ການລັອກດາວຈາກໂຄວິດ-19 ອາດເປັນປັດໄຈໃຫ້ໄຂ້ຫວັດໃຫຍ່ອື່ນໆ ສູນພັນ


ຕັ້ງແຕ່ເກີດການແຜ່ລະບາດຂອງເຊື້ອໂຄວິດ-19 ເຊິ່ງນັບວ່າເປັນໄຂ້ຫວັດທີ່ກະຈາຍສູ່ຄົນໄດ້ຢ່າງວ່ອງໄວ ພ້ອມທັງຍັງເປັນອັນຕະລາຍເຖິງແກ່ຊີວິດ. ດ້ວຍເຫດນັ້ນ, ທົ່ວໂລກກໍໄດ້ມີການວາງມາດຕະການຕ່າງໆ ຂຶ້ນມາເພື່ອປ້ອງກັນບໍ່ໃຫ້ມີການສູນເສຍເພີ່ມຂຶ້ນ.

ທຸກມື້ນີ້ທຸກຄົນກໍຄົງຈະເບື່ອ ແລະ ຢາກໃຫ້ການລັອກດາວນີ້ສິ້ນສຸດລົງໃຫ້ໄວທີ່ສຸດ ເພາະມັນກິນເວລາມາກວ່າສອງປີແລ້ວທີ່ພວກເຮົາບໍ່ສາມາດເດີນທາງໄປໃສມາໃສໄດ້ ນອກຈາກນີ້ຍັງຕ້ອງລະແວງກັນທຸກມື້ວ່າອ້ອມຂ້າງຕົນເອງ ຫຼື ຕົນເອງຕິດແລ້ວບໍ່? ແຕ່ການລັອກດາວ ເຊິ່ງເປັນໜຶ່ງໃນມາດຕະການທີ່ສາກົນບັງຄັບໃຊ້ ລວມໄປເຖິງຂໍ້ກຳນົດຕ່າງໆ ກໍເປັນປັດໄຈເຮັດໃຫ້ມີຂ່າວດີຂຶ້ນມາ ນັ້ນກໍຄື ໄວຣັສໄຂ້ຫວັດສາຍພັນບີ ໂດຍເປັນສາຍພັນຍ່ອຍຊື່ວ່າ Yamagata ຫຼື Influenza B Virus (IBV) B/Yamagata ອາດສູນພັນໄປແລ້ວ.

ອ້າງອີງຈາກການວິໄຈຈາກ Nature Reviews microbiology ການກວດພົບເຊື້ອຂອງໄຂ້ຫວັດໃຫຍ່ສາຍພັນບີ Yamagata ນັ້ນລົດລົງຢ່າງຮຸນແຮງຈົນເຖິງຂັ້ນຫາຍອອກໄປຈາກກະດານຕົວເລກຕັ້ງແຕ່ ເມສາປີ 2020 ໂດຍຕົວເລກລົດລົງແມ່ນ -99% ເມື່ອນຳໄປປຽບທຽບກັບຕົວເລກຂອງປີກ່ອນໆ. ທາງຊ່ຽວຊານໄດ້ຄາດວ່າແມ່ນຍ້ອນມາດຕະການພຶດຕິກຳໃນປັດຈຸບັນ ຕັ້ງແຕ່ການເວັ້ນໄລຍະຫ່າງທາງສັງຄົມ, ການຮັກສາຄວາມສະອາດຢູ່ເລື້ອຍໆ, ການໃສ່ໜ້າກາກອະນາໄມຕະຫຼອດເວລາ ໄປຈົນຮອດການຈຳກັດ ຫຼື ຫ້າມທ່ອງທ່ຽວອອກໄປນອກເມືອງ ແລະ ຕ່າງປະເທດ. ນອກຈາກນີ້ ຄວາມຫຼາກຫຼາຍທາງກຳມະພັນຂອງເຊື້ອໄຂ້ຫວັດໃຫຍ່ສາຍພັນ A (H3N2)  ແລະ (H1N1) ຍັງລົດລົງ ສຳລັບສາຍພັນຍ່ອຍຂອງ B/Victoria ແມ່ນລົດລົງໄປໝົດ. ຕັ້ງແຕ່ປີ 1990 ມາ ເຊື້ອໄຂ້ຫວັດໃຫຍ່ສາຍພັນ B ແມ່ນຖືກກວດພົບວ່າໄດ້ມີການຢຸດຈະເລີນເຕີບໃຫຍ່ໄປຮຽບຮ້ອຍແລ້ວທົ່ວໂລກ ຍົກເວັ້ນແຕ່ໃນທະວີບເອເຊຍ ທີ່ມີການແຜ່ລະບາດສາຍພັນ B ແຕ່ກໍສາມາດຄວບຄຸມ ແລະ ແຍກມັນອອກມາໄດ້ໃນຕົ້ນປີ 2000.

ເຊື້ອໄວຣັສສາຍພັນ Yamagata ນັ້້ນ ເມື່ອປຽບທຽບກັບສາຍພັນຍ່ອຍອື່ນໆ ເຊັ່ນ Victoria ແມ່ນມີຄວາມສາມາດຜະລິດເພີ່ມຂຶ້ນໄດ້ຕໍ່ຳ. ການແຜ່ລະບາດຂອງ Yamagata ຈະຊ້າແລະຂອບເຂດການຕິດເຊື້ອຈະສັ້ນກວ່າ. ດ້ວຍເຫດນັ້ນເອງ ເມື່ອຢູ່ໃນໂລກປັດຈຸບັນທີ່ທຸກຄົນຕ່າງກໍເວັ້ນໄລຍະຫ່າງແລ້ວ ສາຍພັນ Yamagata ກໍບໍ່ມີໂອກາດແຜ່ເຊື້ອໃຫ້ຕິດສູ່ຄົນຈົນຫາຍໄປເອງໃນທີ່ສຸດ. ມັນຈຶ່ງເປັນທັງຂ່າວດີ ແລະ ຕົວຢ່າງໃຫ້ເຫັນວ່າການຮັກສາຄວາມສະອາດພ້ອມກັບຮັກສາໄລຍະຫ່າງນັ້ນມີປະສິດທິຜົນ. ເພື່ອຈະໄດ້ຮີບກັບໄປໃຊ້ຊີວິດທີ່ບໍ່ຕ້ອງກັງວົນການຕິດເຊື້ອ ເຮົາຄວນຈະໃສ່ໜ້າກາກພ້ອມຮັກສາມາດຕະການຄວາມສະອາດຢ່າງເຄັ່ງຄັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/