Nestlé ຂະຫຍາຍກຳລັງການຜະລິດກາເຟໃນຫວຽດນາມມູນຄ່າ 100 ລ້ານໂດລາສະຫະລັດ


Nestlé ຫວຽດນາມກຽມລົງທຶນຫຼາຍກວ່າ 100 ລ້ານໂດລາສະຫະລັດ ເພື່ອເພີ່ມກຳລັງການຜະລິດຂອງໂຮງງານກາເຟ Tri An ເປັນ 2 ເທົ່າ ໃນແຂວງດົງນາຍຂອງຫວຽດນາມ ສົ່ງຜົນໃຫ້ມູນຄ່າການລົງທຶນລວມໃນໂຮງງານແຫ່ງນີ້ ສູງກວ່າ 500 ລ້ານໂດລາສະຫະລັດ.

Nestlé ຍັງເສີມວ່າ ການລົງທຶນດັ່ງກ່າວຈະຊ່ວຍຮອງຮັບອຸປະສົງພາຍໃນປະເທດຂອງກາເຟພຣີມຽມຂອງບໍລິສັດ ທີ່ກຳລັງເພີ່ມຂຶ້ນໄດ້ ພ້ອມປ່ຽນແປງຫວຽດນາມໃຫ້ເຂົ້າສູ່ການຜະລິດກາເຟມູນຄ່າສູງ ແລະ ເປັນສູນກາງອຸປະທານສຳລັບຕະຫຼາດໂລກໃນອະນາຄົດ.

ປັດຈຸບັນ ໂຮງງານຜະລິດ Tri An ສົ່ງອອກກາເຟບັນຈຸຫໍ່ແບຣນ Nescafé, Nespresso, Starbucks ແລະ Blue Bottle. ໂຄງການນີ້ ເປັນອີກໜຶ່ງຂໍ້ພິສູດເຖິງຂໍ້ຜູກພັນດ້ານການລົງທຶນໄລຍະຍາວຂອງ Nestlé ໃນຫວຽດນາມ ໂດຍຄາດວ່າຈະເລີ່ມດຳເນີນການໄດ້ ກຳລັງການຜະລິດຂອງໂຮງງານຈະເພີ່ມຂຶ້ນເປັນສອງເທົ່າ ສາມາດຮອງຮັບອຸປະກອນບໍລິໂພກຂອງຕະຫຼາດພາຍໃນປະເທດ ແລະ ສາມາດຄວ້າປະໂຫຍດຈາກສັກກະຍະພາບດ້ານການສົ່ງອອກໄດ້ຢ່າງມີປະສິດທິພາບ ພ້ອມທັງຊຸກຍູ້ໃຫ້ຫວຽດນາມກາຍເປັນສູນກາງອຸປະທານກາເຟ ແລະ ສົ່ງອອກກາເຟມູນຄ່າສູງສູ່ຕະຫຼາດໂລກ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/