ນົມງົວທີ່ບໍ່ໄດ້ມາຈາກງົວ ພ້ອມທັງສາມາດລົດກາສເຮືອນແກ້ວ ແລະ ຣົດຊາດດີຄືກັບນົມງົວແທ້ໆ


ນົມງົວເປັນເຄື່ອງດື່ມປະເພດໜຶ່ງທີ່ຄົນທົ່ວໂລກຕ່າງກໍຄຸ້ນເຄີຍ ເພາະເຮົາດື່ມມັນມາແຕ່ນ້ອຍຈົນໃຫຍ່ ນອກຈາກປະໂຫຍດແລະຄຸນຄ່າທາງອາຫານ ນົມງົວຍັງມີລົດຊາດທີ່ຫອມ, ມັນ, ຫວານ ໃຜໆກໍສາມາດດື່ມໄດ້.

ໃນອະນາຄົດຖ້າເຮົາຢາກດື່ມນົມງົວສົດໆ ເຮົາອາດຈະບໍ່ຈຳເປັນເອົາຈາກເຕົ້ານົມງົວແລ້ວກໍເປັນໄດ້ ເພາະຫຼ້າສຸດ ທາງ Perfect Day ບໍລິສັດ start up ດ້ານເທັກໂນໂລຢີອາຫານ ຫາວິທີຜະລິດ “ນົມງົວ(ສັງເຄາະ)” ໂດຍບໍ່ຕ້ອງໃຊ້ງົວແລ້ວ ແລະ ນົມທີ່ໄດ້ມາກໍມີຣົດຊາດ ແລະ ຄຸນຄ່າທາງໂພຊະນາການຄ້າຍຄືກັບຂອງແທ້ແບບບໍ່ຜິດແປກ ເຊິ່ງເໝາະກັບຄົນທີ່ເປັນມັງສະວິລັດເພາະບໍ່ໄດ້ຜະລິດມາຈາກສັດ ແຕ່ບໍ່ເໝາະສຳລັບຄົນທີ່ແພ້ນົມງົວ ເຖິງຈະບໍ່ມີ ນ້ຳຕານ Lactose , Cholesterol ,Steroid ແລະ ສານ Antibiotic ກໍຕາມ. ນອກຈາກນັ້ນ ມີການພິສູດແລ້ວວ່າເປັນມິດຕໍ່ສິ່ງແວດລ້ອມຫຼາຍກວ່າຂະບວນການຜະລິດແບບປົກກະຕິ ເພາະສາມາດຊ່ວຍລົດການປ່ອຍກາສເຮືອນແກ້ວໄດ້ ປະມານ 91%-97%.

ທາງ Perfect Day ຄົ້ນພົບວິທີການຜະລິດໂປຣຕີນດ້ວຍການສັງເຄາະຜ່ານການດັດແປງກຳມະພັນຂອງງົວເຂົ້າກັບຈຸລິນຊີ ເຊັ່ນ: ເຊື້ອແບັກທີເຣຍ , ຢີສ (yeast) ຫຼື ເຊື້ອຣາ ກ່ອນນຳໄປເຂົ້າຂະບວນການໝັກເພື່ອສ້າງໂປຣຕີນນົມ ໂດຍໃສ່ຈຸລິນຊີນ້ຳຕານຈາກພືດ, ເກືອ ແລະ ອາຫານລ້ຽງເຊື້ອຈຸລິນຊີຊະນິດແຫຼວລົງໃນຖັງໝັກ ແລ້ວປັບອຸນຫະພູມຄ່າ pH ແລະ ຄວາມເຄັມໃນຫ້ອງຢູ່ໃນລະດັບທີ່ເໝາະສົມ ເພື່ອໃຫ້ຈຸລິນຊີເຕີບໃຫຍ່ໄດ້ເປັນຢ່າງດີ. ເມື່ອເຮັດການໝັກຮຽບຮ້ອຍແລ້ວ ຂອງແຫຼວຈະຖືກລະບາຍອອກ ແລະ ສະກັດອອກມາເປັນໂປຣຕີນນົມທີ່ບໍ່ໄດ້ມາຈາກສັດ.

ເມື່ອທຽບກັບຂະບວນການຜະລິດນົມງົວປົກກະຕິ ແລະ ການຜະລິດໂປຣຕີນນົມງົວ ພົບວ່າ ການຜະລິດໂປຣຕີນນົມຊ່ວຍລົດການປ່ອຍກາສເຮືອນແກ້ວໜ້ອຍລົງ 91%-97% ໃຊ້ພະລັງງານໃນການຜະລິດໜ້ອຍລົງຮອດ 60% (ປະມານ 7.5 ໝື່ນລ້ານ MJ) ແລະໃຊ້ນ້ຳໜ້ອຍລົງຮອດ 99% (ປະມານ 18.6 ລ້ານລ້ານ gallon)

ປັດຈຸບັນ Perfect Day ໄດ້ນຳໂປຣຕີນນົມໄປຕໍ່ຍອດເປັນຜະລິດຕະພັນຕ່າງໆ ໂດຍໃນປີ 2020 ພວກເຂົາໄດ້ຂາຍກະແລັມທີ່ເຮັດມາຈາກໂປຣຕີນນົມ ທີ່ອາເມຣິກາ ແລະ ກໍໄດ້ຮັບຄວາມນິຍົມ ເຊິ່ງລູກຄ້າສ່ວນຫຼາຍພໍໃຈ ເພາະຣົດຊາດຄ້າຍຄືກັບນົມງົວປົກຕິ.

ນີ້ກໍຖືວ່າເປັນເທັກໂນໂລຢີທີ່ສາມາດຊ່ວຍໃນການຫຼຸດຜ່ອນບັນຫາການປ່ອຍກາສເຮືອນແກ້ວທີ່ເປັນໜຶ່ງສາເຫດທີ່ເຮັດໃຫ້ເກີດພາວະໂລກຮ້ອນ ນອກນັ້ນຍັງເປັນມິດຕໍ່ສິ່ງແວດລ້ອມອີກ. ຖ້າໃນອະນາຄົດເຮົາມີເທັກໂນໂລຢີທີ່ສາມາດຫຼຸດຜ່ອນບັນຫາສິ່ງແວດລ້ອມ ມັນກໍອາດຈະດີບໍ່ຫຼາຍກໍໜ້ອຍເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/