10 ຄະດີຄາຕະກຳໃນວັນຮາໂລວີນ


ວັນຮາໂລວີນ ກໍເປັນວັນແຫ່ງການມ່ວນຊື່ນອີກວັນໜຶ່ງ ບໍ່ວ່າຈະເປັນເດັກນ້ອຍ ຫຼື ຜູ້ໃຫຍ່ຕ່າງກໍພາກັນຕື່ນເຕັ້ນທີ່ຈະໄດ້ແຕ່ງຕົວເປັນຕົວລະຄອນທີ່ມັກ ຫຼື ອາດຈະຊັງກໍໄດ້. ພ້ອມກັນນັ້ນຍັງເປັນເທສະການທີ່ເຕັມໄປດ້ວຍເຂົ້າໜົມເອົາໃຈຄົນມັກຂອງຫວານກັນໝົດມື້ເລີຍກໍວ່າໄດ້. ແຕ່ວັນຮາໂລວີນນັ້ນ, ອາດຈະບໍ່ໄດ້ມີພຽງເລື່ອງມ່ວນຊື່ນກໍໄດ້. ໃນສະຫະລັດອາເມຣິກາ, ຂ່າວຫົດຫູ່ມັກຈະເກີດຂຶ້ນໄດ້ນັບບໍ່ຖ້ວນ ເຊິ່ງມັນກໍລວມໄປເຖິງວັນຮາໂລວີນພ້ອມ. ມື້ນີ້ເຮົາຈະມາເລົ່າຄະດີຄາຕະກຳທີ່ເກີດຂຶ້ນໃນວັນຮາໂລວີນລວມມີ 10 ຄະດີນຳກັນ.

  1. ໂຣນອລ ໂອ ໄບຣອັນ Ronald O’Bryan ຫຼືມະນຸດເຂົ້າໜົມ “Candy Man”

ໂຣນອລ ໂອ ໄບຣອັນ ໄດ້ຄາຕະກຳລູກຊາຍອາຍຸ 8 ປີຂອງຕົນຊື່ວ່າທິໂມຕີ ໂອ ໄບຣອັນ ໃນວັນຮາໂລວີນປີ 1974. ໂດຍລາວໄດ້ມອບເຂົ້າໜົມ Pixy Stix ອັນສຸດທ້າຍໃຫ້ແກ່ລູກຊາຍເມື່ອກັບມາຮອດເຮືອນຫຼັງການໄປທ່ຽວຂໍເຂົ້າໜົມຈາກບ້ານຕ່າງໆ ເຊິ່ງທິໂມຕີກໍໄດ້ກິນເຂົ້າໜົມນັ້ນລົງໄປໂດຍທັນທີ ແຕ່ເດັກໜຸ່ມກໍອາຈຽນອອກມາພ້ອມກັບເສຍຊີວິດລົງໃນຂະນະທີ່ເດີນທາງໄປໂຮງໝໍ. ໃນການສອບສວນນັ້ນ, ຕົວໂຣນອລໄດ້ເວົ້າວົກໄປວົນມາ ແຕ່ສຸດທ້າຍກໍໄດ້ຄວາມວ່າລາວຕັ້ງໃຈຄາຕະກຳລູກຊາຍໂດຍໃສ່ຢາພິດໄຊຢາໄນ (Cyanide) ລົງໃນເຂົ້າໜົມໃຫ້ລູກຊາຍ. ທາງເຈົ້າໜ້າທີ່ໄດ້ຮູ້ວ່າໂຣນອລນັ້ນເປັນໜີ້ຢູ່ ແລະ ຕ້ອງການເອົາຊີວິດຂອງລູກຊາຍໄປແລກກັບເງິນປະກັນໄພ.

ໜຶ່ງປີຫຼັງຈາກນັ້ນ, ໂຣນອລກໍໄດ້ຖືກຕັ້ງຄວາມຜິດຕໍ່ການຄາຕະກຳ ແລະ ຮັບໂທດປະຫານຊີວິດໂດຍການສັກຢາພິດ. ແຕ່ການກະທຳດັ່ງກ່າວຂອງລາວນັ້ນໄດ້ຖິ້ມຄວາມກັງວົນໃຈໃຫ້ພໍ່ແມ່ມາຮອດທຸກມື້ນີ້ ເພາະພວກເຂົາຈະຕ້ອງກວດເບິ່ງເຂົ້າໜົມວ່າມັນມີສານປົນເປື້ອນຫຼືບໍ່.

  1. ເລສລີ ແລະ ເອດຣຽນ ຖືກແທງໃນຄືນວັນຮາໂລວີນ

ໃນປີ 2004 ເລສລີ (Leslie Mazzara), ເອດຣຽນ (Adriane Insogna), ແລະ ລໍເຣນ (Lauren Meanza) ພວກເຂົາທັງສາມສາວເປັນໝູ່ກັນ ແລະ ກຳລັງແຈກຢາຍເຂົ້າໜົມໃຫ້ແກ່ເດັກນ້ອຍໃນຄືນຮາໂລວີນກ່ອນຈະພາກັນເຂົ້ານອນໃນເວລາປະມານ 11 ໂມງກາງຄືນ.

ແຕ່ລໍເຣນກໍຕື່ນຂຶ້ນມາຍ້ອນໄດ້ຍິນສຽງຮ້ອງຈາກຊັ້ນເທິງ, ລາວຮີບໜີອອກໄປຈາກເຮືອນທັນທີໂດຍຖິ້ມໃຫ້ໝູ່ທັງສອງພົບກັບຊະຕາກຳທີ່ບໍ່ມີທາງຈົບດີ. ເລສລີ ແລະ ເອດຣຽນ ໃນອາຍຸ 26 ປີ ໄດ້ເສຍຊີວິດລົງຈາກການຖືກແທງໃນຫ້ອງນອນຊັ້ນເທິງ.

ພາຍຫຼັງເອຣິກ (Eric Matthew Copple) ເຊິ່ງເປັນໝູ່ຂອງໜຶ່ງໃນຜູ້ເສຍຊີວິດໄດ້ເຂົ້າມາມອບຕົວພ້ອມສາລະພາບວ່າຕົນເປັນຄາຕະກອນເອງ. ແຕ່ລາວກໍບໍ່ໄດ້ບອກລາຍລະອຽດເຖິງເຫດຜົນ ຫຼື ແຮງຈູງໃຈຫຍັງ. ເອຣິກຈຶ່ງໄດ້ຮັບໂທດຈຳຄຸກຕະຫຼອດຊີວິດໂດຍບໍ່ມີເງື່ອນໄຂ.

  1. ຄາຕະກອນກ່ອງເຄື່ອງມື (The Toolbox Killers) ຂ້າເຫຍື່ອຄົນສຸດທ້າຍລົງໃນຄືນວັນຮາໂລວີນປີ 1979

ໃນປີ 1979, ເຊີລີ (Shirley Ledford) ໄດ້ຂຶ້ນລົດຕູ້ເກົ່າທີ່ມີຊາຍສອງຄົນຮັບລາວເມືອເຮືອນ ຫຼັງຈາກການປີນເຂົາຈາກງານສັງສັນໃນວັນຮາໂລວີນ. ເຊິ່ງຊາຍທັງສອງດັ່ງກ່າວນັ້ນກໍຄືຄາຕະກອນກ່ອງອຸປະກອນທີ່ໂດ່ງດັງນັ້ນເອງ.

ລໍເຣນຊ (Lawrence Bittaker) ແລະ ຣອຍ (Roy Norris) ກໍຄືສະມາຊິກຄາຕະກອນກ່ອງເຄື່ອງມື. ຄະດີພວກເຂົານັ້ນໂດ່ງດັງຈາກການຈັບນັກປີນພູຜູ້ຍິງມາທໍລະມານດ້ວຍເຄື່ອງມືຈາກກ່ອງອຸປະກອນ ແລະ ຈະມັກຖ່າຍຮູບຂອງເຫຍື່ອໄວ້ໃນຂະນະທີ່ປະຕິບັດການ.

ເຊິ່ງເຊີລີກໍຄືເຫຍື່ອຄົນທີ 5 ແລະ ຄົນສຸດທ້າຍຂອງຄູ່ຫູຄາຕະກອນ. ພວກເຂົາຖິ້ມສົບຂອງລາວລົງທີ່ສະໜາມຫຍ້າຂອງເຮືອນພັກຜູ້ຢູ່ອາໄສ. ສຸດທ້າຍແລ້ວ ຣອຍ ກໍເປັນຄົນມອບຕົວພ້ອມໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ຈົບບົດບາດຄາຕະກອນກ່ອງເຄື່ອງມື. ລໍເຣນຊ ໄດ້ຈຳຄຸກຕະຫຼອດຊີວີດ ແຕ່ພາຍຫຼັງກໍໄດ້ເສຍຊີວິດລົງໂດຍທຳມະຊາດໃນປີ 2019 ແລະ ຣອຍໄດ້ຈຳຄຸກ 45 ປີ.

  1. Martha Moxley ເສຍຊີວິດຫຼັງຈາກເຂົ້າຮ່ວມງານສັງສັນຮາໂລວີນ

ຄືນກ່ອນວັນຮາໂລວີນໃນປີ 1975, ມາທາ (Martha Moxley) ອາຍຸ 15 ປີ ໄດ້ອອກຈາກເຮືອນຂອງຕົນເອງທີ່ຄອນເນຕິຄັດ (Connecticut) ເພື່ອເຂົ້າຮ່ວມງານສັງສັນຮາໂລວີນ. ແຕ່ໃນຕອນເຊົ້າຂອງວັນຮາໂລວີນ, ທຸກຄົນກໍໄດ້ພົບວ່າ ມາທານັ້ນຖືກຕີຈົນເສຍຊີວິດແລ້ວໃນສວນຫຼັງເຮືອນໃກ້ກັບສະໜາມກອຟຂອງລາວເອງ. ໄມເຄິນ (Michael Skakel) ອາຍຸ 15 ປີເຊັ່ນກັນ ໄດ້ຢູ່ໃນເຫດການດັ່ງກ່າວນັ້ນ ຈຶ່ງໄດ້ຖືກຕັດສິນວ່າມີຄວາມກ່ຽວໂຍງກັບການຄາຕະກຳ ແລະ ຈຳຄຸກໄປ 20 ປີ.

ພາຍຫຼັງ 25 ປີ ຕໍ່ມາ, ໄມເຄິນກໍຍັງຢືນຢັນຄວາມບໍລິສຸດຂອງຕົນ ຈົນໃນປີ 2018 ສານລັດຄອນເນຕິຄັດໄດ້ປ່ອຍໃຫ້ລາວພົ້ນອອກຈາກຄະດີ ພ້ອມທັງກັບມາເປີດການສືບສວນອີກຄັ້ງໃນປີ 2020.

  1. ນັກຮຽນແລກປ່ຽນຈາກຍີ່ປຸ່ນ

ໃນປີ 1992 ຄືນຮາໂລວີນ, ທີ່ນິວ ອໍລີນ (New Orleans) ໂຢຊິຮິໂຣ ຮັດໂຕຣິ (Yoshihiro Hattori) ເຊິ່ງເປັນນັກຮຽນແລກປ່ຽນຈາກປະເທດຍີ່ປຸ່ນກຳລັງຫາທາງໄປໃຫ້ຮອດຈຸດໝາຍ ເນື່ອງຈາກລະແວກທີ່ຕົນເດີນທາງໄປນັ້ນບໍ່ຄຸ້ນເຄີຍ. ເມື່ອຄິດວ່າມາຮອດສະຖານທີ່ສັງສັນແລ້ວ, ລາວຈຶ່ງເຄາະປະຕູ ແຕ່ກໍບໍ່ມີການຕອບຮັບ, ລາວຈຶ່ງໄດ້ຍ່າງກັບໄປທີ່ລົດ ແຕ່ທັນໃດນັ້ນປະຕູເຮືອນກໍເປີດ ແລະ ຊາຍໃນເຮືອນກໍໃຊ້ປືນແກັບຍິງໃສ່ໂຢຊິຮິໂຣຈົນເສຍຊີວິດທັນທີ.

ເຈົ້າຂອງເຮືອນ ຣັອດນີ (Rodney Peairs) ອ້າງວ່າລາວນັ້ນເຂົ້າໃຈວ່ານັກຮຽນແລກປ່ຽນຈາກຍີ່ປຸ່ນຜູ້ນີ້ກຳລັງບຸກເຂົ້າມາພື້ນທີ່ຂອງຕົນ ຈົນເກີດຄວາມຢ້ານ. ພາຍຫຼັງລາວໄດ້ຖືກຕັ້ງຂໍ້ຫາຄາຕະກຳ ແຕ່ກໍມີປະຊາຊົນອາເມຣິກາອອກມາປະທ້ວງວ່າພວກເຂົາມີສິດທີ່ຈະຄາຕະກຳເພື່ອປົກປ້ອງເຮືອນຂອງຕົນເອງ. ດ້ວຍເຫດນັ້ນທ້າວ ຣັອດນີຈຶ່ງໄດ້ພົ້ນຄະດີອອກມາ.

ສຸດທ້າຍແລ້ວ ໂຢຊິຮິໂຣກໍໄປບໍ່ຮອດງານສັງສັນ ແຖມຍັງຕ້ອງຈົບຊີວິດຂອງຕົນລົງໂດຍບໍ່ໄດ້ຄາດຄິດ.

  1. Peter Fabiano ເສຍຊີວິດຈາກການຄາຕະກຳແຫ່ງຄວາມຫຼົງໃຫຼຈາກຍຸກ 50

ໃນວັນຮາໂລວີນປີ 1957, ທີລອສ ແອງເຈລີສ ພີເຕີ ແລະ ເບັດຕີ້ພວກເຂົາມີທຸລະກິດຮ້ານເສີມສວຍທີ່ກຳລັງໄປດ້ວຍດີ. ແລະໃນຄືນນັ້ນກໍໄດ້ຮ່ວມເທສະການໂດຍການແຈກເຂົ້າໜົມຈົນໝົດຄືນພ້ອມທັງກຽມເຂົ້ານອນ, ແຕ່ກໍມີສຽງເຄາະປະຕູໜ້າເຮືອນໃນເວລາກາງຄືນ. ປີເຕີຈຶ່ງໄດ້ລຸກຂຶ້ນມາເພື່ອເອົາເຂົ້າໜົມຈະແຈກ ຄົນທີ່ຢືນຖ້າຢູ່ໜ້າປະຕູແມ່ນຜູ້ຍິງໃສ່ໜ້າກາກພ້ອມຖົງເຈ້ຍທີ່ຍົກຂຶ້ນ. ທີ່ຈິງແລ້ວມັນແມ່ນຖົງທີ່ເຊື່ອງປືນໄວ້ນັ້ນເອງ, ແລະ ຜູ້ມາຢາມກໍຍິງປືນໃສ່ປີເຕີຈົນເສຍຊີວິດຄາທີ່.

ໃນທີ່ສຸດທາງຕຳຫຼວດກໍສາມາດຈັບຜູ້ກໍ່ເຫດໄດ້, ໂດຍຊື່ຂອງລາວແມ່ນ ໂຈແອນ (Joan Rabel) ພວກເຂົາລາຍງານວ່າໂຈແອນນັ້ນມີຄວາມສຳພັນທາງຊູ້ສາວກັບເບັດຕີ້ ເຊິ່ງກໍຄືເມຍຂອງປີເຕີນັ້ນເອງ. ນາງ ໂຈແອນນັ້ນເປັນນັກຂຽນ ແລະ ຊ່າງພາບ, ລາວໄດ້ເປັນໝູ່ກັບນາງເບັດຕີ້ ແລະ ກໍໄດ້ເກີດຄວາມໃກ້ຊິດເກີນໝູ່ເມື່ອນາງເບັດຕີ້ມີປາກສຽງກັບທ້າວປີເຕີ ຈົນເຖິງຂັ້ນທີ່ຍ້າຍອອກໄປອາໄສຢູ່ກັບໂຈແອນ. ສ່ວນປີເຕີເອງກໍຮັບຮູ້ເລື່ອງດັ່ງກ່າວແຕ່ໃນທີ່ສຸດພວກເຂົາກໍດີກັນ ໂດຍທີ່ເບັດຕີ້ເລືອກຈະສາລະພາບວ່າຕົນເອງນັ້ນນອກໃຈພ້ອມກັບເຫັນວ່າການແຕ່ງງານກັບປີເຕີເປັນສິ່ງທີ່ຍືນຍົງກວ່າ ແລະ ຢຸດຕິດຕໍ່ກັບໂຈແອນ. ນອກຈາກນີ້ທາງເຈົ້າໜ້າທີ່ຍັງພົບວ່າ ໂຈແອນນັ້ນໄດ້ໃຫ້ຜູ້ຍິງອີກຄົນເປັນຜູ້ລົງມື, ນາງໂກດິນ (Goldyne Pizer) ເລຂາການຢາ. ພວກເຂົາໄດ້ພົບກັນໃນປີ 1957 ແລະ ເກີດຄວາມສະໜິດສະໜົມກັນຢ່າງໄວວາ ກ່ອນທີ່ໂຈແອນຈະເລົ່າເລື່ອງຂອງປີເຕີ ພ້ອມຄວາມອາຄາດແຄ້ນຈົນສາມາດລໍ້ລວງໃຫ້ນາງໂກດິນສົມຮູ້ຮ່ວມຄິດໃນການຄາຕະກຳຄັ້ງນີ້. ຕຳຫຼວດເບິ່ງວ່າຄະດີດັ່ງກ່າວເປັນການເກີດຈາກຄວາມຫຼົງໃຫຼຂອງຄວາມຮັກສາມເສົ້ານີ້, ທັງສອງຈຶ່ງໄດ້ຖືກຕັ້ງໂທດເປັນການຄາຕະກຳລະດັບສອງ ກໍຄືການຄາຕະກຳໂດຍເຈດຕະນາ ແຕ່ບໍ່ມີການໄຕ່ຕອງມາກ່ອນ. ພວກເຂົ້າໄດ້ຖືກຕັດສິນຈຳຄຸກ 5 ປີ ແລະ ຖືກປ່ອຍຕົວອອກມາ.

  1. ຈອນນີ້ (Johnny Frank Garrett) ຮັດຄໍແມ່ຊີຈົນເຖິງແກ່ຊີວິດ

ໃນວັນທີ 31 ຕຸລາ ປີ 1981, ເຈົ້າໜ້າທີ່ຕຳຫຼວດໄດ້ພົບສົບຂອງແມ່ຊີ Tadea Benz ເຊິ່ງກຳລັງນອນເປືອຍທີ່ຫ້ອງສຳນັກສາສະໜາທີ່ເທັກຊັສ. ແມ່ຊີຄົນອື່ນກໍໄດ້ລາຍງານວ່າມີປ່ອງຢ້ຽມທີ່ຫ້ອງຊຸມນຸມແຕກຈຶ່ງໄດ້ຮີບໂທແຈ້ງຕຳຫຼວດທັນທີ.

ທາງເຈົ້າໜ້າທີ່ໄດ້ພົບຊຸດຂອງແມ່ຊີ Tadea ແລະ ມີດຢູ່ກ້ອງຕຽງນອນ. ໃນຂະນະດຽວກັນ, ຜົນຊັນນະສູດກໍສະແດງອອກມາວ່າແມ່ຊີໄດ້ຖືກຄຸກຄາມທາງເພດ, ແທງ ແລະ ຮັດຄໍຈົນເຖິງແກ່ຄວາມຕາຍ. ພວກເຂົາຈຶ່ງໄດ້ຈັບກຸມຊາຍທີ່ອາໄສຢູ່ເຮືອນຫຼັງກົງກັນຂ້າມຂອງຖະໜົນ ຫຼັງຈາກທີ່ມີພະຍານໄດ້ພົບເຫັນລາວແລ່ນອອກມາຈາກສຳນັກສາສະໜາເມື່ອຄືນກ່ອນ. ຜູ້ກໍ່ເຫດມີຊື່ວ່າ ຈອນນີ້ (Johnny Frank Garrett) ອາຍຸ 17 ປີ ໃນເວລານັ້ນ ໂດຍທີ່ລາວໄດ້ມີປະຫວັດສຸຂະພາບຈິດທີ່ບໍ່ແຂງແຮງ ບວກກັບການຖືກຂົ່ມເຫັງເມື່ອຍັງນ້ອຍ. ຕອນອາຍຸ 10 ປີ, ຄົນໃນເຮືອນກໍໄດ້ນຳທ້າວຈອນນີ້ເຂົ້າມາໃຊ້ສານເສບຕິດເຊິ່ງສົ່ງຜົນເສຍຕໍ່ສະໝອງ, ລາວມັກຈະຖືກຕີເປັນປະຈຳ ບາງຄັ້ງກໍຖືກຈັບວາງໃສ່ເຕົາ, ລາວເຄີຍຖືກຜູ້ເປັນພໍ່ລ້ຽງຂົ່ມຂືນ ແລະ ເອົາຕົວລາວໄປຂາຍບໍລິການທາງເພດໃຫ້ແກ່ຊາຍອື່ນຕັ້ງແຕ່ 14 ປີ, ແລະ ກໍໄດ້ເລີ່ມມີການມີເພດສຳພັນທີ່ແປກປະຫຼາດຂຶ້ນນັບມື້ ພ້ອມທັງຍັງໄດ້ຖືກຈັບໄປສະແດງໃນຮູບເງົາອະນາຈານອີກພ້ອມ. ເຖິງຢ່າງໃດກໍຕາມ, ພາຍຫຼັງລາວກໍໄດ້ຖືກຕັດສິນໃຫ້ສັກຢາປະຫານຊີວິດໃນປີ 1992.

  1. ຄາລ (Karl Jackson) ຖືກຄາຕະກຳຈາກການໂຍນໄຂ່ໃສ່ລົດ

ການໂຍນໄຂ່ໃສ່ລົດໃນຄືນວັນຮາໂລວີນເປັນການກໍ່ກວນໂດຍທົ່ວໄປ ແຖມມັນບໍ່ໄດ້ມີຄວາມອັນຕະລາຍໃດໆ ແຕ່ໃນປີ 1992 ມັນໄດ້ປ່ຽນແປງໄປ. ເມື່ອຊາຍ 21 ປີຊື່ວ່າຄາລ ແຈັກສັນ ແລະ ແຟນສາວພາກັນໄປຮັບລູກຊາຍຈາກງານສັງສັນຮາໂລວີນ. ເຊິ່ງປົກກະຕິຕົວຄາລນັ້ນເປັນຄົນມິດງຽບ, ບໍ່ມັກມີເລື່ອງ ແລະ ມັກຈະຫຼີກເວັ້ນການສັງສັນງານຮາໂລວີນ ເພາະເຫັນວ່າມັນອັນຕະລາຍ. ໃນຂະນະທີ່ຂັບລົດກັບນັ້ນ, ກໍໄດ້ມີໄວໜຸ່ມກຸ່ມໜຶ່ງ ພາກັນໂຍນໄຂ່ໃສ່ລົດຂອງພວກເຂົາ. ຄາລໃຈຮ້າຍ ແລະ ອອກມາຈາກລົດດ່າໃສ່ກຸ່ມໄວໜຸ່ມພວກນັ້ນພ້ອມທັງບອກໃຫ້ພວກເຂົາຢຸດ. ແຕ່ຜົນປາກົດວ່າ ໜຶ່ງໃນນັ້ນຍົກປືນຂຶ້ນມາຍິງໃສ່ຫົວຂອງລາວຈົນເຖິງແກ່ຄວາມຕາຍໃນທັນທີ.

ເຄີຕິສ ສະເຕີລິງ (Curtis Sterling) ອາຍຸ 17 ປີ ໄດ້ຖືກຕັ້ງຂໍ້ຫາເປັນການຄາຕະກຳລະດັບສອງ ພ້ອມທັງຄອບຄອງອາວຸດອັນຕະລາຍ ກ່ອນທີ່ຈະໄດ້ຖືກຕັດສິນຈຳຄຸກ 20 ປີ. ໃນວັນຮາໂລວີນທຸກໆປີ ຫຼື ກໍຄືວັນຄົບຮອບການເສຍຊີວິດຂອງຄາລ, ແມ່ຂອງລາວຈະສົ່ງຈົດໝາຍໄປທີ່ຄຸກໃຫ້ເຄີຕິສ ເຊິ່ງແມ່ນຜູ້ກໍ່ເຫດ ໂດຍເນື້ອໃນຂຽນວ່າ “ຂ້ອຍດີໃຈທີ່ເຈົ້າຍັງຢູ່ໃນນັ້ນ”

  1. ວິລລຽມ ລິສກີ (William Liske) ສັງຫານຄອບຄົວຕົນເອງໃນວັນຮາໂລວີນ

ໃນປີ 2010, ວັນຮາໂລວີນ ທີ່ມິຊິແກນ (Michigan) ເດວິນ ກຣິຟຟິນ (Devon Griffin) ອາຍຸ 16ປີ ໄດ້ກັບມາເຮືອນຫຼັງຈາກທີ່ໄດ້ເຂົ້າຮ່ວມພິທີໂບດ ແລະ ໄປນອນຫຼິ້ນທີ່ເຮືອນໝູ່ໃນວັນຮາໂລວີນ. ແຕ່ກໍສັງເກດໄດ້ວ່າຢູ່ເຮືອນນັ້ນງຽບຜິດປົກກະຕິ. ລາວຈຶ່ງໄດ້ຂຶ້ນໄປຊອກຫາສະມາຊິກໃນເຮືອນແຕ່ລະຄົນ. ຈົນໄດ້ໄປພົບກັບພໍ່ລ້ຽງຂອງຕົນກຳລັງນອນຈົມກອງເລືອດໃນຕຽງ, ເມື່ອຕຳຫຼວດມາຮອດກໍໄດ້ພົບອີກສອງສົບເຊິ່ງແມ່ນແມ່ ແລະ ອ້າຍ.

ພາຍຫຼັງຕຳຫຼວດໄດ້ພົບວ່າຄາຕະກອນແມ່ນອ້າຍລ້ຽງຂອງເດວິນ, ທ້າວ ວິລລຽມ ລິສກີ. ເຊິ່ງວິລລຽມນັ້ນໃຊ້ຄ້ອນຕີອ້າຍແທ້ໆຂອງເດວິນ, ທ້າວເດເຣັກຈົນເຖິງແກ່ຄວາມຕາຍ. ວິລລຽມຍັງນຳໄປຍິງພໍ່ແທ້ໆ ຂອງຕົນຫ້ານັດ, ແລະ ຄຸກຄາມທາງເພດແມ່ລ້ຽງພ້ອມທັງຍິງຈົນເສຍຊີວິດ. ວິລລຽມໃນອາຍຸ 24 ປີໄດ້ມີລາຍງານທາງສຸຂະພາບຈິດວ່າເປັນໂຣກຈິດ (Schizophrenia) ໂດຍທາງເຈົ້າໜ້າທີ່ໄດ້ສັນນິຖານວ່າລາວອາດກຳລັງມີອາການພາບຫຼອນ ພາຍຫຼັງໄດ້ຖືກຕັດສິນຈຳຄຸກພົ້ນໂທດປະຫານໄປ ແຕ່ກໍມາເສຍຊີວິດຈາກການທຳຮ້າຍຕົນເອງໃນປີ 2015.

  1. ຄາຕະກຳທີ່ຍັງບໍ່ສາມາດໄຂຄະດີຕັ້ງແຕ່ 1981 ຈົນຮອດມື້ນີ້

ປີ 1981 ທີ່ແມນແຮດຕັນ (Manhattan) ໂຣນອລ ຊິສແມນ ຜູ້ເປັນຊ່າງພາບ ແລະ ເອລິຊາເບັດ ພລາສແມນ ເປັນນັກສຶກສາວິທະຍາໄລ ໄດ້ຖືກທຸບຕີ ແລະ ຖືກຍິງທີ່ດ້ານຫຼັງຂອງຫົວທັງຂອງທັງສອງຄົນລະນັດຈົນເຖິງແກ່ຄວາມຕາຍ ທີ່ອາພາດເມັ້ນຂອງພວກເຂົາໃນຄືນວັນຮາໂລວີນ. ສະພາບຫ້ອງພັກຂອງພວກເຂົານັ້ນຖືກຄົ້ນຈົນຮົກໄປໝົດ ແຕ່ກໍບໍ່ມີສິ່ງຂອງໃດສູນຫາຍເລີຍ. ເຈົ້າໜ້າທີ່ໄດ້ສົງໄສວ່າໂຣນອລອາດຈະຮູ້ຈັກກັບຜູ້ກໍ່ເຫດເນື່ອງຈາກເຂົາບໍ່ພົບເຫັນຫຼັກຖານການບຸກເຂົ້າມາ ເຊິ່ງຈົນຮອດທຸກມື້ນີ້, ທາງຕຳຫຼວດກໍຍັງບໍ່ສາມາດໄຂຄະດີໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/