ແບຣນຜະລິດຕະພັນ Coca-Cola, Pepsi ແລະ Nestlé ຄອງຕຳແໜ່ງຜູ່ກໍ່ມົນລະພິດດ້ານພລາສຕິກ ຫຼາຍທີ່ສຸດໃນໂລກ 3 ປີຕິດຕໍ່ກັນ


ຜົນການກວດສອບແບຣນ (Brand Audit Report) ປະຈຳປີ 2020 ເປີດເຜີຍລາຍງານວ່າ Coca-Cola, Pepsi ແລະ Nestlé ໄດ້ປ່ອຍຂີ້ເຫຍື້ອພລາສຕິກຫຼາຍເປັນອັນດັບຕົ້ນໆຂອງໂລກ ແຖມພວກເຂົາຍັງບໍ່ມີນະໂຍບາຍລົດຂີ້ເຫຍື້ອພລາສຕິກພວກນີ້ລົງມາເປັນເວລາ 3 ປີແລ້ວ.

The Guardian ລາຍງານວ່າ ຈາກການເກັບຕົວຢ່າງຂີ້ເຫຍື້ອພລາສຕິກຂອງອາສາສະໝັກຈຳນວນ 14,734 ຄົນໃນ 55 ປະເທດທົ່ວໂລກ ພວກເຂົາໄດ້ເກັບຂີ້ເຫຍື້ອຈໍານວນກວ່າ 346,494 ອັນ ຈາກ 575 ແບຣນ, ໃນນັ້ນແບຣນທີ່ປ່ອຍຂີ້ເຫຍື້ອພລາສຕິກຫຼາຍທີ່ສຸດໃນໂລກແມ່ນ ໂຄຄາ-ໂຄລາ ໂດຍການສຳຫຼວດໃນ 55 ປະເທດ ມີ 51 ປະເທດ ທີ່ພວກເຂົາພົບຕຸກນ້ຳພລາສຕິກຂອງໂຄຄາ-ໂຄລາ ຈຳນວນ 13,834 ຕຸກ ຖືກຖິ້ມຢູ່ຕາມຫາດຊາຍ, ແມ່ນໍ້າ ແລະ ຕາມບ່ອນຖິ້ມຂີ້ເຫຍື້ອຕ່າງໆ.

ໃນຊ່ວງຕົ້ນປີທີ່ຜ່ານມາ ຕົວແທນຂອງໂຄຄາ-ໂຄລາ ເຄີຍອອກມາຖະແຫຼງວ່າ ພວກເຂົາຈະບໍ່ປ່ຽນພາຊະນະບັນຈຸທີ່ເປັນກະຕຸກພລາສຕິກຂອງພວກເຂົາ ຈາກເຫດຜົນທີ່ວ່າ “ຜູ່ບໍລິໂພກລຶ້ງເຄີຍກັບການໃຊ້ກະຕຸກພລາສຕິກແລ້ວ” ໃນຂະນະທີ່ມີສະຖິຕິຈາກອົງກອນບໍ່ສະແຫວງຫາຜົນກຳໄລ Tearfund ເປີດເຜີຍເມື່ອເດືອນມີນາທີ່ຜ່ານມາ ຂີ້ເຫຍື້ອພລາສຕິກທີ່ສົ່ງຜົນຕໍ່ທຳມະຊາດກວ່າເຄິ່ງລ້ານໂຕນ ໃນ 6 ປະເທດກຳລັງພັດທະນາ ຖືກຖິ້ມຈາກ ໂຄຄາ-ໂຄລາ, ເປບຊີ ແລະ ເນສເລ ໃນທຸກໆປີ.

ທາງ ໂຄຄາ-ໂຄລາ ບອກວ່າ ພວກເຂົາບໍ່ໄດ້ນິ້ງນອນໃຈໃນການຫາທາງລົດການໃຊ້ພລາສຕິກໃນການເປັນພາຊະນະບັນຈຸ ເພື່ອລົດຈຳນວນຂີ້ເຫຍື້ອພລາສຕິກລົງ ໂດຍພວກເຂົາໄດ້ອອກຖະແຫຼງການວ່າ “ໃນລະດັບໂລກ ພວກເຮົາມີຄວາມຕັ້ງໃຈຈະນຳເອົາກະຕຸກນ້ຳພລາສຕິກທັງໝົດ ກັບຄືນມາພາຍໃນປີ 2030 ເພື່ອທີ່ຈະບໍ່ໃຫ້ມັນລົງໄປໃນມະຫາສະໝຸດ ແລະ ເຮົາກຳລັງຫາທາງໃຫ້ຂີ້ເຫຍື້ອພລາສຕິກພວກນີ້ສາມາດຣີໄຊເຄິນໄດ້…ກະຕຸກຂອງເຮົາສາມາດຣີໄຊເຄິນໄດ້ 100% ຖືກໃຊ້ຢູ່ໃນ 18 ພື້ນທີ່ທາງຕະຫຼາດຂອງເຮົາທົ່ວໂລກ ແລະ ເຮົາກຳລັງຈະຂະຫຍາຍມັນຂຶ້ນຕື່ມອີກ”

ທາງເປບຊີເອງກໍໄດ້ອອກຖະແຫຼງການວ່າ ພວກເຂົາໄດ້ເລີ່ມລົງມືໃນການລົດຂີ້ເຫຍື້ອຜ່ານ ‘ຫຸ້ນສ່ວນນະວັດຕະກຳ ແລະ ການລົງທຶນ’ ໂດຍພວກເຂົາມີແຜນຈະລົດການໃຊ້ພລາສຕິກຜະລິດໃໝ່ໃນທຸລະກິດຂອງພວກເຂົາລົງ 35% ພາຍໃນປີ 2025 ແລະ ພວກເຂົາກ່າວເສີມວ່າ ພວກເຂົາໄດ້ລົງທຶນໄປແລ້ວປະມານ 65 ລ້ານໂດລາ ເພື່ອທີ່ຈະເພີ່ມການລົງທຶນໃນໂຄງສ້າງ ແລະ ການເກັບພລາສຕິກມາຣີໄຊເຄິນໃໝ່ ເຊັ່ນດຽວກັບທາງເນສເລທີ່ອອກຖະແຫຼງການວ່າ “ເຮົາກຳລັງຈະພັດທະນາໃນພາຊະນະບັນຈຸຂອງເຮົາ ໃຫ້ມັນສາມາດຣີໄຊເຄິນໄດ້ 100% ພາຍໃນປີ 2025”

ຂອບໃຈຂໍ້ມູນຈາກ: https://www.theguardian.com/environment/2020/dec/07/coca-cola-pepsi-and-nestle-named-top-plastic-polluters-for-third-year-in-a-row

https://www.facebook.com/thematterco/posts/2766849323530452