ຖ້າຫາກບໍ່ຢຸດເອົາຂີ້ເຫຍື້ອມາຖິ້ມບໍລິເວນປະຕູໄຊ ບຸກຄົນນັ້ນຕ້ອງໄດ້ຖືກປັບໃໝ 3-5 ລ້ານກີບ


ປະຕູໄຊ ຖືວ່າເປັນສັນຍະລັກ ເອກະລັກແຫ່ງໜຶ່ງທີ່ບົ່ງບອກເຖິງຄວາມເປັນລາວ ແລະ ເປັນສະຖານທີ່ທ່ອງທ່ຽວໃຈກາງນະຄອນຫຼວງ ທີ່ມີຈຸດພິເສດ ມີຄວາມໝາຍຄວາມສຳຄັນຕໍ່ກັບປະເທດເຮົາ ບໍ່ວ່າຈະເປັນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເມື່ອມາທ່ອງທ່ຽວລາວກໍຕ້ອງໄດ້ມາຢ້ຽມຢາມ ແລະ ຮັບຊົມປະຕູໄຊ.

ສຳລັບສະຖານທີ່ທ່ອງທ່ຽວທີ່ສຳຄັນ ແລະ ມີຄວາມໝາຍ ບໍ່ວ່າຈະຢູ່ໃສ ຕ່າງກໍມີກົດລະບຽບທີ່ ໜ່ວຍງານ ແລະ ພາກສ່ວນທີ່ຮັບຜິດຊອບ ຕ້ອງໄດ້ເອົາໃຈໃສ່ໃນການເຜີຍແຜ່ກົດຂໍ້ຫ້າມ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນການປົກປັກຮັກສາສິ່ງທີ່ສວຍງາມຕາມສະຖານທີ່ທ່ອງທ່ຽວຕ່າງໆ.

ໃນນີ້ ປະຕູໄຊ ກຳລັງຈະປັບປຸງໃໝ່ ໃຫ້ມີຄວາມຮຽບຮ້ອຍ ຄວາມພ້ອມໃນແຕ່ລະດ້ານ ແລະ ເພື່ອເປັນການຕ້ອນຮັບນັກທ່ອງທ່ຽວທີ່ຈະມາທ່ຽວຊົມ ພາຍຫຼັງເປີດປະເທດ. ແຕ່ສະຖານທີ່ປະຕູໄຊ ກໍຍັງພົບກັບບັນຫາຫຼາຍດ້ານ ເປັນຕົ້ນແມ່ນການເອົາຂີ້ເຫຍື້ອມາຖິ້ມແບບຊະຊາຍ ບໍ່ເປັນລະບົບລະບຽບ ພ້ອມຍັງເຮັດໃຫ້ສະຖານທີ່ບໍ່ສະອາດງາມຕາ. ສະນັ້ນແລ້ວ ຖ້າຫາກພົບບຸກຄົນທີ່ເອົາຂີ້ເຫຍື້ອມາຖິ້ມໃນສະຖານທີ່ດັ່ງກ່າວ ແມ່ນຈະຕ້ອງໄດ້ປັບໃໝ 3-5 ລ້ານຕໍ່ຄັ້ງ.

ນອກຈາກຈະມີກຸ່ມຄົນບໍ່ດີມາຖິ້ມຂີ້ເຫຍື້ອໃສ່ແລ້ວ ຍັງພົບກັບບັນຫາມີບາງກຸ່ມຄົນມາລັກງັດແງະເອົາດອກໄຟ, ສາຍໄຟ ແລະ ນັບຕັ້ງແຕ່ຕົ້ນເດືອນເມສາ ຍັງມີກຸ່ມຄົນບໍ່ດີມາລັກເຄື່ອງສ່ວນລວມ ເປັນ 4 ຄັ້ງ ລວມມູນຄ່າຄວາມເສຍຫາຍ 80 ລ້ານກວ່າກີບ.

ຂອບໃຈຂໍ້ມູນຈາກ: https://bit.ly/31hHrkg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/