ເມື່ອຄົນຊື່ ຈ໊ອດ, ຈ໊ອດ ແລະ ອີກຫຼາຍໆຈ໊ອດ ຕ້ອງມາຕໍ່ສູ້ເພື່ອຍາດເອົາຄວາມເປັນຈ໊ອດ


ນີ້ຄືການຕໍ່ສູ້ທີ່ມີສັກສີ ແລະ ຊື່ ຈ໊ອດ ເປັນລາງວັນ ເພາະນີ້ແມ່ນສົງຄາມເພື່ອຍາດແຍ່ງເອົາຊື່ຈ໊ອດໂດຍແທ້.

ເລື່ອງລາວທີ່ໄດ້ກ່າວມານີ້ແມ່ນເລີ່ມຕົ້ນຈາກການທີ່ມີຄົນຊື່ Josh Swain ໄດ້ສ້າງຫ້ອງແຊັດຂຶ້ນ ແລະ ໄດ້ດຶງຜູ້ໃຊ້ອື່ນໆອີກຫຼາຍຄົນທີ່ມີຊື່ວ່າ Josh ຄືກັນເຂົ້າມາໃນຫ້ອງແຊັດ ແລະ ຊວນໃຫ້ທຸກໆຄົນມາພົບກັນທີ່ພິກັດ GPS 40.8223286, -96.7982002 ເພື່ອຕໍ່ສູ້ກັນໃນວັນທີ 24 ເມສາ ແຕ່ສະຖານທີ່ດັ່ງກ່າວເປັນພື້ນທີ່ສ່ວນບຸກຄົນຈຶ່ງໄດ້ໃຫ້ຍ້າຍໄປບ່ອນອື່ນແທນ.

ເມື່ອເຖິງມື້ທີ່ນັດໝາຍ ບໍ່ໄດ້ມີພຽງແຕ່ຄົນຊື່ ຈ໊ອດ ເທົ່ານັ້ນທີ່ມາ ແຕ່ມີທັງນັກຂ່າວ YouTuber ແລະອີກຫຼາຍໆຄົນໄດ້ເຂົ້າຮ່ວມເປັນສັກຂີພະຍານ ແລະ ບັນທຶກເຫດການໄວ້.

ການຕໍ່ສູ້ໄດ້ເລີ່ມຂຶ້ນຢ່າງດຸເດືອດໂດຍການມີ Josh 2 ຄົນເລີ່ມອອກມາສູ້ກັນໂດຍການ “ຕີຊຸ້ມ” ແລະ ແນ່ນອນວ່າຜູ້ຊະນະກໍເປັນ Josh ແລະ ປ່ຽນກັນເຂົ້າມາເທື່ອລະຄົນ.

ແຕ່ການຕໍ່ສູ້ບໍ່ຈົບລົງພຽງການ ຕີຊຸ້ມ ເທົ່ານັ້ນ, ຜູ້ຮ່ວມງານອີກຫຼາຍຄົນກໍໄດ້ນັດກັນເອົາດາບທີ່ເຮັດຈາກໂຟມມາຕໍ່ສູ້ກັນອີກ.

ແລະສຸດທ້າຍຜູ້ທີ່ເຫຼືອລອດ ແລະ ຊະນະໃນງານນີ້ກໍເປັນເດັກຊາຍ Josh ອາຍຸ 5 ປີ ແລະໄດ້ຮັບລາງວັນເປັນ ມົງກຸດ Burger King ພ້ອມທັງກ່າວປະໂຫຍກຖິ້ມທ້າຍໄວ້ວ່າ “ຂ້ອຍມັກການຕໍ່ສູ້” ພ້ອມກັບສຽງສັນລະເສີນຈາກທຸກຄົນວ່າ “Little Josh Little Josh” ດັງໄປທົ່ວສະໜາມຮົບ.

#JoshFight ໄດ້ກາຍເປັນແຮສເເທັກ ທີ່ຕິດອັນດັບມາແຮງໃນເວລານັ້ນ,​ ຖືວ່າເປັນການຕໍ່ສູ້ແຫ່ງປະຫວັດສາດອີກເທື່ອໜຶ່ງ ທີ່ຕ້ອງຈາລຶກໄວ້ໃນນາມຂອງ Josh.

ເບິ່ງວີດີໂອ: https://www.youtube.com/watch?v=x1cea_UosJQ

ຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/