ແຂວງຫົວພັນ ແຂວງດຽວໃນລາວທີ່ບໍ່ພົບຜູ້ຕິດເຊື້ອ! ປັດຈຸບັນ ໄດ້ສືບຕໍ່ປະຕິບັດມາດຕະການຢ່າງເຂັ້ມງວດ ແລະ ເຄັ່ງຄັດ


ແຂວງຫົວພັນ ເປັນແຂວງໜຶ່ງໃນປະເທດລາວເຮົາ ທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຕັ້ງແຕ່ມີການລະບາດຄັ້ງທຳອິດຈົນມາຮອດປັດຈຸບັນ.

ເຖິງແມ່ນວ່າພາຍໃນແຂວງຈະບໍ່ມີການລະບາດ ຫຼື ບໍ່ມີຜູ້ຕິດເຊື້ອ ທາງແຂວງກໍບໍ່ໄດ້ປ່ອຍປະມາດຕະການຕ່າງໆທີ່ວາງອອກ, ຕະຫຼອດໄລຍະທີ່ຜ່ານມາພາກສ່ວນທີ່ກ່ຽວຂ້ອງ ໄດ້ສຸມໃສ່ປະຕິບັດມາດຕະການຢ່າງເດັດຂາດ ແລະ ເຂັ້ມງວດຢູ່ສະເໝີ.

ຈາກການລາຍງານທາງໂທລະພາບແຂວງຫົວພັນ ທາງແຂວງໄດ້ປະຕິບັດມາດຕະການແບບເຄັ່ງຄັດ ແລະ ໄດ້ມີມາດຕະການເພີ່ມ ເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເປັນຕົ້ນແມ່ນ: ການປະຕິບັດຄຳສັ່ງສະບັບເລກທີ 290 ແລະ 296 ຂອງເຈົ້າແຂວງ ແຂວງຫົວພັນ, ໄດ້ເຄັ່ງຄັດຈຸດກວດກາພາຍໃນຕົວເມືອງຕ່າງໆ,​ ເພີ່ມຈຸດກັ່ນກອງຢູ່ບ່ອນທີ່ມີຊຸມຊົນຫຼາຍ ພາຍໃນເທດສະບານຕົວເມືອງຊຳເໜືອ,​ ຕັ້ງຈຸດກວດກາຜູ້ທີ່ເດີນທາງມາແຕ່ຕ່າງແຂວງແບບເຄັ່ງຄັດ, ພາຍໃນຕະຫຼາດໃນຕົວເມືອງ ກໍຈະມີຈຸດກວດກາຈາກທີມແພດອາສາ ເພື່ອຕິດຕາມສຸຂະພາບຂອງປະຊາຊົນພາຍໃນຊຸມຊົນທີ່ມີຄົນຫຼາຍ ເປັນຕົ້ນແມ່ນຕະຫຼາດ ຖ້າຫາກພົບຄົນໃດທີ່ມີອຸນຫະພູມສູງ ກໍຕ້ອງໄດ້ແຍກປ່ຽວ ແລະ ສົ່ງໄປຫາທີມແພດຢູ່ໂຮງໝໍທັນທີ.

ພ້ອມກັນນັ້ນ ຍັງໄດ້ຕິດຕາມປະຊາຊົນທີ່ມາໃຊ້ບໍລິການຢູ່ຕະຫຼາດ ຈະມີດ່ານທີມແພດສຸຂະພາບຢູ່ໜ້າຕະຫຼາດເປັນປະຈຳ ຖ້າຫາກພົບຄົນທີ່ບໍ່ປະຕິບັດມາດຕະການເປັນຕົ້ນແມ່ນ: ບໍ່ໃສ່ຜ້າອັດປາກ ທາງທີມແພດຈະແນະນຳໃຫ້ໃສ່ ຫຼື ເອົາຜ້າປິດປາກໃຫ້ ກ່ອນຈະເຂົ້າໄປໃນຕະຫຼາດ ພ້ອມທັງແນະນຳໃຫ້ທຸກຄົນລ້າງມືດ້ວຍເຈວລ້າງມືທຸກຄັ້ງ, ທີມແພດຈະວັດແທກອຸນຫະພູມກ່ອນເຂົ້າຕະຫຼາດ ຢ່າງເຂັ້ມງວດ ຖ້າຫາກໃຜບໍ່ປະຕິບັດແມ່ນຈະບໍ່ໄດ້ເຂົ້າຕະຫຼາດໂດຍເດັດຂາດ. ນອກຈາກນີ້ ຍັງມີທີມແພດໂຄສະນາສຸຂະສຶກສາ ເພື່ອໃຫ້ຄວາມຮູ້ ແລະ ຍັງໄດ້ກຽມທີມແພດກວດກາຫາຄົນທີ່ມີອາການ ຖ້າຫາກພົບກໍຈະນຳສົ່ງໄປປິ່ນປົວໃຫ້ໄວ ແລະ ທັນເວລາ.

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ:
– ໂທລະພາບແຂວງຫົວພັນ (https://bit.ly/39DTusT)
– ເມືອງລາວ ມີເດຍ Meuang Lao Media (https://bit.ly/3m5aBtp)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/