ໜຸ່ມອັງກິດຖືກສາວນັດພົບຜ່ານແອັບຫາຄູ່ ເມື່ອໄປຮອດພົບວ່າສາວຄົນນັ້ນນັດໜຸ່ມທີ່ລົມຢູ່ມາພ້ອມກັນ 16 ຄົນ!!


ເລື່ອງເກີດຈາກໜຸ່ມຊາວອັງກິດທີ່ໃຊ້ແອັກເຄົາ TikTok ຊື່ວ່າ​ @peakay81 ໄດ້ໂພສວີດິໂອຂອງຕົນເອງລົງໃນ TikTok ໂດຍເນື້ອເລື່ອງຂອງວີດິໂອມີຢູ່ວ່າ ລາວໄດ້ລົມກັບສາວຄົນໜຶ່ງຜ່ານແອັບຫາຄູ່ Hinge ຜ່ານໄປສອງອາທິດພົບວ່າຕ່າງຄົນຕ່າງຮູ້ສຶກດີຕໍ່ກັນ ຈຶ່ງໄດ້ນັດພົບກັນ.

ແຕ່ເມື່ອໄປຮອດກໍພົບວ່າສາວທີ່ນັດກັນ ໄດ້ນັດຊາຍອີກ 15 ຄົນ ລວມທັງຕົນເອງເປັນ 16 ຄົນ ມາພ້ອມກັນ,​ ລາວທັງອຶ້ງທັງເຮັດຫຍັງບໍ່ຖືກ ໃນວີດິໂອຍັງສະແດງໃຫ້ເຫັນວ່າ ມີໝູ່ຜູ້ຍິງທີ່ຜູ້ສາວບັງຄັບມານຳ ແລະ ຍັງໄດ້ລົມກັບຜູ້ຊາຍອີກ 3 ຄົນທີ່ຜູ້ສາວນັດມາອີກ.

ສາວຄົນດັ່ງກ່າວຍັງໄດ້ບອກກັບບັນດາໜຸ່ມໆທີ່ນັດມາວ່າ “ຂ້ອຍຊວນຄົນທີ່ຂ້ອຍລົມນຳຜ່ານທາງແອັບ Hinge ມາ ແລະ ພວກເຈົ້າກໍມາກັນໝົດເລີຍ ຂ້ອຍຫວັງວ່າພວກເຈົ້າຈະເຂົ້າກັນໄດ້ດີ”

ຫຼັງຈາກທີ່ວິດີໂອດັ່ງກ່າວຖືກໂພສລົງ ກໍໄດ້ມີຄົນມາສະແດງຄວາມຄິດເຫັນຈຳນວນຫຼາຍ ມີຄົນເຂົ້າເບິ່ງໄປຫຼາຍແສນຄົນເລີຍ. ບາງຄົນກໍສະແດງຄວາມຄິດເຫັນວ່າ: ບໍ່ໃຫ້ກຽດຝ່າຍທີ່ນັດມາ, ບາງຄົນກໍວ່າຖ້າເປັນລາວຈະຍ່າງອອກມາເລີຍ, ນີ້ເປັນຄວາມຄິດທີ່ບ້າຫຼາຍ…

ເບິ່ງວີດິໂອເຕັມໆໄດ້ທີ່ນີ້:​ https://bit.ly/3gBAWy8

ຂອບໃຈຂໍ້ມູນຈາກ:https://bit.ly/3dNoHNb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/