ວິທີຂັບຂີ່ປອດໄພ ໃນມື້ປີໃໝ່ລາວ


ເມື່ອມາຮອດບຸນປີໃໝ່ລາວແລ້ວ ຫຼາຍຄົນກໍໃຊ້ວິທີໃນການຫຼິ້ນບຸນປີໃໝ່ ທີ່ແຕກຕ່າງກັນອອກໄປ ບາງຄົນກໍຫຼິ້ນກັບໝູ່ຄູ່ຢູ່ໃນເຮືອນຂອງໃຜລາວ, ບາງຄົນກໍໄປສົງພະຕາມວັດທີ່ຢູ່ໃກ້ ແລະ ບາງຄອບຄົວກໍອາດຈະຕ້ອງໄດ້ເດີນທາງໄກ ເພື່ອໄປຢ້ຽມຢາມພໍ່ແມ່ ແລະ ບາງຄົນກໍພາຄອບຄົວໄປທ່ຽວພັກຜ່ອນໃນມື້ປີໃໝ່.

ໃນໄລຍະບຸນປີໃໝ່ ອຸບັດຕິເຫດຕາມທ້ອງຖະໜົນແຕ່ລະປີນັ້ນ ເກີດຂຶ້ນເປັນຈຳນວນຫຼາຍພໍສົມຄວນ ເຊິ່ງແຕ່ລະປີກໍອາດຈະມີຜູ້ບາດເຈັບ ຫຼື ເສຍຊີວິດ ຈາກການເກີດອຸບັດຕິເຫດຕ່າງໆ ໂດຍສະເພາະການເມົາແລ້ວຂັບ ຫຼື ຂັບລົດໄວເກີນກຳນົດ ໂດຍບໍ່ໃສ່ໝວກກັນກະທົບ.

ສະນັ້ນແລ້ວ ເຮົາຈຶ່ງມີວິທີທີ່ຢາກຈະແນະນຳໃຫ້ທຸກຄົນໄດ້ຮູ້ນຳກັນວ່າ ເຮົາຄວນປະຕິບັດ ແລະ ເອົາໃຈໃສ່ຈາກກົດໝາຍທີ່ໄດ້ວາງໄວ້ເຊັ່ນ:

  1. ກວດເຊັກສະພາບລົດໃຫ້ຮຽບຮ້ອຍກ່ອນອອກເດີນທາງທຸກຄັ້ງ.
  2. ວາງແຜນການເດີນທາງ ແລະ ສຶກສາເສັ້ນທາງໃຫ້ດີວ່າລົດຫຼາຍ ຫຼື ບໍ່ ສະພາບທາງເປັນແນວໃດ ແລະ ຕ້ອງໃຊ້ເວລາເທົ່າໃດໃນການເດີນທາງຈະໄດ້ເຜື່ອເວລາໄວ້.
  3. ກຽມຕົວເອງໃຫ້ມີສະພາບຮ່າງກາຍ ທີ່ພ້ອມຕໍ່ການເດີນທາງ ດ້ວຍການນອນຫຼັບພັກຜ່ອນໃຫ້ພຽງພໍ ງົດເຄື່ອງດື່ມແອວກໍຮໍທຸກຊະນິດ ແລະ ຫ້າມຮັບປະທານຢາທີ່ເຮັດໃຫ້ຢາກນອນເຊັ່ນ: ຢາລົດນ້ຳມູກ, ຢາພູມແພ້, ຢາແກ້ໄອ ສຳລັບຄົນທີ່ມີໂຣກປະຈຳໂຕ ຄວນກຽມຢາໄປໃຫ້ຄົບ.
  4. ຫາຂໍ້ມູນເບີໂທລະສັບສຸກເສີນກຽມໄວ້ ຫາກເກີດຫຍັງຂຶ້ນຈະໄດ້ມີຄົນມາຊ່ວຍເຫຼືອທັນ.
  5. ໃສ່ເຂັມຂັດນິລະໄພທຸກຄັ້ງທີ່ຂັບລົດ.
  6. ຫາກຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບທຸກຄັ້ງ.
  7. ເຄົາລົບກົດຈະລາຈອນຢ່າງເຄັ່ງຄັດ ບໍ່ຂັບຂີ່ກວນຄົນອື່ນ.
  1. ຂັບລົດດ້ວຍຄວາມໄວທີ່ເໝາະສົມ ແລະ ຄວນເປີດໄຟໜ້າລົດ ເພື່ອໃຫ້ສັງເກດໄດ້ງ່າຍ.
  2. ຫາກຂັບລົດແລ້ວຮູ້ສຶກຢາກນອນ, ເມື່ອຍ, ຕ້ອງຟ້າວຫາບ່ອນຈອດລົດ ເພື່ອຫຼັບ ຫຼື ເຂົ້າຫ້ອງນ້ຳລ້າງໜ້າ ຢ່າຝືນຕົວເອງ.
  3. ບໍ່ຄວນຫຼິ້ນໂທລະສັບ ຫາກເປັນໄປໄດ້ຄວນປິດອິນເຕີເນັດລະຫວ່າງຂັບລົດ ເພາະສຽງຂໍ້ຄວາມ ຫຼື ການແຈ້ງເຕືອນຕ່າງໆ ຈາກໂທລະສັບຈະດຶງດູດຄວາມສົນໃຈ ຈົນຂາດສະມາທິໃນການຂັບຂີ່.

ພຽງເທົ່ານີ້ກໍຈະຊ່ວຍລົດຄວາມສ່ຽງໃນການເກີດອຸບັດຕິເຫດໄດ້ແລ້ວ ທຸກຄອບຄົວກໍຈະເດີນທາງກັບບ້ານຢ່າງປອດໄພ ແລະ ເປັນປີໃໝ່ລາວທີ່ມີແຕ່ຄວາມສຸກ ປາສະຈາກການເກີດອຸບັດຕິເຫດ.

ຂອບໃຈຂໍ້ມູນຈາກ:

https://bit.ly/3sk9zLy

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/