ປະຊາກອນ 2 ໃນ 3 ຂອງປະເທດສະວິດເຊີແລນໂຫວດໃຫ້ການແຕ່ງງານຂອງ LGBTQ+ ຖືກຕ້ອງຕາມກົດໝາຍ


ໃນວັນອາທິດທີ່ຜ່ານມາ, ປະຊາກອນເກືອບ 2 ໃນ 3 ທົ່ວປະເທດສະວິດເຊີແລນໄດ້ໂຫວດສະໜັບສະໜູນການແຕ່ງງານຂອງເພດດຽວກັນໃຫ້ຖືກຕ້ອງຕາມກົດໝາຍ ເຮັດໃຫ້ສະວິດເຊີແລນ ເປັນໜຶ່ງໃນກຸ່ມປະເທດສຸດທ້າຍຂອງຢູໂຣບຕາເວັນຕົກທີ່ອະນຸມັດການແຕ່ງງານຂອງ LGBTQ+.

ປະເທດສະວິດເຊີແລນໄດ້ອະນຸມັດກົດໝາຍຄູ່ຊີວິດຕັ້ງແຕ່ປີ 2007 ເຊິ່ງເປັນກົດໝາຍທີ່ສ້າງຕັ້ງຂຶ້ນມາເພື່ອປົກປ້ອງສິດທິຂອງຜູ້ທີ່ບໍ່ສາມາດແຕ່ງງານໄດ້ຕາມກົດໝາຍກໍຄືກຸ່ມຄົນຮັກຮ່ວມເພດ. ແຕ່ເຖິງຢ່າງໃດກໍຕາມ, ການເຂົ້າເຖິງສິດທິບາງສ່ວນກໍໄດ້ຖືກຈຳກັດລົງ.

ໃນວັນອາທິດທີ່ຜ່ານມານີ້, ມີທັງກຸ່ມສາສະໜາ ແລະ ກຸ່ມນັກການເມືອງອະນຸລັກນິຍົມເປັນຝ່າຍທີ່ອອກມາຕໍ່ຕ້ານ ໂດຍພວກເຂົາອ້າງວ່າມັນຈະທຳລາຍວັດທະນະທຳຄວາມດັ້ງເດີມຂອງຄອບຄົວ. ແຕ່ຜົນຈາກການເກັບຄະແນນໂຫວດໄດ້ສິ້ນສຸດ ແລະ ຕັດສິນຢ່າງເປັນເອກະພາບ ດ້ວຍ 64.1% ຂອງປະຊາກອນທົ່ວປະເທດໄດ້ຕັດສິນໃຫ້ກົດໝາຍແຕ່ງງານຂອງກຸ່ມ LGBTQ+ ໄດ້ຮັບການອະນຸມັດ.

ການໄດ້ຮັບອະນຸມັດຄັ້ງນີ້ເປັນບາດກ້າວທີ່ໃຫຍ່ທັງສຳລັບກຸ່ມ LGBTQ+ ແລະ ຂອງປະເທດ. ກົດໝາຍແຕ່ງງານນີ້ອາດຈະຟັງເບິ່ງເປັນເລື່ອງປົກກະຕິສຳລັບຫຼາຍຄົນ,​ ແຕ່ສຳລັບກຸ່ມ LGBTQ+ ແລ້ວ ແມ່ນການທີ່ໄດ້ຮັບອະນຸຍາດທີ່ຈະມີຄອບຄົວ, ການອຸປະຖຳລ້ຽງເດັກ ໄປຈົນຮອດການຮັບບໍລິຈາກສະເປີມເພື່ອມີລູກ ແລະ ກົດໝາຍທີ່ປົກປ້ອງສິດທິພວກເຂົາ.

ໃນຂະນະທີ່ປະເທດອື່ນໆໃນຢູໂຣປຕາເວັນຕົກໄດ້ຄຳນຶງເຖິງການແຕ່ງງານຂອງຄົນຮັກຮ່ວມເພດ ແລະ ອະນຸມັດກົດໝາຍໄປຮຽບຮ້ອຍ. ເປັນເວລາ 20 ປີກວ່າທີ່ກຸ່ມຄົນ LGBTQ+ ໃນປະເທດສະວິດເຊີແລນໄດ້ຕໍ່ສູ້ເພື່ອກົດໝາຍແຕ່ງງານ. ທັງນີ້ກໍເນື່ອງຈາກການຕັດສິນໃຈໃນເລື່ອງໃຫຍ່ຕ່າງໆ ຈະຕ້ອງໄດ້ຂຶ້ນສູ່ຂັ້ນປະເທດເພື່ອໂຫວດ ເຊິ່ງຈະໄດ້ສົ່ງຜົນໃຫ້ຂັ້ນຕອນການປ່ຽນແປງທາງສັງຄົມຊ້າລົງ. ຈຶ່ງເຮັດໃຫ້ກາຍເປັນໜຶ່ງໃນປະເທດສຸດທ້າຍຂອງຢູໂຣປຕາເວັນຕົກ ທີ່ອະນຸມັດກົດໝາຍຂອງເພດຮ່ວມກັນ. ນອກຈາກນີ້ຍັງກາຍເປັນປະເທດທີ 30 ທີ່ໄດ້ອະນຸມັດໃຫ້ຄູ່ຮັກຮ່ວມເພດອຸປະຖຳລ້ຽງເດັກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/