ຄົນປະມູນຜົນງານຂອງ Picasso ກວ່າ 110 ລ້ານໂດລາສະຫະລັດ


ຜົນງານລວມຮູບແຕ້ມ ແລະ ງານປັ້ນເຊຣາມິກຂອງສິລະປິນລະດັບຕຳນານຈາກປະເທດສະເປນຢ່າງ Picasso ທີ່ຖືກຈັດສະແດງໃນຣີສອດ MGM ແລະ ຮ້ານອາຫານ Picasso ທີ່ໂຮງແຮມ Bellagio Hotel ໃນລາສເວກັສ ທັງໝົດລວມມີ ຮູບແຕ້ມ 9 ຜົນງານ ແລະ ງານປັ້ນເຊຣາມິກອີກ 2 ໄດ້ຂາຍອອກໃນລາຄາ 110 ລ້ານໂດລາສະຫະລັດ. ທາງຜູ້ຈັດປະມູນໄດ້ບອກວ່າການຂາຍຄັ້ງນີ້ຈະຊ່ວຍພັດທະນາຄວາມຫຼາກຫຼາຍຂອງການສະສົມງານສິລະປະວິຈິດສິນ.

Picasso ເກີດເມື່ອ 25 ເດືອນຕຸລາ 1881 ແລະ ເສຍຊີວິດລົງໃນ 8 ເດືອນເມສາ 1973. ນັບວ່າມື້ນີ້ເປັນມື້ຄົບຮອບອາຍຸ 140 ປີຂອງລາວ. ຕົວ Picasso ນັ້ນເປັນນັກຈິດຕະກຳສະໄໝໃໝ່ ທີ່ເອີ້ນໄດ້ວ່າເປັນບຸກຄົນສຳຄັນຂອງສະຕະວັດທີ 20 ໂດຍຜົນງານຂອງລາວທີ່ເປັນການແຕ້ມຮູບຊົງບິດບ້ຽວບໍ່ສົມສ່ວນ ເຊິ່ງກະທົບຕໍ່ໂລກຂອງສິລະປະ ໃຫ້ມັນກ້າວຂ້າມຂີດຈຳກັດໄປອີກຂັ້ນ. ຜົນງານດັງຂອງ Picasso ນັ້ນມີຫຼາກຫຼາຍໂດຍມັນຈະປ່ຽນແປງໄປເລື້ອຍໆ ຂຶ້ນກັບໄລຍະເວລານັ້ນ ແລະ ອາລົມນັ້ນຂອງຕົວລາວ. ເຊິ່ງໜຶ່ງໃນໄລຍະທີ່ໂດ່ງດັງນັ້ນແມ່ນ The Blue Period ປີ 1901–1904 ກໍເປັນໄລຍະສີຟ້າ ທີ່ທຸກຮູບແຕ້ມຂອງ Picasso ໃນເວລານັ້ນຈະເປັນໂທນສີຟ້າ-ຂຽວໄປໝົດ ຫຼື ຈະເປັນງານ Three Musicians ໃນປີ 1921 ເປັນການແຕ້ມຮູບແບບໃຊ້ສີ່ຫຼ່ຽມ (Cubism) ໃນທຸກອົງປະກອບ. ລາວເປັນໜຶ່ງໃນຜູ້ບຸກເບີກສະໄຕລ໌ດັ່ງກ່າວທີ່ປັດຈຸບັນຖືກນຳມາໃຊ້ຫຼາຍ. ພາຍໃຕ້ສະໄຕລ໌ການແຕ້ມທີ່ຫຼາກຫຼາຍຂອງ Picasso ນັ້ນ ທຸກຜົນງານມັນຍັງສື່ເນື້ອໃນຄວາມໝາຍທີ່ເລິກເຊິ່ງ ແລະ ເກີນບັນຍາຍດ້ວຍຄຳເວົ້າໄດ້ ພຽງແຕ່ເບິ່ງຮູບເຮົາກໍສາມາດເຂົ້າເຖິງອາລົມໃນຮູບແຕ້ມນັ້ນຂອງສິລະປິນໄດ້ຢ່າງແຮງກ້າ. ນີ້ຈຶ່ງເປັນອີກໜຶ່ງເຫດຜົນວ່າ Picasso ເປັນບຸກຄົນສຳຄັນຂອງວົງການສິລະປະສະໄໝໃໝ່ໃນສະຕະວັດທີ 20.

(La Vie – Picasso)
(Three Musicians – Picasso)

ຜົນງານທີ່ຖືກຂາຍໃນການປະມູນນັ້ນແມ່ນການໃສ່ຄວາມເດັດດ່ຽວຂອງສິລະປິນກວ່າ 50 ປີລົງໄປ. ມັນໄດ້ໃຊ້ເວລາ 2 ທົດສະວັດຢູ່ໃນໂຮງແຮມ, ກວ່າຈະໄດ້ອອກມາຫາເຈົ້າຂອງຄົນໃໝ່. ຜົນປະມູນຄັ້ງນີ້ຖືວ່າສູງເກີນຄາດໝາຍຫຼາຍ, ບໍ່ວ່າຈະເປັນ Woman in Red-Orange Beret ຫຼື ຜູ້ຍິງໃນໝວກສີແດງ-ສົ້ມ ທີ່ືແຕ້ມແລ້ວເມື່ອປີ 1938 ໂດຍກ່າວເຖິງຄົນຮັກຂອງ Picasso ມັນໄດ້ຂາຍໃນລາຄາທີ່ສູງທີ່ສຸດໃນການປະມູນຄັ້ງນີ້ກໍຄື 40.5 ລ້ານໂດລາສະຫະລັດ ໂດຍລາຄາທີ່ຄາດຄະເນໄວ້ມີພຽງ 10 ລ້ານໂດລາສະຫະລັດເທົ່ານັ້ນ. ນອກຈາກນີ້ຍັງມີຜົນງານອື່ນໆອີກລວມທັງໝົດແມ່ນ 11 ຜົນງານ ໂດຍທາງຜູ້ຂາຍບໍ່ໄດ້ໃຫ້ຂໍ້ມູນຂອງຜູ້ຊະນະການປະມູນຄັ້ງນີ້. ເຖິງຢ່າງໃດກໍຕາມ, ນີ້ບໍ່ແມ່ນການປະມູນຜົນງານຂອງ Picasso ທີ່ແພງທີ່ສຸດຊ້ຳ. ເພາະວ່າຜົນງານທີ່ແພງທີ່ສຸດທີ່ເຄີຍຖືກຊື້ໄປແມ່ນ The Women of Algiers ໃນລາຄາສູງເຖິງ 179.4 ລ້ານໂດລາສະຫະລັດ ໃນປີ 2015 ແຖມຍັງເປັນຜົນງານດຽວເທົ່ານັ້ນ.

(Woman in Red-Orange Beret – Picasso)
(The Women of Algiers – Picasso)

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/