ກຽມອອກຈາກໂລກ ເຂົ້າມາສູ່ metaverse


ໃນວັນທີ 28 ເດືອນຕຸລາທີ່ຜ່ານມາ ເຈົ້າຂອງບໍລິສັດຜູ້ໃຫ້ບໍລິການທາງອິນເຕີເນັດຊື່ດັງລະດັບໂລກຢ່າງ Mark Zuckerberg ທີ່ເປັນເຈົ້າຂອງ facebook ໄດ້ມີການອອກມາປ່ອຍວິດີໂອລົງໂລກໂຊຊຽວ ໂດຍເນື້ອໃນຈາກວີດີໂອແມ່ນການປ່ຽນຊືຂອງບໍລິສັດ facebook ຢ່າງເປັນທາງການສູ່ meta ພ້ອມກັບໄດ້ນຳສະເໜີໂລກແຫ່ງອະນາຄົດໃນອີກບໍ່ດົນຂອງພວກເຮົາ – metaverse.

ຕົວ metaverse ນັ້ນຈະເປັນດັ່ງໂລກທີ່ເປັນການປະສົມປະສານລະຫວ່າງ AR ແລະ VR ທີ່ຜູ້ໃຊ້ສາມາດເຂົ້າມາທ່ອງໃນໂລກນີ້ຜ່ານອິນເຕີເນັດ ນອກຈາກນີ້ຍັງສາມາດຈະໄປສະຖານທີ່ໃດກໍໄດ້ ແລະ ນັດພົບກັບໃຜກໍໄດ້. ຫຼາຍໆຄົນອາດຈະຄິດວ່າມັນກໍບໍຕ່າງຈາກການຫຼິ້ນເກມອອນລາຍທົ່ວໄປບໍ່ວ່າຈະເປັນຈາກຄອມ ຫຼື ໂທລະສັບມືຖືແມ່ນບໍ່ ແຕ່ metaverse ໄດ້ມີຄຳຕອບໃຫ້ເຮົາຮຽບຮ້ອຍແລ້ວ.

ທຸກຄົນສາມາດນຳໃຊ້ເມຕາເວີສ (metaverse) ໄດ້ຜ່ານທັງໂທລະສັບແລະຄອມພິວເຕີ ແຕ່ການເຂົ້າເຖິງຈະໃຫ້ປະສິດທິພາບທີ່ຕ່ຳ ຖ້າບໍ່ມີອຸປະກອນຢ່າງແວ່ນຕາ VR ເຂົ້າໄປນຳໃຊ້ຄຽງຄູ່ນຳ. ເຊິ່ງຕົວແວ່ນຕານີ້ຈະເປັນປັດໄຈຫຼັກໃນການເຊື່ອມເຂົ້າສູ່ໂລກດັ່ງກ່າວ ທີ່ບໍ່ແມ່ນແຕ່ເກມອີກຕໍ່ໄປ. ເມື່ອໄດ້ເຂົ້າໄປແລ້ວ, ສິ່ງທຳອິດທີ່ຈະເຫັນກໍຄືສະຖານທີ່ທີ່ເປັນເຮືອນຂອງເຮົາ ໂດຍມັນຈະມີຮູບແບບຕ່າງໆໃຫ້ໄດ້ເລືອກ ພ້ອມໃຫ້ຕົກແຕ່ງຕາມໃຈ. ບວກເຂົ້າໃສ່ກັບແວ່ນຕາທີ່ສ້າງພາບເໝືອນຈິງທີ່ຈະຊ່ວຍໃຫ້ເຮົາໄດ້ເຫັນທຸກຢ່າງໃນເກມເປັນຄືກັບຂອງແທ້ຈາກໂລກພາຍນອກໄດ້ ຜູ້ໃຊ້ງານຈະສາມາດເລືອກແຕ່ງຕົວໄດ້ທັງ ຮູບຮ່າງ, ສີຜິວ, ສີຜົມໄປໝົດ ເພື່ອເປັນຕົວລະຄອນຂອງຕົນເອງ ຫຼື ເອີ້ນວ່າຕົວ Avatar ໃນໂລກຂອງເມຕາເວີສ ນອກຈາກນີ້ມັນຍັງເຊື່ອມຕໍ່ຊ່ອງທາງການໃຫ້ບໍລິການຕ່າງໆ ຂອງ meta ເຊັ່ນ facebook, WhatsApp, messenger ແລະ ອື່ນໆ ເພື່ອຊ່ວຍໃຫ້ຜູ້ຫຼິ້ນໄດ້ສາມາດລົມກັບໝູ່ຈາກຊ່ອງທາງຕ່າງໆ ເປັນຄືຢືນລົມກັນຕໍ່ໜ້າກັນເລີຍ.

ວ່າດ້ວຍການສື່ສານກັນທີ່ເປັນເປົ້າໝາຍຫຼັກຂອງ meta ແລ້ວ, ມັນຍັງສາມາດນຳໄປໃຊ້ໄດ້ຫຼາກຫຼາຍເຊັ່ນ: ການຈັດງານສັງສັນກັບໝູ່, ການສະແດງຜົນງານສິລະປະ, ໄປທ່ຽວ, ອອກກຳລັງກາຍ ແລະ ການເຮັດວຽກ. ເຮົາສາມາດນັ່ງລົມປະຊຸມໂຮໂລແກຣມກັນທຸກຄົນໄດ້ຢ່າງສົມຈິງ ແລະ ຍັງຫຼຸດຜ່ອນການເສຍເວລາທີ່ບໍ່ຈຳເປັນຕ້ອງເສຍໄປກັບການຂັບຂີ່ລົດເພື່ອອອກໄປເຮັດວຽກອີກພ້ອມ.ໃນອະນາຄົດກໍຈະມີວຽກໃໝ່ໆ ເພີ່ມຂຶ້ນມາ ແລະ ເມຕາເວີສນີ້ເອງຈະເປັນຕົວຊ່ວຍໃຫ້ທຸກຄົນທົ່ວໂລກໄດ້ເຮັດວຽກໃດກໍໄດ້ ໂດຍບໍ່ມີເຊິ່່ງເຂດແດນເປັນສິ່ງກີດກັ້ນ. ພ້ອມກັນນັ້ນ ເພື່ອບໍ່ໃຫ້ເປັນການປົນກັນໃນການໃຊ້ງານ ເຊັ່ນຄົນທີ່ຕ້ອງການຈະເຂົ້າມາເພື່ອສັງສັນເທົ່ານັ້ນ ຫຼື ຄົນທີ່ຕ້ອງການຈະເຂົ້າມາເພື່ອເຮັດວຽກເທົ່ານັ້ນ ໂດຍບໍ່ຢາກໃຫ້ຊ່ອງທາງອື່ນໆຂອງຕົນເອງໄປປະປົນຢູ່ໃນເມຕາເວີສເລີຍ ຕົວ Mark ເອງກໍໄດ້ບອກວ່າຜູ້ຫຼິ້ນສາມາດສະໝັກເຂົ້າເມຕາເວີສໄດ້ຜ່ານບັນຊີອື່ນໆ ນອກເໜືອຈາກບັນຊີສ່ວນຕົວ.

ວິໄສທັດຂອງເມຕານັ້ນຈະຊ່ວຍສະໜັບສະໜູນການໃຊ້ຊີວິດແບບຍຸກປັດຈຸບັນຂອງເຮົາຢ່າງຫຼວງຫຼາຍບໍ່ວ່າຈະເປັນການທີ່ຕ້ອງເຮັດວຽກທີ່ເຮືອນຕົນເອງ ຫຼື ການເວັ້ນໄລຍະຫ່າງ ເຊິ່ງມັນເປັນບັນຫາໃນການໃຊ້ຊີວິດສຳລັບທຸກຄົນ ແລະຖ້າເມຕາເວີສເຂົ້າມາຊ່ວຍໄດ້ໃນຈຸດນີ້ກໍຈະເປັນການປ່ຽນແປງສັງຄົມໄປອີກບາດກ້າວໃຫຍ່ເລີຍກໍວ່າໄດ້. ເຖິງຢ່າງໃດກໍຕາມ ການໃຊ້ງານຍັງຢູ່ໃນຂັ້ນທົດລອງຢູ່ ອີກທັງການທີ່ຜູ້ຫຼິ້ນຈະສາມາດເຂົ້າໄປໃນໂລກໄດ້ຈະຕ້ອງມີແວ່ນຕາ VR ເຊິ່ງມີແວວທີ່ລາຄາຈະລົດລົງຫຼາຍເພື່ອໃຫ້ຫຼາຍໆຄົນສາມາດເຂົ້າເຖິງໄດ້ ຈົນກວ່າຈະມີການປະກາດເປີດຕົວຢ່າງເປັນທາງການ ພວກເຮົາກໍຍັງຕ້ອງໄດ້ລໍຖ້າໄປອີກຫຼາຍປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/