I’m Just Ken ຄວ້າຮາງວັນເພງປະກອບຮູບເງົາດີເດັ່ນ ຈາກເວທີ Critics Choice 2024

Add a subheading 2024 01 15T161649 651

ເປັນຄຳຖາມທີ່ຫຼາຍຄົນຖາມວ່າ ຊະນະໄດ້ແບບໃດ? ພ້ອມກັບສ້າງຄວາມຮືຮາເປັນຢ່າງຫຼວງຫຼາຍ ເພາະເພງ ‘I’m Just Ken’ ທີ່ຮ້ອງໂດຍ Ryan Gosling ທີ່ຮັບບົດເປັນ Ken ຕົວລະຄອນຫຼັກໃນຮູບເງົາ Barbie ສາມາດເອົາຊະນະຮາງວັນເພງປະກອບດີເດັ່ນຈາກເວທີ Critics Choice 2024 ໄປໄດ້.

ໂດຍເພງ ‘I’m Just Ken’ ສາມາດເອົາຊະນະຄູ່ແຂ່ງທີ່ຫຼາຍຄົນຄາດວ່າຈະຊະນະຮາງວັນນີ້ ເຊັ່ນເພງ ‘What Was I Made For’ ຮ້ອງໂດຍ Billie Eilish ຫຼື  Dance the Night ຮ້ອງເພງ Dua Lipa ແຕ່ກັບຫັກປາກກາຊຽນຫຼາຍຄົນເພາະເພງທີ່ໄດ້ກໍຄື “I’m Just Ken” ທຸກຄົນຕົກຕະລຶງໄປພ້ອມໆກັນກັບເຈົ້າຂອງເພງກັນເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

Comments are disabled