ຊາຍຊາວຍີ່ປຸ່ນຖືກຕຳຫຼວດຈັບ ຫຼັງຈາກໃຊ້ A.I ໃນການລຶບຈຸດ ໃນໜັງ AV ແລະ ຈໍາລອງພາບຈຸດນັ້ນຂຶ້ນມາໃໝ່ກວ່າ 10,000 ເລື່ອງ


ເທັກໂນໂລຢີປັນຍາປະດິດ (A.I) ແລະ DeepFake ແມ່ນມັກຖືກນຳໃຊ້ໃນວົງການຕ່າງໆ ນອກນີ້ມັນຍັງຖືກນຳໃຊ້ໃນວົງການໜັງຜູ້ໃຫຍ່ຫຼື AV ເພື່ອແກ້ໄຂຈຸດເຊັນເຊີ້ທີ່ໃຊ້ບັງອະໄວຍະວະສ່ວນນັ້ນອີກພ້ອມ.

ເລື່ອງມີຢູ່ວ່າ ຕຳຫຼວດຍີ່ປຸ່ນໄດ້ເຂົ້າຈັບກຸມ ມາຊາຍູກິ ນາກາໂມໂຕະ(Masayuki Nakamoto) ອາຍຸ 43 ປີ  ທີ່ລັກໃຊ້ເທັກໂນໂລຢີ A.I ແກ້ໄຂດັດແປງຈຸດເຊັນເຊີ້ໃນໜັງ AV ແລະ ແທນທີ່ມັນດ້ວຍພາບອະໄວຍະວະເພດຂອງແທ້ ກ່ອນທີ່ລາວຈະນຳເອົາໜັງດັດແປງເຫຼົ່ານີ້ກວ່າ 10,000 ເລື່ອງໄປຂາຍ ແລະ ໄດ້ເງິນມາເປັນຈຳນວນຫຼາຍ ປະມານ 11 ລ້ານເຢນ.

ເຈົ້າໜ້າທີ່ພົບວ່າ ນາກາໂມໂຕະ ຜູ້ສ້າງເວັບໄຊຂອງຕົນເອງ ແລະ ອາໃສຢູ່ໃນແຂວງ ຮຽວໂກະ (Hyogo) ໄດ້ໃຊ້ເທັກໂນໂລຢີ Deepfake (ເປັນເທັກໂນໂລຢີທີ່ຖືກໃຊ້ໃນການສະຫຼັບໃບໜ້າຄົນ ຈາກຄົນໜຶ່ງເປັນອີກຄົນໜຶ່ງ) ມາໃຊ້ກັບຈຸດເຊັນເຊີ້ຕ່າງໆ ໃນໜັງ AV ທີ່ລາວຮວບຮວມມາ.

ສຳນັກຂ່າວ NHK ລາຍງານວ່າ ນາກາໂມໂຕະ ຖືກຈັບໃນຂໍ້ຫາ ລະເມີດລິຂະສິດ ແລະ ເຜີຍແຜ່ພາບລາມົກອະນາຈານ ແລະ ນີ້ຖືວ່າເປັນຄັ້ງທຳອິດທີ່ມີຄົນຖືກຈັບດ້ວຍການກະທຳແບບນີ້.

ກ່ອນໜ້ານີ້ ກໍລະນີການໃຊ້ເທັກໂນໂລຢີມາດັດແປງຈຸດເຊັນເຊີ້ໃນໜັງ AV ນັ້ນ ຖືວ່າເປັນບັນຫາໃຫຍ່ທີ່ເຮັດໃຫ້ຄ້າຍໜັງຕ່າງໆລວມເຖິງນັກສະແດງຫຼາຍຄົນໜັກໃຈພໍສົມຄວນ ຈົນນຳມາສູ່ການຈັບກຸມໃນຄັ້ງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/