ເມືອງປາກງື່ມຢືນຢັນ ຂໍ້ກ່າວຫາໃນຄືນອອກພັນສາ ແມ່ນບໍ່ມີການຍິງປືນ ບໍ່ໄດ້ຍິງບັ້ງໄຟພະຍານາກຢ່າງທີ່ຫຼາຍຄົນເຂົ້າໃຈ


ຈາກມື້ບຸນອອກພັນສາທີ່ຜ່ານມາ ກໍມີຂ່າວລືກັນຢ່າງສະໜັ່ນຫວັ່ນໄຫວ ກ່ຽວກັບການຍິງປືນຄ່ຳຄືນອອກພັນສາ ທີ່ທາງປະເທດເພື່ອນບ້ານມີການເຂົ້າໃຈວ່າທາງລາວມີການຫຼອກລວງຊວນເຊື່ອ ວ່າເປັນບັ້ງໄຟພະຍານາກ ແລະ ມີການແຈ້ງຂໍ້ກ່າວຫາຕໍ່ກັບເລື່ອງດັ່ງກ່າວນີ້.

ເຈົ້າເມືອງ ເມືອງປາກງື່ມ ພ້ອມດ້ວຍຫົວໜ້າກອງບັນຊາການ ປກສ-ປກຊ ແລະ ອົງການປົກຄອງບ້ານ ໄດ້ອອກມາຢືນຢັນ ຂໍ້ກ່າວຫາທີ່ວ່າມີບ້ານປະຊາຊົນ ລຽບຕາມແມ່ນໍ້າຂອງ ຍິງປືນເພື່ອຫຼອກລວງກຸ່ມບ້ານຝັ່ງປະເທດເພື່ອນບ້ານ ວ່າເປັນບັ້ງໄຟພະຍານາກນັ້ນ “ແມ່ນບໍ່ມີມູນຄວາມຈິງ”.

ກໍລະນີແອດມິນ Page ດັງ Page ໜຶ່ງ ໄດ້ພິສູດບັ້ງໄຟພະຍານາກ ໂດຍຍື່ນເອກະສານໄປຍັງທູດລາວ ປະຈຳປະເທດໄທ, ໂດຍໃຫ້ກວດສອບບັ້ງໄຟພະຍານາກ ທີ່ເກີດຂຶ້ນໃນວັນທີ 21 ຕຸລາ 2021 ທີ່ຜ່ານມາ ວ່າເປັນການຍິງລູກປືນສ່ອງແສງ ຈຳນວນ 10 ບ້ານ ພາຍໃນເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ບັນດາບ້ານໃນເມືອງປາກກະດິງ ແຂວງບໍລິຄຳໄຊ ເພື່ອຫຼອກລວງທາງຝັ່ງໄທຢ່າງໜອງຄາຍ ແລະ ບຶງການ ວ່າເປັນບັ້ງໄຟພະຍານາກ.

ຈາກທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ທາງພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນທະຫານຕຳຫຼວດ ອົງການປົກຄອງແຕ່ລະບ້ານໄດ້ສຸມໃສ່ປະຕິບັດວຽກງານຢ່າງເຕັມທີ່ ແລະ ເຄັ່ງຄັດ ເພື່ອຄວາມສະຫງົບສຸກ ແລະ ຄວາມປອດໄພຂອງແຕ່ລະບ້ານ. ສະນັ້ນແລ້ວ ການຍິງປືນນັ້ນ ແມ່ນບໍ່ມີມູນຄວາມຈິງ ບໍ່ມີການຍິງປືນ ແຕ່ຢ່າງໃດ ເພາະໄລຍະນີ້ແມ່ນຫ້າມບໍ່ໃຫ້ປະຊາຊົນຈັດງານປະເພນີ ຫຼື ເດີນທາງໄປມາຄືດັ່ງເມື່ອກ່ອນ ຖ້າບໍ່ມີຄວາມຈຳເປັນ.

ຂອບໃຈຂໍ້ມູນຈາກ:

Vte9 Chanel ທາງໂທລະພາບນະຄອນຫຼວງວຽງຈັນ ຫຼື VTE Laos News – ຂ່າວລາວ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/