ຊາຍແຕ່ງເປັນ Joker ໄລ່ແທງຜູ້ໂດຍສານ ແລະ ຈູດໄຟເຜົາລົດໄຟຍີ່ປຸ່ນ


ເປັນເລື່ອງທີ່ໜ້າຕົກໃຈໃນປະເທດຍີ່ປຸ່ນ ເມື່ອວັນທີ 31 ຕຸລາ ຫຼື ວັນຮາໂລວີນທີ່ຜ່ານມານີ້ ໄດ້ມີຊາຍຜູ້ໜຶ່ງແຕ່ງຕົວເປັນຕົວລະຄອນ Joker ໄລ່ແທງຜູ້ໂດຍສານ ພ້ອມກັບຈູດໄຟເຜົາຂະບວນລົດໄຟ ເຮັດໃຫ້ກວ່າ 300 ຄົນໃນນັ້ນຮີບໜີອອກມາເອົາຊີວິດລອດ.

ເຫດເກີດໃນເວລາ  8 ໂມງແລງ ທີ່ລົດໄຟສາຍເຄໂອລາຍ (Keio-Line) ໃກ້ກັບສະຖານີໂຄຄຸຣຽວ ທີ່ເມືອງໂຊຟຸ ນະຄອນຫຼວງໂຕກຽວ ໄດ້ມີຊາຍແຕ່ງຕົວໃສ່ສູດສີມ່ວງຂຽວຄືເປັນ Joker ໄລ່ແທງຜູ້ໂດຍສານໃນຂະບວນດັ່ງກ່າວໄປທົ່ວໝົດ ພ້ອມກັບຈູດໄຟເຜົາ ສົ່ງຜົນໃຫ້ລົດໄຟຕ້ອງຢຸດແລ່ນອັດຕະໂນມັດທີ່ສະຖານີ ໂຄຄຸຣຽວ ແຕ່ປະຕູຍັງປິດຢູ່ ຈຶ່ງເປັນການບັງຄັບໃຫ້ຄົນໜີເອົາຊີວິດລອດໂດຍການຊ່ວຍກັນອອກມາທາງປ່ອງຢ້ຽມ.

ການກໍ່ເຫດດັ່ງກ່າວໄດ້ສ້າງຄວາມວຸ່ນວາຍ ແລະ ມີຜູ້ບາດເຈັບຈາກການຖືກໄລ່ແທງ ພ້ອມໄດ້ສູດເອົາຄວັນຈາກໄຟໄໝ້ຢ່າງໜ້ອຍມີ 17 ຄົນ. ພາຍຫຼັງຕຳຫຼວດໄດ້ເຂົ້າມາພົບຊາຍອາວຸໂສອາຍຸປະມານ 60–70 ປີ ທີ່ນອນໝົດສະຕິຫຼັງຈາກຖືກແທງ.

ມີຫຼາຍຄົນໄດ້ຖ່າຍວິດີໂອໃນເຫດການນັ້ນໄວ້ ເຊິ່ງຕອນທຳອິດນັ້ນພວກເຂົາເຂົ້າໃຈວ່າມັນແມ່ນການສະແດງໃນວັນຮາໂລວີນ ເນື່ອງຈາກຜູ້ກໍ່ເຫດກໍແຕ່ງຕົວເປັນ Joker ກ່ອນຈະເຫັນວ່າລາວນັ້ນຖອກນ້ຳລົງທົ່ວລົດໄຟ ຈາກນັ້ນກໍມີຄວັນໄຟລາມຂຶ້ນມາ. ຕົວຜູ້ກໍ່ການຮ້າຍທີ່ອາຍຸປະມານ 24 ປີນັ້ນ, ຫຼັງຈາກກໍ່ເຫດແລ້ວ ລາວກໍນັ່ງສູບຢາລໍຖ້າຕຳຫຼວດເຂົ້າຈັບກຸມຢ່າງສະບາຍໃຈ ໂດຍບໍ່ມີການຂັດຂືນແຕ່ງຢ່າງໃດ. ພາຍຫຼັງການຖືກຈັບກຸມ, ພວກເຂົາກໍຍັງບໍ່ຮູ້ສາເຫດ ຫຼື ແຮງຈູງໃຈ ເຊິ່ງທາງສຳນັກຂ່າວໃຫ້ຂໍ້ມູນວ່າ ລາວພຽງຕ້ອງການຢາກຂ້າຄົນ ແລະ ຕ້ອງການຖືກຕັດສິນປະຫານແບບດຽວກັບຜູ້ຕ້ອງຫາຄະດີແທງຄົນໃນລົດໄຟກ່ອນໜ້ານີ້.

ໃນປະເທດຍີ່ປຸ່ນທີ່ເຄັ່ງລະບຽບນັ້ນ, ການກໍ່ເຫດອາຊະຍາກຳຮຸນແຮງບໍ່ແມ່ນເລື່ອງທີ່ພົບໄດ້ເລື້ອຍໆ ແຕ່ໄລຍະຫຼັງ ໄດ້ມີຊາຍຜູ້ໜຶ່ງແທງຄົນໃນລົດໄຟໃນນະຄອນຫຼວງໂຕກຽວເມື່ອເດືອນສິງຫາ ສົ່ງຜົນໃຫ້ມິຄົນບາດເຈັບ 10 ຄົນ ແລະ ອີກຄະດີເມື່ອປີ 2019 ທີ່ມີຊາຍໂຈມຕີເດັກນັກຮຽນທີ່ກຳລັງຖ້າລົດເມໃນເມືອງຄາວາຊາກິ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບອີກ 18 ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/