ນາຍົກລັດຖະມົນຕີກຳປູເຈຍອອກຄຳສັ່ງ ບຸກຄົນທີ່ຝ່າຝືນມາດຕະການຕ້ານໂຄວິດຕ້ອງມີໂທດຈຳຄຸກ


ປັດຈຸບັນ ກຳປູເຈຍ ກຳລັງປະສົບກັບການລະບາດຂອງເຊື້ອໂຄວິດ-19 ແບບເພີ່ມຂຶ້ນຢ່າງຫຼວງຫຼາຍ. ຈຳນວນການຕິດເຊື້ອມາເຖິງວັນທີ 12 ເມສາ 2021 ມີທັງໝົດ 4.238 ກໍລະນີ, ເສຍຊີວິດ 28 ກໍລະນີ. ໃນໜຶ່ງອາທິດຜ່ານມາ ມີຜູ້ຕິດເຊື້ອສະເລ່ຍ ເພີ່ມຂຶ້ນ 199 ຄົນ/ມື້ (JHU CSSE COVID-19 Data). ຫຼ້າສຸດ ໃນວັນທີ 10 ເມສາ ໄດ້ກວດພົບຄົນຕິດເຊື້ອ 477 ກໍລະນີ. ຜູ້ຕິດເຊື້ອທີ່ພົບເຫັນຫຼ້າສຸດສ່ວນໃຫຍ່ແມ່ນ ຜູ້ອອກແຮງງານໃນຂະແໜງຕັດຫຍິບ ແລະ ຜູ້ຄ້າຂາຍຢູ່ຕະຫຼາດ.

ການຕິດເຊື້ອເລີ່ມລະບາດໃນທ້າຍເດືອນກຸມພາ ເຊິ່ງໄດ້ພົບເຫັນທຳອິດໃນສະມາຄົມຄົນຈີນ. ເຊື້ອທີ່ແຜ່ລະບາດນັ້ນແມ່ນ ໂຄວິດສາຍພັນອັງກິດ ແລະ ມີຄວາມເຊື່ອໝັ້ນວ່າ ມັນມີຕົ້ນເຫດມາຈາກການທີ່ຄົນສັນຊາດຈີນໄດ້ແຫກກົດ ໂດຍໃຫ້ສິນບົນແກ່ໂຮງແຮມທີ່ກັກຕົວ ເພື່ອໃຫ້ຕົນເອງຖືກປ່ອຍຕົວອອກມາໄວ.

ຍ້ອນສະພາບການຄືດັ່ງນັ້ນ ນາຍົກລັດຖະມົນຕີກຳປູເຈຍ ທ່ານ ຮຸນ ເຊັນ ຈຶ່ງໄດ້ອອກມາເວົ້າເຖິງການນຳໃຊ້ມາດຕະການຕ້ານໂຄວິດ-19 ພ້ອມທັງຂູ່ວ່າຫາກຜູ້ໃດຝ່າຝືນຕ້ອງມີໂທດຈຳຄຸກ ແລະ ເຕືອນພະນັກງານລັດຖະກອນ ຜູ້ໃດບໍ່ໄປສັກວັກຊີນ ອາດຖືກໄລ່ອອກໄດ້. ນັບແຕ່ເດືອນກຸມພາເປັນຕົ້ນມາ ກຳປູເຈຍມີໂຄງການສັກວັກຊີນ ແລະ ໄດ້ມີຄົນກວ່າ 1 ລ້ານຄົນໄດ້ຮັບວັກຊີນແລ້ວ ຢ່າງໜ້ອຍກໍໄດ້ສັກເຂັມໜຶ່ງແລ້ວ (ຈາກສອງເຂັມທີ່ຕ້ອງໄດ້ສັກ).

ເພື່ອເປັນການຕ້ານການແຜ່ລາມຂອງເຊື້ອ ໃນເມືອງຫຼວງພະນົມເປັນ ເຈົ້າໜ້າທີ່ໄດ້ປະກາດມາດຕະການ ຫ້າມບໍ່ໃຫ້ມີການເດີນທາງຂ້າມແຂວງ, ກຳນົດເວລາຫ້າມອອກເຮືອນ ແລະ ປິດສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ເຊັ່ນ: ອັງກໍວັດ ແລະ ກໍມີມາດຕະການຕ້ອງໃສ່ຜ້າປິດປາກ ຫາກຜູ້ໃດບໍ່ໃສ່ ຈະຖືກປັບໃໝ ສູງສຸດ ເປັນເງິນ 250 ໂດລາສະຫະລັດ.

“ນອກຈາກນີ້ ຫາກໃຜຝ່າຝືນມາດຕະການກັກໂຕ ທີ່ມີກຳນົດເວລາ 2 ອາທິດ ນັ້ນ ອາດຈະຖືກຟ້ອງ ‘quick trial’ ແລະ ມີໂທດຈຳຄຸກ” ທ່ານ ຮຸນ ເຊັນ ໄດ້ກ່າວໄວ້ ໃນວັນເສົາທີ່ຜ່ານມາ, ເຊິ່ງມາດຕະການຕ້ານໂຄວິດດັ່ງກ່າວນີ້ ໄດ້ມີກົດໝາຍຮັບຮອງໄວ້ ໃນເມື່ອບໍ່ດົນມານີ້. ກົດໝາຍດັ່ງກ່າວເປັນກົດໝາຍທີ່ເຄັ່ງຫຼາຍ ໄດ້ກຳນົດມາດຕະການ ຫາກໃຜຝ່າຝືນມາດຕະການເພື່ອຕ້ານໂຄວິດ-19 ອາດຖືກຈຳຄຸກ ສູງສຸດເຖິງ 20 ປີ.

ທ່ານ ຮຸນ ເຊັນ ຍັງໄດ້ກ່າວອີກວ່າ ການຖືກເອີ້ນວ່າເປັນຜະເດັດການ ຍັງເປັນທີ່ຍອມຮັບໄດ້ ເພາະມັນຈະເປັນເລື່ອງທີ່ໜ້າຍ້ອງຍໍວ່າ ລາວໄດ້ເຮັດເພື່ອເປັນການປົກປ້ອງຊີວິດຂອງປະຊາຊົນ.

ມາຮອດປະຈຸບັນ ໂຮງໝໍຢູ່ພະນົມເປັນແມ່ນເຕັມແລ້ວ ແລະ ເຈົ້າໜ້າທີ່ຕ້ອງໄດ້ຈັດສັນ ໂຮງຮຽນ, ໂຮງແຮມ ແລະ ຫໍຈັດງານລ້ຽງຕ່າງໆ ມາເປັນສະຖານທີ່ປິ່ນປົວ ສຳລັບຜູ້ປ່ວຍທີ່ມີອາການບໍ່ຮຸນແຮງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/