Home Isolation ແມ່ນຫຍັງ?


ເຖິງແມ່ນວ່າຈະໄດ້ຮັບວັກຊີນຄົບແລ້ວກໍຍັງມີໂອກາດຕິດເຊື້ອໂຄວິດ-19 ຖ້າບໍ່ປະຕິບັດຕາມຫຼັກການອະນາໄມຢ່າງເຂັ້ມງວດ. ໃນຫຼາຍປະເທດທີ່ໄດ້ມີຈຳນວນຜູ້ຕິດເຊື້ອຢ່າງຫຼວງຫຼາຍ, ບາງກໍລະນີອາດມີອາການໜ້ອຍ ແລະ ບາງກໍລະນີກໍອາດບໍ່ມີອາການເລີຍ. ດ້ວຍເຫດນັ້ນ, ຈຶ່ງໄດ້ມີມາດຕະການໃຫ້ຜູ້ປ່ວຍບາງຄົນໄດ້ແຍກຕົວອອກມາເບິ່ງແຍງຕົນເອງຢູ່ທີ່ເຮືອນ ຫຼື ເອີ້ນວ່າ Home Isolation.  

ການແຍກຕົວມາປິ່ນປົວຕົນເອງ (Home Isolation) ນັ້ນແຕກຕ່າງຈາກການກັກຕົວ (Quarantine) ຍ້ອນວ່າການກັກຕົວແມ່ນເມື່ອເຮົາໄດ້ໃກ້ຊິດຫຼືສຳຜັດກັບເຊື້ອໂຄວິດ-19 ບໍ່ວ່າຈະມີອາການຫຼືບໍ່ມີອາການແມ່ນຈະຕ້ອງກັກຕົນເອງ. ສຳລັບການແຍກຕົວປິ່ນປົວຕົນເອງແມ່ນກໍລະນີທີ່ເຮົາຮູ້ວ່າຕົນເອງໄດ້ຕິດເຊື້ອແລ້ວ ແລະ ຕ້ອງການການປິ່ນປົວ ຈຶ່ງແຍກຕົວອອກມາຢູ່ໃນຫ້ອງທີ່ບໍ່ໄດ້ໃກ້ຊິດກັບສະມາຊິກໃນຄອບຄົວ ແລະ ຫ້າມອອກໄປນອກເດັດຂາດ.

ການປິ່ນປົວຕົນເອງຢູ່ໃນເຮືອນ ຫຼື ປິ່ນປົວສະມາຊິກພາຍໃນເຮືອນທີ່ຕິດເຊື້ອໂຄວິດ-19 ມີໂອກາດສ່ຽງຕໍ່ການສົ່ງຕໍ່ເຊື້ອພາຍໃນທີ່ຢູ່ອາໄສ. ແຕ່ການແຍກຕົວຜູ້ປ່ວຍອອກມາ ກໍມີສ່ວນຊ່ວຍໃຫ້ຕັດຂາດວົງຈອນການສົ່ງຕໍ່ເຊື້ອໂຄວິດ-19 ໄດ້. ອ້າງອີງຈາກອົງການອະນາໄມໂລກ (WHO)  ການທີ່ຜູ້ປ່ວຍຈະສາມາດແຍກຕົວອອກມາປິ່ນປົວຕົນເອງໃນເຮືອນໄດ້ ຂຶ້ນກັບ 3 ເງື່ອນໄຂມີຄື: ການປະເມີນທາງການແພດຕໍ່ຜູ້ປ່ວຍໂຄວິດ – 19, ການປະເມີນສະພາບແວດລ້ອມໃນເຮືອນ, ຜູ້ດູແລສາມາດສັງເກດການ ແລະ ປະເມີນອາການທາງການແພດຂອງຜູ້ປ່ວຍໂຄວິດ-19 ທີ່ເຮືອນໄດ້.

  1. ການປະເມີນທາງການແພດຕໍ່ຜູ້ປ່ວຍໂຄວິດ-19

ການຕັດສິນວ່າຈະແຍກຕົວ ແລະ ສັງເກດອາການຂອງຜູ້ປ່ວຍໂຄວິດ – 19 ໃຫ້ປິ່ນປົວຢູ່ເຮືອນແມ່ນຈະຕ້ອງປະຕິບັດເປັນກໍລະນີໄປ. ຂັ້ນຕອນການປະເມີນຈະຕ້ອງມີ:

  • ການນຳສະເໜີຂໍ້ມູນທາງການແພດ
  • ຄວາມຕ້ອງການໃນການເບິ່ງແຍງ
  • ປັດໄຈສ່ຽງຕໍ່ໂຣກຮ້າຍແຮງເຊັ່ນ: ອາຍຸເກີນ 60 ປີ, ສູບຢາ, ນ້ຳໜັກເກີນ ແລະ ໂຣກທີ່ບໍ່ສາມາດຕິດຕໍ່ໄດ້ເຊັ່ນ: ໂຣກຫົວໃຈ, ເບົາຫວານ, ໂຣກປອດ, ໂຣກໝາກໄຂ່ຫຼັງ ແລະ ມະເຮັງ

ຜູ້ປ່ວຍທີ່ບໍ່ມີອາການ ຫຼື ມີອາການໜ້ອຍຈົນຮອດປານກາງບໍ່ມີປັດໄຈສ່ຽງຕໍ່ຜົນກະທົບຮ້າຍແຮງ ອາດບໍ່ຕ້ອງການການຮັກສາທີ່ໂຮງໝໍ ແລະ ສາມາດແຍກຕົວຮັກສາໃນເຮືອນໄດ້. ໃນກໍລະນີທີ່ເປັນຜູ້ຍິງຖືພາ ຫຼື ຫຼັງເກີດ ແລະ ເດັກນ້ອຍແມ່ນຈະຕ້ອງກະກຽມ ປັດໄຈແວດລ້ອມທີ່ພ້ອມຮັບມືແລະ ຄວບຄຸມການຕິດເຊື້ອໃຫ້ເໝາະສົມ ແລະ ຕິດຕາມສັງເກດອາການຢ່າງໃກ້ຊິດ.

  1. ການປະເມີນສະພາບແວດລ້ອມໃນເຮືອນ

ເຈົ້າໜ້າທີ່ທາງດ້ານສາທາລະນະສຸກຈະຕ້ອງເປັນຜູ້ປະເມີນວ່າເຮືອນທີ່ຜູ້ປ່ວຍອາໄສຢູ່ນັ້ນເໝາະສົມແກ່ການແຍກຕົວເພື່ອປິ່ນປົວຜູ້ປ່ວຍໂຄວິດ-19 ຫຼືບໍ່ ລວມທັງຜູ້ດູແລຄືສະມາຊິກໃນເຮືອນເຊັ່ນ: ອຸປະກອນຊ່ວຍໃນຫຼັກການອະນາໄມທາງການຫາຍໃຈ ແລະ ການສຳຜັດດ້ວຍມື. ການແຍກເຄື່ອງໃຊ້ລະຫວ່າງຜູ້ປ່ວຍ ແລະ ສະມາຊິກໃນເຮືອນ, ອຸປະກອນທຳຄວາມສະອາດໄປຈົນຮອດຄວາມປອດໄພເມື່ອເກີດອຸບັດຕິເຫດຕ່າງໆ

  1. ຜູ້ດູແລສາມາດສັງເກດການ ແລະ ປະເມີນອາການທາງການແພດຂອງຜູ້ປ່ວຍໂຄວິດ-19 ຢູ່ເຮືອນໄດ້

ເພື່ອໃຫ້ໝັ້ນໃຈວ່າຜູ້ປ່ວຍຈະໄດ້ຮັບການເບິ່ງແຍງ ແລະ ສັງເກດການທີ່ພຽງພໍ. ຜູ້ດູແລຈະຕ້ອງເປັນເຈົ້າໜ້າທີ່ທີ່ຊ່ຽວຊານທາງດ້ານສາທາລະນະສຸກ ຫຼື ຈະຕ້ອງເປັນຜູ້ທີ່ໄດ້ຮັບການຝຶກອົບຮົມທາງດ້ານສຸຂະພາບ. ນອກຈາກນີ້ຍັງສາມາດເຂົ້າຝຶກອົບຮົມໃນການດູແລຜູ້ປ່ວຍກັບໂຄງການ ຜ່ານອີເມວ ຫຼື ໂທລະສັບໄດ້. ພວກເຂົາຈະຕ້ອງເຝົ້າເບິ່ງອາການຂອງຜູ້ປ່ວຍໃນຂະນະແຍກຕົວປິ່ນປົວຈົນກວ່າອາການຈະຫາຍດີ.

ທຸກມື້ນີ້ຈຳນວນຜູ້ຕິດເຊື້ອໂຄວິດ – 19 ໃນປະເທດລາວເຮົາກຳລັງເພີ່ມທະວີຂຶ້ນຢ່າງໄວວາ, ເປັນໄປໄດ້ຍາກທີ່ຈະຫຼົບຫຼີກການໄດ້ເຂົ້າໃກ້ກຸ່ມຜູ້ຕິດເຊື້ອ ຫຼື ກຸ່ມສ່ຽງ ເຖິງແມ່ນວ່າຈະຢູ່ໃນມາດຕະການລັອກດາວ. ໃນອະນາຄົດອັນໃກ້ກໍອາດຈະໄດ້ມີນະໂຍບາຍໃຫ້ແຍກຕົວມາປິ່ນປົວຕົນເອງໃນເຮືອນເຊັ່ນກັນ. ເຖິງຢ່າງໃດກໍບໍ່ຄວນປ່ອຍປະລະເລີຍການສືບຕໍ່ປະຕິບັດພຶດຕິກຳຕໍ່ໄປນີ້ ເຊັ່ນ: ການປ້ອງກັນ ແລະ ຮັກສາຫຼັກອະນາໄມຢ່າງເຂັ້ມງວດ, ການລ້າງມືເປັນປະຈຳ, ກິນອາຫານສຸກ, ບໍ່ສຳຜັດຫຼືເຂົ້າໃກ້ຄົນອື່ນເກີນ 1 ແມັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/