ຄຣິສມາດງຽບເຫງົາ … ຍອດຜູ່ເສຍຊີວິດໂຄວິດ – 19 ໃນສະຫະລັດອາເມຣິກາພຸ່ງເກີນ 3 ພັນຄົນຕໍ່ມື້ຍັງດື້ບໍ່ຍອມໃສ່ໜ້າກາກ


ຕົວເລກຜູ່ເສຍຊີວິດລາຍວັນຈາກໂຄວິດ – 19 ໃນສະຫະລັດອາເມຣິກາພຸ່ງເກີນ 3,000 ຄົນເປັນຄັ້ງທຳອິດກະຕຸ້ນສຽງອ້ອນວອນຊາວອາເມຣິກາໃຫ້ລົດລະດັບແຜນຈັດງານຄຣິສມາດ ເຖິງແມ່ນວ່າວັກຊີນໃກ້ໄດ້ຮັບຄວາມເຫັນດີຈາກຄະນະຜູ້ຄວບຄຸມກົດລະບຽບແລ້ວກໍຕາມ.

ຈຳນວນຜູ່ເສຍຊີວິດຈາກໄວຣັດໂຄໂລນາສາຍພັນໃໝ່ລາຍວັນ ເຖິງລະດັບ 3,253 ຄົນໃນວັນພຸດ ທີ່ 9 ທັນວາ 2020 ທີ່ຜ່ານມາ ສົ່ງຜົນໃຫ້ຜູ່ເສຍຊີວິດສະສົມໃນສະຫະລັດອາເມຣິກາ ນັບຕັ້ງແຕ່ໂຣກລະບາດໃຫຍ່ເລີ່ມຕົ້ນຂຶ້ນຢູ່ທີ່ 289,740 ຄົນ ແລະ ເວລານີ້ມີຄົນໄຂ້ໂຄວິດ-19 ທີ່ຮັກສາຕົວຢູ່ໃນໂຮງໝໍ 106,219 ຄົນ ສ່ຽງທີ່ຈະລົ້ນລະບົບສາທາລະນະສຸກໃນຫຼາຍລັດ.

ພວກຜູ້ຊ່ຽວຊານດ້ານການແພດ ແລະ ບັນດາເຈົ້າໜ້າທີ່ຝ່າຍສະໜັບສະໜູນ ເຊິ່ງຕ່າງໝົດເຫື່ອແຮງໃນການຮັບມືກັບໂຣກລະບາດໃຫຍ່ ຕ້ອງເຫັນຄົນໄຂ້ຕາຍຢ່າງໂດດດ່ຽວເທື່ອລະຄົນ ໃນຂະນະທີ່ຊາວອາເມຣິກາຫຼາຍລ້ານຄົນຍັງຄົງບໍ່ປະຕິບັດຕາມຄຳແນະນຳທາງການແພດ ດ້ານການສວມໜ້າກາກ, ຫຼີກຫຼ່ຽງຝູງຊົນ ແລະ ຫ້າມລວມຕົວກັນແມ່ນແຕ່ກຸ່ມນ້ອຍໆໃນຄວາມພະຍາຍາມຄວບຄຸມການແພ່ລະບາດຂອງໄວຣັດ.

ຕົວເລກຜູ່ເສຍຊີວິດມື້ດຽວດັ່ງກ່າວ ຖືວ່າຫຼາຍກວ່າຈຳນວນຜູ້ເສຍຊີວິດຈາກການກໍໍ່ການຮ້າຍໂຈມຕີເມື່ອ 11 ກັນຍາ 2001 ທີ່ຜ່ານມາເປັນທີ່ຮຽບຮ້ອຍແລ້ວ ແລະ ມັນເພີ່ມສຽງຮຽກຮ້ອງເຖິງອາເມຣິກາໃຫ້ເພີ່ມຄວາມພະຍາຍາມອີກເທົ່າຕົວ.

Coronavirus pandemic: What's 'normal' now? What's next? An interview with Michael  Osterholm. | Star Tribune

“ບໍ່ໃຫ້ມີປາຕີ້ຄຣິສມາດ ຕອນນີ້ບໍ່ມີປາຕີ້ຄຣິສມາດໃດໆທີ່ປອດໄພໃນປະເທດແຫ່ງນີ້” ທ່ານໝໍ Michael Osterholm ສະມາຊິກຄະນະທີ່ປຶກສາດ້ານໂຄວິດ-19 ຂອງວ່າທີ່ປະທານນາທິບໍດີ ໂຈ ໄບເດນ ບອກກັບ CNN ໃນວັນພະຫັດ ທີ່ 10 ທັນວາ 2020 ທີ່ຜ່ານມາ “ມັນຈະບໍ່ຈົບຫຼັງຈາກນັ້ນ ວົງຮອບໃນຕອນນີ້ກໍຄືຈຳນວນຜູ້ຕິດເຊື້ອມີແຕ່ເພີ່ມຂຶ້ນເລື້ອຍໆ”.

ເມື່ອໄວໆນີ້ ລັດຕ່າງໆຫຼາຍກວ່າເຄິ່ງທົ່ວສະຫະລັດອາເມຣິກາໄດ້ເລີ່ມບັງຄັບໃຊ້ ຫຼື ກັບມາບັງຄັບໃຊ້ຂໍ້ຈຳກັດຕ່າງໆໃນຄວາມພະຍາຍາມຄວບຄຸມການແຜ່ລະບາດຂອງໄວຣັດ ແລະ ໃນວັນພະຫັດ ທີ່ 10 ທັນວາ 2020 Ralph Northam ຜູ້ວ່າການລັດເວີຈິເນຍ ປະກາດເຄີຟິວຕັ້ງແຕ່ທ່ຽງຄືນຈົນເຖິງ 05:00 ເຊົ້າ ເຊັ່ນດຽວກັບມາດຕະການອື່ນໆທີ່ຈະເລີ່ມບັງຄັບໃຊ້ໃນວັນຈັນ 14 ທັນວາ 2020 ແລະ ບັງຄັບໃຊ້ໄປຈົນເຖິງວັນທີ່ 31 ທັນວາ 2020 ນີ້.

ຂໍ້ມູນຜູ່ເສຍຊີວິດທີ່ໜ້າກັງວົນມີຂຶ້ນທ່າມກາງແສງແຫ່ງຄວາມຫວັັງ ວັກຊີນໂຄວິດ-19 ຕົວໜຶ່ງໜ້າຈະເລີ່ມໄປເຖິງບັນດາເຈົ້າໜ້າທີ່ດ້ານການແພດ, ໜ່ວຍສຸກເສີນ ແລະ ຜູ້ພັກອາໄສຢູ່ຕາມບ້ານພັກຄົນເຖົ້າ ໃນອີກ 2 – 3 ມື້ຂ້າງໜ້າໃນສິ່ງທີ່ຫຼາຍຄົນເວົ້າວ່າ “ແສງສະຫວ່າງປາຍອຸໂມງ”.

ໃນວັນພະຫັດ ທີ 10 ທັນວາ 2020 ທີ່ຜ່ານມາ ຄະນະຜູ້ຊ່ຽວຊານດ້ານການແພດອິດສະຫຼະຊຸດໜື່ງມີກຳນົດການເພື່ອປຶກສາຫາລື ແລະ ຕັດສິນໃຈວ່າຈະແນະນຳໃຫ້ສຳນັກງານອາຫານ, ຢາ ແຫ່ງຊາດຂອງສະຫະລັດອາເມຣິກາອະນຸມັດໃຊ້ວັກຊີນໂຄວິດ – 19 ຂອງໄຟເຊີ ແລະ ໄບໂອເອັນເທັກ ໃນກໍລະນີສຸກເສີນ ຫຼື ບໍ່ ?.

ຄວາມເຄື່ອນໄຫວອະນຸມັດຂອງສຳນັກງານອາຫານ ແລະ ຢາ ແຫ່ງຊາດສະຫະລັດອາເມຣິກາໜ້າຈະເກີດຂຶ້ນຢ່າງທີ່ສຸດຄືໃນວັນສຸກ ທີ 11 ທັນວາ 2020 ຫຼື ວັນເສົາ 12 ທັນວາ 2020 ຈາກນັ້ນກໍຕາມດ້ວຍການສັກວັກຊີນຊຸດທຳອິດໃນສະຫະລັດອາເມຣິກາໃນວັນອາທິດ ທີ 13 ທັນວາ 2020  ຫຼື ວັນຈັນ ທີ 14 ທັນວາ 2020 ຕາມການເປີດເຜີຍຂອງ ມອນເຊບ ສະລາອຸຍ ຫົວໜ້າທີ່ປຶກສາໂຄງການເລັ່ງລັດພັດທະນາວັກຊີນ ທີ່ເວົ້າວ່າ Operation Warp Speed ຂອງລັດຖະບານປະທານາທິບໍດີ ທຣັມ ລະຫວ່າງໃຫ້ສຳພາດກັບ ຟັອກນິວ.

ສ່ວນວັກຊີນຕົວທີ່ 2 ເຊິ່ງພັດທະນາໂດຍ ໂມເດີນ່າ ອິງ ຈະໄດ້ຮັບການພິຈາລະນາຈາກຄະນະຜູ້ຊ່ຽວຊານດ້ານການແພດອິດສະຫຼະໃນອາທິດໜ້າ.

ໄບເດນ ເຊິ່ງຈະສືບທອດອຳນາດຕໍ່ຈາກປະທານາທິບໍດີຕໍ່ຈາກ ທຣັມ ໃນວັນທີ່ 20 ມັງກອນ ວາງເປົ້າໝາຍສັກວັກຊີນປະຊາຊົນໃຫ້ໄດ້ 100 ລ້ານຄົນໃນຊ່ວງ 100 ມື້ທຳອິດຂອງການດຳລົງຕຳແໜ່ງ.

ໂຣກລະບາດໃຫຍ່ຍັງເຮັດໃຫ້ປະຊາຊົນອະເມຣິກາຫຼາຍລ້ານຄົນຕ້ອງຕົກງານ ຫຼັງຈາກເຈົ້າໜ້າທີ່ທັງລະດັບລັດ ແລະ ທ້ອງຖິ່ນ ກຳນົດຂໍ້ຈຳກັດຕ່າງໆທາງສັງຄົມ – ເສດຖະກິດເພື່ອຄວບຄຸມການແຜ່ລະບາດ ແຕ່ຂະນະດຽວກັນສະພາ Congress ຍັງຄົງບໍ່ສາມາດຫາທາງອອກໃນທາງຕັນທີ່ຍືດເຍື້ອມາດົນນັບເດືອນກ່ຽວກັບ Package ຢຽວຢາທາງເສດຖະກິດບັນເທົາຜົນກະທົບຈາກໂຄວິດ – 19.

ທີ່ມາ:

https://liff.line.me/1454988218-NjbXbq18/v2/article/pZKjOp?utm_source=copyshare