ໂລກຮ້ອນຂຶ້ນສົ່ງຜົນກະທົບຕໍ່ແຜ່ນນ້ຳກ້ອນ-ແຫຼ່ງນ້ຳຈືດຂອງຄົນທົ່ວໂລກ


ພູພຽງທີ່ຢູ່ສາຍພູຫິມະໄລ ໃກ້ກັບແຜ່ນນ້ຳກ້ອນ ກັງໂກຕຣີ (Gangotri Glacier) ມີແມ່ນ້ຳຫຼາຍສາຍທີ່ໄຫຼລົງສູ່ແມ່ນ້ຳທີ່ຢູ່ທາງລຸ່ມເພື່ອໃຫ້ປະຊາຊົນໄດ້ເຮັດກະສິກຳ ແລະ ດຳລົງຊີວິດ ປຽບໄດ້ວ່າເປັນສາຍນ້ຳທີ່ລ້ຽງຊີວິດຂອງປະ­ຊາຊົນປະມານ 200 ລ້ານຄົນທີ່ອາໄສຢູ່ຕາມລ້ອງແມ່ນ້ຳ. ແຕ່ການປ່ຽນແປງສະພາບພູມອາກາດຂອງໂລກໃນປັດຈຸບັນ ກຳລັງເຮັດໃຫ້ພື້ນທີ່ດັ່ງກ່າວປ່ຽນແປງ ສົ່ງຜົນໃຫ້ຫໍຄອຍກັກນ້ຳ ຢູ່ໃນສະພາວະອັນຕະລາຍຍິ່ງຂຶ້ນແບບທີ່ບໍ່ເຄີຍເປັນມາກ່ອນ.

ສາຍພູສູງເຫຼົ່ານີ້ກັກເກັບນ້ຳກ້ອນ ແລະ ຫິມະຢູ່ເທິງພູຫຼາຍທີ່ສຸດໃນໂລກ, ພູພຽງເຫຼົ່ານີ້ປະກອບດ້່ວຍນ້ຳຈືດເຖິງເຄິ່ງໜຶ່ງທີ່ມະນຸດໃຊ້ບໍລິໂພກຢູ່ໃນໂລກ ມີຄວາມສຳຄັນຕໍ່ຄົນ 1,600 ລ້ານຄົນ ຫຼື ຄິດເປັນ 20% ຂອງປະຊາກອນທັງໝົດ, ແຫຼ່ງນ້ຳທີ່ທີ່ເຮົາໃຊ້ຢູ່ກໍອາດຈະມີຕົ້ນກຳເນີດມາຈາກສາຍພູນີ້.

ຄວາມສະໝ່ຳສະເໝີໃນການລະລາຍຂອງນ້ຳກ້ອນ ແລະ ຫິມະ ມີບົດບາດທີ່ສຳຄັນຫຼາຍກັບຜູ້ທີ່ອາໄສຢູ່ບໍລິເວນດັ່ງກ່າວ ເຮັດໃຫ້ເກີດຄວາມເສຍຫາຍບໍ່ເທົ່າພາຍຸຝົນຄັ້ງໃຫຍ່ທີ່ເຮັດໃຫ້ນ້ຳຖ້ວມກະທັນຫັນ ຫຼື ແຜ່ນດິນຖະຫຼົ່ມ ແລະ ມີຄວາມສຳຄັນຫຼາຍຕໍ່ເມືອງທີ່ຕ້ອງໃຊ້ນ້ຳຕະຫຼອດທັງປີ.

ເປັນເວລາຫຼາຍທົດສະວັດ ທີ່ນັກວິທະຍາສາດຮັບຮູ້ວ່າການປ່ຽນແປງສະພາບພູມອາກາດ ສົ່ງຜົນຕໍ່ປະລິມານນ້ຳທີ່ຖືກກັກເກັບຢູ່ໃນສາຍພູສູງ ທີ່ກຳລັງອຸ່ນຂຶ້ນໄວກວ່າຄ່າສະເລ່ຍຂອງໂລກ ຕົວຢ່າງສາຍພູຫິມະໄລ ອຸນຫະພູມເພີ່ມຂຶ້ນເຖິງ 2 ອົງສາ ເຊິ່ງຄ່າສະເລ່ຍຂອງໂລກຢູ່ທີ່ 1 ອົງສາ.

ການປ່ຽນແປງສະພາບພູມອາກາດ ສົ່ງຜົນກະທົບຕໍ່ຂະໜາດ ແລະ ຮູບຮ່າງຂອງແຜ່ນນ້ຳກ້ອນໃນສາຍພູສູງເຫຼົ່ານີ້ ເຊັ່ນດຽວກັນກັບຊະນິດ ແລະ ປະລິມານຫິມະທີ່ຕົກລົງມາສູ່ພື້ນດິນ, ມີຫຼາຍກໍລະນີທີ່ມີປະລິມານນ້ຳຝົນເພີ່ມຂຶ້ນ ແຕ່ກໍບໍ່ສາມາດທົດແທນແຜ່ນນ້ຳກ້ອນທີ່ລະລາຍໄປໄດ້. ໃນຂະນະດຽວກັນ ຄວາມຕ້ອງການແຫຼ່ງນ້ຳ ແລະ ຄວາມຂັດແຍ່ງກໍກຳລັງເພີ່ມຂຶ້ນໃນແຫຼ່ງກັກເກັບນ້ຳທຸກແຫ່ງໃນໂລກ,​ ການເຕີບໂຕ ແລະ ການເພີ່ມຂຶ້ນຂອງປະຊາກອນໂລກ ສົ່ງຜົນໃຫ້ຄວາມຕ້ອງການນ້ຳເພີ່ມຂຶ້ນຢ່າງກ້າວກະໂດດ.

ນັກວິທະຍາສາດກັງວົນວ່າ ການປ່ຽນແປງໃນພື້ນທີ່ພູສູງກຳລັງຈະເກີດຂຶ້ນ “ນ້ຳກຳລັງຈະປ່ຽນໄປ” ວໍເຕີ ບາຍເທີດ ນັກອຸທົກວິທະຍາ ຈາກມະຫາວິທະຍາໄລ Imperial College London ກ່າວ ແລະ ເສີມວ່າ “ດັ່ງນັ້ນ ກ້າວຕໍ່ໄປແມ່ນການຄິດກ່ຽວກັບສິ່ງທີ່ສາມາດເຮັດໄດ້ ແລະ ຊຸມຊົນຕ່າງໆຈະປັບຕົວໄດ້ແນວໃດ”

“ໃນຈຸດນີ້ ເຮົາຈຳເປັນຕ້ອງຄິດເຖິງໂລກໃບນີ້” ມິເຊວ ໂຄບ ນັກວິທະຍາສາດດ້ານພູມອາກາດ ແລະ ແຜ່ນນ້ຳກ້ອນ ຈາກມະຫາວິທະຍາໄລ British Columbia ເຊິ່ງເປັນຜູ້ຂຽນບົດລາຍງານກ່າວ ແລະ ຍັງໄດ້ເສີມວ່າ “ນີ້ເປັນສະຖານະການວິກິດຂອງໂລກທີ່ກຳລັງພັດທະນາ ແລະ ກຸ່ມປະເທດ Global South (ທະວີບແອຟຣິກາ, ອາເມຣິກາໃຕ້, ປະເທດທີ່ກຳລັງພັດທະນາໃນອາຊີ ແລະ ປະເທດຕາເວັນອອກກາງ)

ຖ້າບໍ່ມີການເຄື່ອນໄຫວເພື່ອຢຸດການເຜົາໄໝ້ຂອງພະລັງງານຟອສຊິວ ທີ່ເຮັດໃຫ້ອຸນຫະພູມຂອງໂລກສູງຂຶ້ນ ແຜ່ນນ້ຳກ້ອນກໍເລີ່ມຈະຫາຍໄປເທື່ອລະໜ້ອຍ ແລະ ບໍ່ແມ່ນແຕ່ນ້ຳກ້ອນທີ່ຢູ່ພູເທົ່ານັ້ນ ແຜ່ນນ້ຳກ້ອນກຣີນແລນ ຫຼື ອາກຕິກ ກໍໄດ້ຮັບຜົນກະທົບທີ່ບໍ່ແຕກຕ່າງກັນ ການລະລາຍຂອງມັນ ເຮັດໃຫ້ລະດັບນ້ຳທະເລເພີ່ມຂຶ້ນເຖິງ 7 ຊັງຕີແມັດ.

ຢ່າງໃດກໍຕາມນີ້ເປັນສັນຍານເຕືອນຈາກທຳມະຊາດວ່າ ການລະລາຍຂອງແຜ່ນນ້ຳກ້ອນ-ຫິມະນີ້ ເປັນໂຕກະຕຸ້ນໃຫ້ມະນຸດຕ້ອງເຮັດຫຍັງຈັກຢ່າງໄດ້ແລ້ວ ເພື່ອບໍ່ໃຫ້ເຫດການທີ່ໂຫດຮ້າຍເກີດຂຶ້ນໃນອະນາຄົດ ເພາະສຸດທ້າຍ ມັນກໍສົ່ງຜົນກະທົບຕໍ່ມະນຸດເອງ.

ຂອບໃຈຂໍ້ມູນຈາກ: https://ngthai.com/environment/26809/watertowershighmountains/
https://ngthai.com/environment/24042/greelandicemelting4times/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/