ແມ່ລ້ຽງດ່ຽວຊາວຈີນຖືກຈັບຫຼັງຈາກຮຽກຮ້ອງຖາມຫາສາເຫດທີ່ລູກສາວເສຍຊີວິດຈາກການສັກວັກຊີນໂຄວິດ-19 ເຂັມທຳອິດ


ໃນວັນທີ 21 ຕຸລາ 2021 ທີ່ຜ່ານມາ ເວັບໄຊ SCMP ສື່ພາສາອັງກິດໃນຮົງກົງ ລາຍງານວ່າທາງການຈີນໄດ້ຄວບຄຸມຕົວແມ່ລ້ຽງດ່ຽວຊາວຈີນຄົນໜຶ່ງ ຊື່ວ່າ ນາງ ຈຽງ ຍັນຮົງ (Jiang Yanhong) ໃນຂໍ້ຫາວິວາດຜິດຖຽງກັນ ແລະ ສ້າງຄວາມບໍ່ສະຫງົບ (ໃນວັນທີ 15 ຕຸລາ) ຫຼັງຈາກທີ່ລາວອອກມາຮຽກຮ້ອງຖາມຫາສາເຫດການເສຍຊີວິດຂອງລູກສາວ (ອາຍຸ12) ທີ່ເສຍຊີວິດຈາກການສັກວັກຊີນໂຄວິດ-19.

ໂດຍເລື່ອງນີ້ຖືກເປີດເຜີຍອອກມາຈາກໝູ່ຂອງນາງ ຈຽງ ແລະໃນເວລາດຽວກັນກໍມີລາຍງານວ່ານ້ອງສາວຂອງນາງ ຈຽງ ທີ່ພະຍາຍາມຮ້ອງຮຽນເລື່ອງການເສຍຊີວິດຂອງຫຼານສາວ ກໍຖືກຈັບກຸມເຊັ່ນດຽວກັນ.

ລາຍງານໄດ້ບອກວ່າ ລູກສາວຂອງນາງຈຽງ ແມ່ນໄດ້ຮັບການສັກວັກຊີນໂຄວິດ-19 ເຂັມທໍາອິດ ໃນວັນທີ 10 ສິງຫາ ທີ່ຜ່ານມາ ໂດຍໃນລາຍງານບໍ່ໄດ້ບອກວ່າສັກວັກຊີນຊະນິດໃດ ຈົນໃນ 2 ມື້ຕໍ່ມາ ລູກຂອງນາງຈຽງເລີ່ມມີອາການປ່ວຍ ແລະ ເສຍຊີວິດລົງໃນວັນທີ 28 ສິງຫາ.

Li Boyi ອາຍຸ 12 ປີ ເສຍຊີວິດໃນໄລຍະ 2 ອາທິດຫຼັງຈາກໄດ້ສັກວັກຊີນໂຄວິດ-19 ເຂັມທໍາອິດ

ທາງທະນາຍຄວາມຂອງ ນາງ ຈຽງໄດ້ເປີດເຜີຍວ່າ ທີ່ຜ່ານມານາງຈຽງ ພະຍາຍາມຂໍຄຳອະທິບາຍຈາກໂຮງໝໍເຖິງສາເຫດການຕາຍຂອງລູກສາວ ໂດຍທາງໂຮງໝໍໄດ້ບອກວ່າ ລູກລາວເສຍຊີວິດຈາກອາການສະໝອງບໍ່ເຮັດວຽກ ແຕ່ກໍຍັງບໍ່ສາມາດບອກໄດ້ວ່າ ການເສຍຊີວິດແມ່ນກ່ຽວຂ້ອງກັບການສັກວັກຊີນຫຼືບໍ່. ດັ່ງນັ້ນ ນາງ ຈຽງ ຈຶ່ງພະຍາຍາມຫາຄຳອະທິບາຍເຖິງສາເຫດການຕາຍຂອງລູກສາວເພີ່ມຕື່ມ ດ້ວຍການຮ້ອງຮຽນໄປເຖິງລັດຖະບານ.

ລາຍງານຍັງໄດ້ບອກອີກວ່າ ນາງຈຽງ ຫາກໍສົ່ງເລື່ອງຮ້ອງຮຽນໄປເຖິງທາງການຈີນໃນນະຄອນປັກກິ່ງໃນໄລຍະຕົ້ນເດືອນທີ່ຜ່ານມາ ກ່ອນຈະຖືກຈັບກຸມຕົວໃນວັນທີ 15 ຕຸລາ.

ເຊິ່ງທີ່ປຶກສາທາງກົດໝາຍຂອງນາງຈຽງ ຍອມຮັບວ່າ ຂະບວນການຕໍ່ສູ້ທາງກົດໝາຍແມ່ນເຮັດໄດ້ຍາກ ແລະ ມີຄວາມຊັບຊ້ອນກວ່າປົກກະຕິ ເນື່ອງຈາກກ່ຽວຂ້ອງກັບແຜນຄວບຄຸມໂຣກໂຄວິດ-19 ຂອງລັດຖະບານຈີນ ໂດຍສະເພາະເລື່ອງການເສຍຊີວິດຫຼັງຈາກສັກວັກຊີນໂຄວິດ-19 ມັນກາຍເປັນປະເດັນອ່ອນໄຫວເປັນພິເສດ.

ຈາກທີ່ອ່ານມາຂ້າງເທິງ ການທີ່ເຮົາໄດ້ຮັບການສັກວັກຊີນມັນກໍເປັນເລື່ອງທີ່ດີເພາະວັກຊີນສາມາດເພີ່ມພູມຕ້ານທານໄດ້ດີ ແລະ ແນ່ນອນ ວັກຊີນແຕ່ລະຊະນິດລ້ວນແລ້ວແຕ່ມີຜົນຂ້າງຄຽງ ແຕ່ຈະຫຼາຍຫຼືໜ້ອຍມັນກໍຂຶ້ນກັບຊະນິດວັກຊີນ ແລະ ສະພາບຮ່າງກາຍຂອງແຕ່ລະຄົນ.

ໂດຍທົ່ວໄປແລ້ວວັກຊີນຈະໄດ້ນຳໄປທົດລອງກັບຜູ້ໃຫຍ່ກ່ອນ ເມື່ອຜ່ານວ່າປອດໄພຕໍ່ພວກເຂົາແລ້ວ ຈຶ່ງໄດ້ນຳໄປທົດລອງກັບເດັກ ເນື່ອງຈາກເດັກຍັງຢູ່ຂັ້ນຕອນພັດທະນາ ແລະ ເຕີບໃຫຍ່. ຕາມລາຍງານແລ້ວ ໂຣກໂຄວິດ-19 ນັ້ນມີອັນຕະລາຍຮຸນແຮງຕໍ່ຜູ້ອາວຸໂສໃນສ່ວນໃຫຍ່. ປັດຈຸບັນເມື່ອເຫັນວ່າວັກຊີນນັ້ນປອດໄພຕໍ່ຜູ້ໃຫຍ່ ພວກເຂົາກຳລັງສຶກສາຕໍ່ເດັກ ແຕ່ສາຍພັນໃໝ່ທີ່ພົບນັ້ນ ມັນສາມາດຕິດຕໍ່ກັບເດັກໄດ້ຫຼາຍ ສະນັ້ນເດັກຄວນຈະໄດ້ຮັບວັກຊີນ.

ກຸ່ມທີ່ປຶກສາທາງດ້ານຍຸດທະສາດຂອງອົງການອະນາໄມໂລກ (SAGE) ໄດ້ສັງລວມວ່າວັກຊີນ Pfizer/BionTech ນັ້ນເໝາະສົມສຳລັບຜູ້ທີ່ມີອາຍຸ 12 ປີຂຶ້ນໄປ. ເດັກທີ່ມີອາຍຸລະຫວ່າງ 12–15 ປີ ທີ່ມີຄວາມສ່ຽງຕໍ່ອາການສາຫັດຂອງໂຄວິດ-19 ຈະໄດ້ຮັບວັກຊີນດັ່ງກ່າວ.

ຜົນຂ້າງຄຽງຂອງວັກຊີນໂຄວິດ-19 ນັ້ນແຕກຕ່າງກັນໄປຕາມແຕ່ລະບຸກຄົນ. ປັດຈຸບັນຍັງບໍ່ສາມາດຄາດຄະເນວ່າຜູ້ໃດຈະໄດ້ຮັບຜົນຂ້າງຄຽງ ເປັນໄປໄດ້ໜ້ອຍຄັ້ງທີ່ຈະເກີດປະຕິກິລິຍາພູມແພ້ຕໍ່ວັກຊີນ. ນອກຈາກນັ້ນອາການທົ່ວໄປຂອງຜົນຂ້າງຄຽງຫຼັງສັກວັກຊີນຈະເປັນ ອາການເຈັບ ຫຼື ປວດຕົນຕົວ, ແຂນຂ້າງທີ່ໄດ້ຮັບວັກຊີນແດງ ຫຼື ບວມ, ອາການໄຂ້ອ່ອນໆ, ເມື່ອຍຕາມຕົນຕົວ, ປວດຫົວ ຫຼື ຮູ້ສຶກຢູ່ຍາກ. ອາການຕ່າງໆນີ້ແມ່ນປົກກະຕິ ເນື່ອງຈາກລະບົບພູມຕ້ານທານໃນຮ່າງກາຍມີປະຕິກິລິຍາກັບເຊື້ອຈາກວັກຊີນທີ່ໄດ້ຖືກສັກເຂົ້າໄປ. ເຊິ່ງອາການດັ່ງກ່າວນີ້ຈະເປັນຢູ່ປະມານ 3–4 ມື້ ແລ້ວກໍເຊົາ. ໃນກໍລະນີທີ່ເກີນ 3–4 ມື້ແລ້ວພົບວ່າຍັງບໍ່ເຊົາ ຫຼື ມີອາການຜິດປົກກະຕິຈາກທີ່ອະທິບາຍມາເບື້ອງຕົ້ນແມ່ນຈະໄດ້ເຂົ້າໄປພົບແພດໝໍ.

ຫຼັງຈາກໄດ້ຮັບວັກຊີນຄົບແລ້ວ ບໍ່ຄວນຢຸດການເວັ້ນໄລຍະຫ່າງ ແລະ ການປະຕິບັດມາດຕະການຕ່າງໆ ເນື່ອງຈາກບໍ່ມີວັກຊີນໃດທີ່ສາມາດປ້ອງກັນໄດ້ 100% ມັນພຽງແຕ່ຊ່ວຍໃຫ້ເຮົາບໍ່ມີອາການຮ້າຍແຮງຈາກໂຄວິດເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/