ສະມາຊິກສະພາດີໃຈ ຫຼັງຈາກທີ່ກົດໝາຍຄຸ້ມຄອງ LGBTQ+ ບໍ່ຖືກອະນຸມັດໃນອິຕາລີ


ໃນປັດຈຸບັນ, ຫຼາຍໆປະເທດຕ່າງກໍໄດ້ອອກກົດໝາຍຄຸ້ມຄອງກຸ່ມຄົນຫຼາກຫຼາຍທາງເພດໄປຮຽບຮ້ອຍແລ້ວ. ສ່ວນທີ່ປະເທດອິຕາລີ ໄດ້ມີກຸ່ມຜູ້ແທນຍື່ນຮ່າງກົດໝາຍຄຸ້ມຄອງເພດຫຼາກຫຼາຍຢ່າງ LGBTQ+ ໄປທີ່ສະພາສູງສຸດເພື່ອໃຫ້ສະມາຊິກອອກສຽງອະນຸມັດໃຫ້ເປັນກົດໝາຍ ແລ້ວນຳໄປບັງຄັບໃຊ້ທົ່ວປະເທດ ແຕ່ການໃຊ້ສຽງຂອງສະມາຊິກສະພາໂຫວດກົດໝາຍດັ່ງກ່າວນັ້ນເປັນການບໍ່ອະນຸມັດ. ນອກຈາກນີ້ແລ້ວ, ພວກເຂົາທຸກຄົນຕ່າງກໍສະແດງຄວາມດີໃຈຈົນເກີນໜ້າເກີນຕາທີ່ສາມາດປັດກົດໝາຍຕົກລົງໄປໄດ້ ພາບແຫ່ງການແບ່ງແຍກກຸ່ມຫຼາກຫຼາຍທາງເພດໃນສະພາອິຕາລີກໍຖືກສາຍອອກໄປໃຫ້ທົ່ວໂລກໄດ້ເຫັນ.

ເຊິ່ງຖ້າກົດໝາຍນັ້ນໄດ້ຖືກນຳມາໃຊ້ ມັນກໍຈະສາມາດປົກປ້ອງຜູ້ທີ່ເປັນ LGBTQ+ ເມື່ອຖືກກຸ່ມຄົນທີ່ລັງກຽດພວກເຂົານັ້ນສະແດງການດູຖູກ, ການເລືອກປະຕິບັດ ຫຼື ໄປຈົນຮອດການໃຊ້ຄວາມຮຸນແຮງ ເຊັ່ນດຽວກັບການຖືກເລືອກປະຕິບັດຍ້ອນສີິຜິວ, ກົດໝາຍນີ້ຈະມີການຕັດສິນຜູ້ກະທຳໃຫ້ຈຳຄຸກ.

Alessandro Zan ສະມາຊິກສະພາຈາກຝັ່ງກາງ-ຊ້າຍຂອງ Democratic Party ເປັນຜູ້ສະເໜີກົດໝາຍດັ່ງກ່າວນີ້ຕັ້ງແຕ່ເດືອນພຶດສະພາປີ 2018 ແຕ່ຄະແນນຜົນໂຫວດອຽງໄປທາງຝັ່ງຂວາທີ່ເປັນຝ່າຍອະນຸລັກນິຍົມບໍ່ເຫັນດີ 154 ສຽງ ແລະ ເຫັນດີ 131 ສຽງ ໂດຍມີນັກວິຈານໄດ້ອອກມາເວົ້າວ່າ “ມັນເຮັດໃຫ້ອິດສະຫຼະພາບໃນການສະແດງຕົວຕົນອອກມາກາຍເປັນສິ່ງອັນຕະລາຍ ພ້ອມທັງຍັງນຳໄປສູ່ການສ້າງຄວາມເຊື່ອທີ່ຜິດໆ ຕໍ່ຄົນ LGBTQ+ ໃນໂຮງຮຽນອີກພ້ອມ”

ໃນເດືອນມິຖຸນາທີ່ຜ່ານມາ ກຸ່ມ Vatican ໄດ້ມີການສະແດງຄວາມບໍພໍໃຈຕໍ່ກົດໝາຍປົກປ້ອງ LGBTQ+ ໂດຍບອກວ່າມັນຈະທຳລາຍຂໍ້ຕົກລົງສົນທິສັນຍາທາງການເມືອງລະຫວ່າງອິຕາລີ ແລະ The Holy See ຫຼື ນະຄອນ Vatican ເຊິ່ງເປັນສະຖານທີ່ຂອງບາດຫຼວງລະດັບສູງອາໄສຢູ່. ດ້ວຍຄວາມກັງວົນວ່າກົດໝາຍດັ່ງກ່າວນີ້ຈະເຮັດໃຫ້ສາສະໜາຄາທໍລິກສ່ຽງຕໍ່ການຖືກຟ້ອງຮ້ອງ ເນື່ອງຈາກຕົວສາສະໜານັ້ນໄດ້ສະແດງອອກຢ່າງຊັດເຈນວ່າຢູ່ຂ້າງໂຄງສ້າງຄວາມຮັກຊາຍຍິງຕາມແບບປະເພນີເທົ່ານັ້ນ.

ທຸກໆປີໃນອິຕາລີຈະມີການລາຍງານຂອງຄະດີກຽດຊັງ ຈາກຜູ້ຖືກເລືອກປະຕິບັດທີ່ເປັນກຸ່ມ LGBTQ+ ກວ່າ 100 ລາຍງານ ແຕ່ຕະຫຼອດ 25 ປີ ໃນການອອກກົດໝາຍເພື່ອປົກປ້ອງພວກເຂົາກໍໄດ້ລົ້ມເຫຼວລົງ.

ລັດຖະມົນຕີກະຊວງແຮງງານ Andrew Orlando ໄດ້ອອກມາເວົ້າວ່າຜົນໂຫວດຄັ້ງນີ້ເປັນຄວາມອັບອາຍແກ່ປະເທດຊາດ ແລະ ຜູ້ນຳພັກ Social Democrats Enrico Letta ເວົ້າວ່າ ພວກເຂົາອາດຈະຊະນະໃນການປ່ຽນໃຫ້ປະເທດກັບໄປເປັນອະດີດໃນຮອບນີ້ ແຕ່ມັນຈະບໍ່ຮູ້ສຶກຄືເກົ່າອີກຕໍ່ໄປ ແລະ ໃນອະນາຄົດອັນໃກ້ກໍຈະໄດ້ເຫັນຊັດເຈນເອງ.

ການສະແດງຄວາມເຫັນຂອງລາວນັ້ນກົງກັບຜູ້ນຳພັກ Five Star ແລະ ອະດີດນາຍົກລັດຖະມົນຕີ, Giuseppe Conte ທີ່ໄດ້ອອກມາໃຫ້ຄຳເຫັນວ່າກຸ່ມສະມາຊິກສະພາບາງຄົນນັ້ນບໍ່ໄດ້ພັດທະນາໄປໄດ້ໄກເທົ່າສັງຄົມຂອງອິຕະລີ ບໍ່ແນ່ວ່າໃນອະນາຄົດອາດຈະມີການປະທ້ວງເກີດຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/