Starbucks ໃນອາເມຣິກາຈະເພີ່ມຄ່າແຮງງານຂັ້ນຕ່ຳໃຫ້ບາຣິສຕ້າ ເພື່ອຮັກສາພະນັກງານໃນໄລຍະວິກິດຂາດແຮງງານ


Starbucks ໄດ້ປະກາດໃນວັນພຸດທີ 27 ຕຸລາທີ່ຜ່ານມາວ່າ ຈະເພີ່ມຄ່າແຮງງານຂັ້ນຕໍ່າໃຫ້ກັບບາຣິສຕ້າໃນອາເມຣິກາເປັນ 15 ໂດລາ/ຊົ່ວໂມງ ຫຼື ປະມານ 150,000ກີບ/ຊົ່ວໂມງ ເພື່ອດຶງດູດ ແລະ ຮັກສາບາຣິສຕ້າເອົາໄວ້ ໃນໄລຍະວິດກິດການຂາດແຄນແຮງງານທີ່ອາເມຣິກາກຳລັງປະສົບໃນຕອນນີ້.

ຄ່າຈ້າງໃໝ່ນີ້ຈະມີຜົນບັງຄັບໃຊ້ໃນລະດູແລ້ງປີໜ້າ ເຊິ່ງຄ່າຈ້າງເກົ່າຂອງບາຣີສຕ້າໃນອາເມຣິການັ້ນສະເລ່ຍຢູ່ປະມານ 14 ໂດລາ/ຊົ່ວໂມງ ສ່ວນອັດຕາຄ່າຈ້າງໃໝ່ຈະຕົກຢູ່ປະມານ 15-23 ໂດລາ/ຊົ່ວໂມງ ໂດຍ Starbucks ເຜີຍວ່າໄດ້ໃຊ້ເງິນຫຼາຍກວ່າ 1 ພັນລ້ານໂດລາ ເພື່ອຄ່າຈ້າງແລະຜົນປະໂຫຍດທີ່ສູງຂຶ້ນໃນໄລຍະ 2 ປີທີ່ຜ່ານມາ.

ການປະກາດດັ່ງກ່າວຂອງ Starbucks ມີຂຶ້ນໃນໄລຍະທີ່ບັນດາຮ້ານອາຫານແລະບາ ຕ່າງພາກັນພະຍາຍາມຊອກຫາພະນັກງານທີ່ມີຄວາມເຕັມໃຈຫຼາຍພໍ ທີ່ຈະມາເປັນພະນັກງານໃນຮ້ານຂອງຕົນເອງຕາມຄວາມຕ້ອງການທີ່ເພີ່ມຂຶ້ນ. Domino’s Pizza, McDonald’s, Chipotle Mexican Grill ແລະ Popeyes ເຈົ້າຂອງ Restaurant Brands International ກ່າວວ່າພວກເຂົາຕ້ອງປະເຊີນກັບຄວາມທ້າທາຍດ້ານແຮງງານໃນໄລຍະໄຕມາດທີ 3 ເຊິ່ງມັນສ້າງຄວາມກົດດັນຕໍ່ຍອດຂາຍໃນອາເມຣິກາ.

ຜູ້ຊ່ຽວຊານດ້ານອຸດສະຫະກຳ ແລະ ນັກເສດຖະສາດຊີ້ໃຫ້ເຫັນເຖິງປັດໄຈຫຼາຍຢ່າງທີ່ສາມາດອະທິບາຍເຖິງບັນຫາການຂາດແຮງງານ ເຊິ່ງລວມເຖິງຄວາມກັງວົນກ່ຽວກັບໂຄວິດ-19 ບັນຫາໃນການເບິ່ງແຍງເດັກແລະການຍ້າຍໄປບ່ອນເຮັດວຽກອື່ນທີ່ມີຄ່າຈ້າງສູງ ເຊັ່ນ: ສາງສິນຄ້າຂອງ Amazon.

ແລະໃນຂະນະດຽວກັນ Starbucks ກຳລັງວາງແຜນທີ່ຈະຂຶ້ນຄ່າຈ້າງເປັນຄັ້ງທີສອງໃນລະດູແລ້ງປີ 2022 ເຊິ່ງຈະເຮັດໃຫ້ຄ່າຈ້າງສະເລ່ຍສູງຮອດ 17 ໂດລາ/ຊົ່ງໂມງ ຫຼື ປະມານ 170,000 ກີບ/ຊົ່ວໂມງ ນອກຈາກນີ້ Starbucks ກຳລັງທົດສອບແອບພິເຄຊັ່ນ ທີ່ຊ່ວຍໃຫ້ບາຣິສຕ້າສາມາດສະຫຼັບຮອບວຽກໄດ້ງ່າຍຂຶ້ນ ແລະ ກຳລັງພະຍາຍາມປັບປຸງຮູບແບບຮ້ານແລະອຸປະກອນສຳລັບເຄື່ອງດື່ມເຢັນ ເພື່ອລົດພາລະວຽກງານຂອງພະນັກງານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/