ວັນທີ 27 ກັນຍາ ວັນເກີດ Google


ຄິດຫຍັງບໍ່ອອກ ເຂົ້າໄປ Google ເລີຍ! ປະຕິເສດບໍ່ໄດ້ເລີຍວ່າ Google ເປັນບ່ອນທີ່ເຮົາຕ້ອງຄິດຫາເປັນອັນທຳອິດ ຖ້າເຮົາຄິດຫຍັງບໍ່ອອກ ເພາະມັນເປັນແຫຼ່ງຮວບຮວມຂໍ້ມູນທີ່ໃຫຍ່ທີ່ສຸດກໍວ່າໄດ້, ເຊິ່ງມື້ນີ້ກໍເປັນວັນເກີດ ຄົບຮອບ 23 ປີຂອງ Google ຕັ້ງແຕ່ 27 ກັນຍາ 1998.

Google ຖືກສ້າງຂຶ້ນມາໂດຍໝູ່ 2 ຄົນ ແລຣີ ແລະ ເຊີເກ ບຣິນ ນັກສຶກສາຈາກມະຫາວິທະຍາໄລສະແຕນຝອດ ທີ່ຕອນນັ້ນກຳລັງສຶກສາຢູ່ໃນລະດັບປະລິນຍາເອກ ແລະ ໄດ້ເຮັດບົດວິະຍານິພົນນຳກັນ, ພວກເຂົາໄດ້ຄິດຄົ້ນລະບົບ Search Engine ເທິງອິນເຕີເນັດ ທີ່ສາມາດຄົ້ນຫາຈາກຄຳສັບ ໂດຍຈັດອັນດັບຈາກເວັບໄຊທີ່ມີຄົນເຂົ້າລິ້ງຫຼາຍສຸດໄປຫາໜ້ອຍສຸດ.

ຫຼັງຈາກທີ່ພວກເຂົາທັງສອງເຫັນວ່າ ມັນສາມາດຄົ້ນຫາຂໍ້ມູນໄດ້ຢ່າງວ່ອງໄວ ແລະ ເປັນປະໂຫຍດມະຫາສານ ຈຶ່ງໄດ້ຕັດສິນໃຈດຣັອບຮຽນ ແລ້ວມາຫາທຶນພັດທະນາເວັບໄຊ. ຈົນໃນທີ່ສຸດ ເມື່ອວັນທີ 7 ກັນຍາ 1998 ພວກເຂົາກໍໄດ້ຈົດທະບຽນກໍ່ຕັ້ງບໍລິສັດ Google ຂຶ້ນ ແລະ ຈົດທະບຽນດ້ວຍ Domain Name ຊື່ວ່າ Google.com ໃນວັນທີ 15 ກັນຍາ 1998.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/