ແອນຕາກຕິກພົບ ເພນກວິນເຜືອກ ສຸດຫາຍາກ!


ມີການເຜີຍແຜ່ພາບຂອງນ້ອງ ເພນກວິນເຜືອກ ທີ່ກຳລັງຍ່າງຫຼິ້ນ ແລະ ຢືນຢູ່ກາງຫິມະໃນຊີລຽນແອນຕາກຕິກ ຫຼື ດິນແດນແອນຕາກຕິກາຂອງຊິລີ ໃນເດືອນ ມັງກອນ 2024 ທີ່ຜ່ານມາ ໂດຍເພນກວິນເຜືອກເປັນເພດແມ່ ແລະ ເປັນສາຍພັນຈາກ Gentoo.

ເຊິ່ງປົກກະຕິແລ້ວເພນກວິນທີ່ມີລັກສະນະໂດດເດັ່ນຄືມີຂົນສີດຳ ແລະ ມີສີຂາວ ສະເພາະຫົວເທົ່ານັ້ນ ການເກີດຂົນສີຂາວດ່າງໆ ເກີດຈາກຄວາມຜິດປົກກະຕິໃນການສ້າງເມັດສີຜິວ ທີ່ເອີ້ນວ່າ leucism ໂດຍການທີ່ມີຂົນສີນັ້ນສ່ວນໃຫຍ່ຈະເຮັດໃຫ້ຜູ້ລ່າເຫັນໄດ້ງ່າຍ ແລະ ດ້ວຍເຫດນີ້ກໍພົບເຫັນໄດ້ໜ້ອຍເຊັ່ນກັນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/