ວັນທີ 27 ກັນຍາ ວັນທ່ອງທ່ຽວໂລກ


ຫຼັງ Covid-19 ຈະໄປທ່ຽວໃສດີ!!!

ມື້ໃດເມື່ອຍໆ ຫຼື ຮູ້ສຶກເບື່ອໆກັບຊີວິດປະຈຳວັນ ແນ່ນອນວ່າການອອກໄປທ່ອງທ່ຽວ ອາດຈະເປັນຄວາມຄິດອັນດັບທຳອິດທີ່ເຂົ້າມາໃນຫົວ ໂດຍສະເພາະຍິ່ງເປັນໄລຍະທີ່ໂຄວິດ-19ລະບາດ ທີ່ຫຼາຍຄົນຕ້ອງຢູ່ເຮືອນ ບໍ່ໄດ້ອອກໄປທ່ອງທ່ຽວ ຍິ່ງໂຫຍຫາການອອກເດີນທາງ ເພາະການໄດ້ອອກໄປທ່ອງທ່ຽວນັ້ນ ເປັນການພັກຜ່ອນຢ່າງໜຶ່ງຂອງມະນຸດ ເປັນການເພີ່ມພະລັງຊີວິດໃຫ້ກັບຕົນເອງເລີຍກໍວ່າໄດ້.

ຍ້ອນແນວນັ້ນ ອົງການທ່ອງທ່ຽວແຫ່ງສະຫະປະຊາຊາດ ຫຼື UNWTO (World Tourism Organization) ຈຶ່ງໄດ້ປະກາດໃຫ້ວັນທີ 27 ກັນຍາ ຂອງທຸກໆປີເປັນ “ວັນທ່ອງທ່ຽວໂລກ” ເພື່ອໃຫ້ທຸກຄົນຄຳນຶງເຖິງຄວາມສຳຄັນຂອງການທ່ອງທ່ຽວ ທີ່ຈະສົ່ງຜົນຕໍ່ສັງຄົມ, ວັດທະນະທຳ ແລະ ທາງດ້ານເສດຖະກິດອີກດ້ວຍ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/