Facebook ປ່ຽນຊື່ບໍລິສັດໃໝ່ເປັນ “Meta” ເພື່ອພັດທະນາທິດທາງບໍລິສັດສູ່ Metaverse company


Facebook ໄດ້ປ່ຽນຊື່ບໍລິສັດໃໝ່ແລ້ວໂດຍໃສ່ຊື່ວ່າ “Meta” ເພື່ອເປັນການຫັນວິໄສທັດໃຫ້ສອດຄ່ອງກັບການຈະເປັນ ບໍລິສັດ Metaverse.

ໂດຍການປ່ຽນຊື່ເທື່ອນີ້ກໍເປັນການປ່ຽນເພື່ອຣີແບຣນຂອງບໍລິສັດເພື່ອໃຫ້ຄອບຄຸມກັບທຸລະກິດໃໝ່ທີ່ກ່ຽວກັບ AR ແລະ VR ໂດຍທີ່ທຸລະກິດ Social Media ຢ່າງເຊັ່ນ: Facebook, Instagram, WhatsApp, Facebook Messenger ກໍບໍ່ໄດ້ມີການປ່ຽນຊື່ ຫຼື ຖືກລຶບອອກແຕ່ຢ່າງໃດ ຫາກໄດ້ປ່ຽນໄປເປັນຜະລິດຕະພັນພາຍໃຕ້ບໍລິສັດ “Meta”.

Mark Zuckerberg CEO ຂອງ Facebook ໄດ້ອອກມາໃຫ້ຄຳຄິດເຫັນກ່ຽວກັບການປ່ຽນຊື່ໃນເທື່ອນີ້ວ່າ “ເພື່ອເປັນການສະທ້ອນໃຫ້ເຫັນວ່າເຮົາແມ່ນໃຜ ແລະ ຫວັງຈະສ້າງຫຍັງຂຶ້ນມາ ຂ້ອຍຮູ້ສຶກພູມໃຈທີ່ຈະອອກມາປະກາດວ່າບໍລິສັດຂອງເຮົາຈະເປັນ “Meta” ແລ້ວ ເຊິ່ງເຖິງວ່າຊື່ບໍລິສັດຈະປ່ຽນໄປ ແຕ່ພາລະກິດຂອງເຮົາກໍຍັງຄືເກົ່າ ນັັ້ນກໍຄືການເຊື່ອມຕໍ່ຜູ້ຄົນເຂົ້າເຖິງກັນດ້ວຍແອັບ ແລະ ແບຣນຂອງເຮົາ ແລະ ຕໍ່ຈາກນີ້ ເຮົາຈະເປັນ Metaverse-First ບໍ່ແມ່ນ Facebook-First”.

ບໍລິສັດ Meta ຈະເປັນບໍລິສັດທີ່ເນັ້ນໄປໃສ່ເລື່ອງຂອງການໃຫ້ຄວາມສຳຄັນກັບເທັກໂນໂລຢີ ທີ່ຈະເຊື່ອມຄົນເຂົ້າຫາກັນໃນຮູບແບບຂອງ Metaverse ເຊີ່ງເປັນເຄື່ອງມືໃນຍຸກໃໝ່ ຕໍ່ຈາກ Social Media.

ຂໍ້ມູນຈາກ : https://bit.ly/3Cp3d3d

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/