ຮູບປັ້ນທີ່ຖືກສ້າງຈາກມີດໃນຄະດີຕ່າງໆກວ່າ 100,000 ເຫຼັ້ມ


ໃນປະເທດອັງກິດ ໄດ້ມີການສ້າງຮູບປັ້ນຈາກມີດທີ່ຖືກໃຊ້ເປັນອາວຸດໃນຄະດີຕ່າງໆ ເພື່ອອຸທິດໃຫ້ແກ່ເຫຍື່ອຈາກເຫດການພວກນັ້ນ ໂດຍໄດ້ຕັ້ງຊື່ວ່າ ເທວະດາແຫ່ງໃບມີດ ຫຼື Knife Angel.

ຕົວຮູບປັ້ນນັ້ນໄດ້ສ້າງສຳເລັດໃນປີ 2017 ແລະ ໄດ້ມີການນຳໄປວາງສະແດງໃນສະຖານທີ່ຕ່າງໆ ທົ່ວສະຫະລາຊະອານາຈັກ. ດ້ວຍຄວາມສູງ 8 ແມັດ ທີ່ປະກອບຈາກມີດທີ່ຖືກຝົນໃຫ້ບໍ່ແຫຼມກວ່າ 100,000 ເຫຼັ້ມ ເຊິ່ງມັນເຄີຍເປັນອາວຸດໃນຄະດີຕ່າງໆ ຈາກສະຖານີຕຳຫຼວດ. ປັດຈຸບັນຜົນງານນີ້ໄດ້ຕັ້ງໂຊຢູ່ເມືອງ Derbyshire, ດ້ວຍຂະໜາດທີ່ໃຫຍ່ຂອງມັນ ຈຶ່ງໄດ້ສື່ໃຫ້ເຫັນເຖິງຄວາມໝາຍອອກມາໄດ້ຢ່າງຊັດເຈນ ວ່າຜົນກະທົບຈາກການໃຊ້ຄວາມຮຸນແຮງເປັນຢ່າງໃດ. ເທວະດາແແຫ່ງໃບມີດຈຶ່ງໄດ້ຮັບຊື່ວ່າເປັນອະນຸສອນແຫ່ງຊາດ ເພື່ອຕໍ່ຕ້ານການໃຊ້ຄວາມຮຸນແຮງ.

ຮູບປັ້ນເທວະດາແຫ່ງໃບມີດໄດ້ຖືກສ້າງໂດຍນັກແກະສະຫຼັກ ອັລຟີ ແບຣດລີ (Alfie Bradley) ທີ່ສູນຕີເຫຼັກແຫ່ງສະຫະລາຊະອານາຈັກທີ່ Shropshire ພາຍໃຕ້ແຄມເປັນ ຊ່ວຍຊີວິດ, ຍອມສົ່ງມີດ (Save Lives, Surrender Your Knife). ເຊິ່່ງໃຊ້ເວລາເປັນປະມານ 2 ປີ ຈຶ່ງສຳເລັດ. ມີດທີ່ໃຊ້ສ້າງແມ່ນມາຈາກການຍຶດ ຫຼື ຖືກສົ່ງໃຫ້ທາງຕຳຫຼວດໃນຖານະອາວຸດຈາກຄະດີທົ່ວປະເທດກວ່າ 41 ສະຖານີ. ນອກຈາກນີ້ກໍຍັງມີບາງຄອບຄົວທີ່ສູນເສຍລູກຂອງຕົນຈາກຄວາມຮຸນແຮງນີ້ ໄດ້ສົ່ງມີດເພື່ອຮ່ວມແຄມເປນ. ຕົວປີກຂອງເທວະດານັ້ນໄດ້ຖືກສະຫຼັກຂໍ້ຄວາມຈາກຄອບຄົວຂອງເຫຍື່ອແຕ່ລະຄົນ ຫຼື ຊື່ຂອງພວກເຂົາຜ່ານມີດໃນຄະດີທັງຫຼາຍ. ຜົນງານສິລະປະຄັ້ງນີ້ ເປັນຄັ້ງທຳອິດ ແລະ ຄັ້ງດຽວທີ່ເກີດຈາກການຮ່ວມມືກັນຂອງເຈົ້າໜ້າທີ່ຕຳຫຼວດໃນພາກງານທີ່ແຕກຕ່າງກັນ ແລະ ປະຊາຊົນຜູ້ຢູ່ອາໄສ ຈົນໄດ້ມາກາຍເປັນຮູບປັ້ນເພື່ອຕໍ່ຕ້ານຄວາມຮຸນແຮງທີ່ໃຫຍ່ທີ່ສຸດໃນສະຫະລາຊະອານາຈັກ. ຈຸດປະສົງຂອງການສ້າງຮູບປັ້ນນີ້ຂຶ້ນມາ ກໍເພື່ອສະແດງໃຫ້ເຫັນວ່າຈຳນວນເຫຍື່ອທີ່ເກີດຈາກຄວາມຮຸນແຮງໃນປະເທດນັ້ນມັນໃຫຍ່ຫຼວງເທົ່າໃດ ພ້ອມກັນນັ້ນຍັງເຮັດໃຫ້ເຫັນເຖິງຜົນກະທົບຕໍ່ຄອບຄົວ ຫຼື ຊຸມຊົນ ໂດຍການຍົກປະເດັນບັນຫາທີ່ລາກຍາວນີ້ຂຶ້ນມາໃຫ້ລັດຖະບານ ແລະ ລະບົບການສຶກສາມີການຄຳນຶງກັນເພີ່ມຂຶ້ນ.

ດ້ວຍເຫດນັ້ນເອງ ຮູບປັ້ນນີ້ໄດ້ຈຶ່ງໄດ້ມີຄຸນຄ່າທາງຄວາມຮູ້ໄດ້ຢ່າງຈະແຈ້ງ. Jill Mannion-Brunt ຄະນະກຳມະການທີ່ Chesterfield Borough ໄດ້ກ່າວວ່າ “ມັນເປັນອະນຸສອນທີ່ສະທ້ອນໃຫ້ພວກເຮົາໄດ້ຢ່າງບາດເລິກເຖິງອາລົມ ແລະ ຍັງລະນຶກເຖິງຫຼາຍຊີວິດທີ່ໄດ້ສູນເສຍໄປ ຜ່ານຄວາມຮຸນແຮງທົ່ວສະຫະລາຊະອານາຈັກ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/