມຶນເມົາ ບໍ່ອິດເມື່ອຍ ຫຼື ອ່ອນເພຍ ການເຂົ້າທາງດ່ວນຕ້ອງຮັດສາຍນິລະໄພ ແລະ ປະຕິບັດຕາມປ້າຍຈຳກັດຄວາມໄວ.

ຂອບໃຈຂໍ້ມູນຈາກ:  https://fb.watch/4QSRNdMPOi/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/