ປີ 2024 ຫວຽດນາມຕັ້ງເປົ້າ ເພີ່ມການສົ່ງອອກ ໃຫ້ໄດ້ 6% ຄາດຈະມີຕົວເລກເກີນດຸນດານຄ້າ 15 ຕື້ໂດລາ


ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຄາດ​ວ່າ​ຈະ​ເພີ່ມ​ການ​ສົ່ງ​ອອກ​ໃຫ້​ໄດ້ 6% ​ໃນ​ປີ 2024 ເຊິ່ງ​ຈະ​ເປັນການ​ເກີນ​ດຸນ​ການ​ຄ້າ​ເປັນ​ເວລາ 9 ປີ​ລຽນຕິດ ແລະ ຄາດ​ວ່າ​ຈະສາມາດ​ບັນລຸຕົວເລກການຄ້າ ໄດ້ທີ່ 15 ຕື້ໂດລາ.

ໂດຍອີງຕາມການລາຍງານຂອງ Vietnam news ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ໃຫ້ຂໍ້ມູນວ່າ ການ​ເຄື່ອນ​ໄຫວ​ການ​ນຳ​ເຂົ້າ​ ແລະ ​ສົ່ງ​ອອກ​ຄາດ​ວ່າ​ຈະມີການ​ເຄື່ອນ​ໄຫວ​ທີ່ຫຼາຍ​ຂຶ້ນ​ ຍ້ອນ​ສະພາບ​ເສດຖະກິດ​ທົ່ວ​ໂລກ​ ແລະ ​ພາຍ​ໃນ​ປະ​ເທດ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ໜ້ອຍລົງ ປະກອບດ້ວຍທ່າແຮງ ຈາກການ​ພົວ​ພັນ​ດ້ານ​ການ​ເມືອງ​ທີ່​ເຂັ້ມ​ແຂງ​ກັບ​ບັນ​ດາ​ປະ​ເທດ​ເຊັ່ນ​: ຈີນ, ອາ​ເມ​ຣິ​ກາ ແລະ ອີ​ຢູ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ. ນອກຈາກນີ້ ກໍຍັງມີ ການ​ລົງທຶນ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ​ໃນ​ປັດຈຸ​ບັນ ​ແລະ ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກັບ​ບັນດາ​ຕະຫຼາດ​ໃໝ່​ຄື ອິດສະຣາ​ເອວ ແລະ UAE ກໍຍັງຈະ​ເປັນ​ສິ່ງ​ສຳຄັນ​ເພື່ອ​ຊຸກຍູ້​ການ​ຄ້າ, ດຶງ​ດູດ​ການ​ລົງທຶນ, ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ໃນ​ຊຸມປີທີ່ຈະມານີ້.

ທ່ານ Trương Văn Cẩm ​ປະທານ​ສະມາຄົມ​ຕຳ່​ແຜ່ນ​ຕັດຫຍິບ​ຫວຽດນາມ ​ໃຫ້​ຮູ້​ວ່າ​ອຸດສາຫະກຳ​ຕຳ່ແຜ່ນ​ຕັດຫຍິບ​ໃນ​ປີ​ນີ້​ຈະສາມາດ​ບັນລຸມູນຄ່າການຄ້າໄດ້ 44 ຕື້ ໂດລາ, ​ເພີ່ມ​ຂຶ້ນ 9,2% ​ເມື່ອ​ທຽບ​ໃສ່​ປີ 2023 ທີ່ບັນລຸໄດ້ 40,3 ຕື້ໂດລາ.

ການສົ່ງອອກການປະມົງຄາດວ່າຈະບັນລຸ 9,5 ຕື້ໂດລາ ແລະ ຜ່ານຜ່າສິ່ງທ້າທາຍຕ່າງໆທາງການຄ້າ, ໂດຍສະເພາະແມ່ນການເຕືອນໄພກ່ຽວກັບການຫາປາ ຫຼື ການປະມົງທີ່ຜິດກົດໝາຍຂອງຫວຽດນາມ ຈາກຄະນະກໍາມະການຢູໂຣບ.

ເພື່ອເພີ່ມມູນຄ່າການຄ້າ ໃນໄລຍະທີ່ຜ່ານມາ ກະ​ຊວງອຸດສາຫະກຳ ແລະ ການຄ້າ ໄດ້​​ດຳ​ເນີນ​ການ​ເຈ​ລະ​ຈາ​ການ​ຄ້າ, ການ​ເຊື່ອມ​ໂຍງ, ຂໍ້​ຕົກ​ລົງ, ພ້ອມ​ທັງ​ຊຸກ​ຍູ້ FTA ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ຄື UAE ແລະ ບັນ​ດາ​ປະ​ເທດ​ໃນ​ອາ​ເມ​ຣິ​ກາ​ໃຕ້ ເພື່ອ​ຜັນ​ຂະ​ຫຍາຍ​ຕະ​ຫຼາດ​ສົ່ງ​ອອກ, ຜະ​ລິດ​ຕະ​ພັນ ແລະ ການສະໜອງວັດຖຸດິບ ໃຫ້ແກ່ຜູ້ຜະລິດ ເພື່ອສົ່ງອອກ.

ອົງການດັ່ງກ່າວຈະໜູນບັນດາວິສາຫະກິດໃນການນຳໃຊ້ FTA ເພື່ອຊຸກຍູ້ການສົ່ງອອກ ຄຽງຄູ່ກັບການສ້າງຍີ່ຫໍ້ ຫຼື ສ້າງແບຣນຂອງຕົນເອງຢ່າງມີປະສິດທິຜົນ; ສົມທົບກັບບັນດາທ້ອງຖິ່ນ, ສະມາຄົມ, ວິສາຫະກິດເພື່ອເປີດກວ້າງຕະຫຼາດ, ເຝິກອົບຮົມໃຫ້ກັບບັນດາທຸລະກິດກ່ຽວກັບການປ່ຽນແປງນະໂຍບາຍການສົ່ງອອກ ແລະ ເງື່ອນໄຂຕ່າງໆ ເພື່ອວາງແຜນການຜະລິດ ແລະ ສົ່ງອອກຂອງພວກເຂົາ.

https://vietnamnews.vn/economy/1639205/vietnamese-industries-eye-ambitious-export-goals-in-2024.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/