ສະຫວັນຂອງທາດແມວ! ດື່ມກາເຟແຊບໆ ແຖມມີບໍລິການເສີບຄວາມໜ້າຮັກຈາກນ້ອງແມວນຳອີກ!


ຈະເອີ້ນວ່າສະຫວັນຂອງທາດແມວເລີຍກໍວ່າໄດ້ ເມື່ອມີທັງປຶ້ມໃຫ້ອ່ານ, ມີກາເຟໃຫ້ດື່ມ ແລະ ທີ່ສຳຄັນແມ່ນມີນ້ອງແມວນ້ອຍມາຫຼິ້ນນຳຕະຫຼອດເວລາ!

ຮ້ານຂາຍປຶ້ມ Otis and Celemtine’s Books and Coffee ທີ່ປະເທດແຄນນາດານີ້ບໍ່ໄດ້ສະເໜີພຽງແຕ່ປຶ້ມມາຈຳໜ່າຍ ແຕ່ມີທັງກາເຟໃຫ້ດື່ມດ່ຳບັນຍາກາດໃນຂະນະທີ່ອ່ານປຶ້ມ. ບໍ່ພຽງແຕ່ເທົ່ານັ້ນ, ຍັງມີລູກແມວນ້ອຍອາໄສໃນຮ້ານປຶ້ມນີ້ພ້ອມ ແລະ ຍັງສາມາດຮັບນ້ອງໆກັບໄປລ້ຽງຢູ່ເຮືອນໄດ້ນຳອີກ.

ເມື່ອຍ່າງເຂົ້າມາໃນຮ້ານກໍຈະເຫັນພະນັກງານຕົວນ້ອຍແລ່ນມາຕ້ອນຮັບພ້ອມກັບໝູ່ໆ ຫຼື ຈະໄດ້ຮັບຊົມການສະແດງແລ່ນເຂົ້າແລ່ນອອກຂອງພວກເຂົາໃຫ້ລູກຄ້າໄດ້ເພີດເພີນຕະຫຼອດການເລາະອ່ານປຶ້ມ. ນ້ອງແມວນ້ອຍທັງຫຼາຍ ແມ່ນລູກແມວນ້ອຍ ແລະ ແມ່ແມວຈອນຈັດທີ່ທາງເຈົ້າຂອງຮ້ານໄດ້ຮັບມາລ້ຽງດູໄວ້ເພື່ອເປັນສູນກາງໃຫ້ຄົນທີ່ແວ່ເຂົ້າມາໄດ້ຫຼິ້ນ ແລະ ຮັບນ້ອງກັບໄປລ້ຽງ.

Ellen Helmke, ເຈົ້າຂອງຮ້ານຂາຍປຶ້ມບອກວ່າ ລາວໄດ້ຮັບແມວນ້ອຍເຂົ້າມາລ້ຽງຢູ່ໃນຮ້ານຢ່າງບໍ່ມີກຳນົດ. ນ້ອງແມວທີ່ອາຍຸຮອດ 2 ເດືອນກໍຈະໄດ້ໄປຢູ່ເຮືອນກັນແລ້ວ ແລະ ກໍຈະໄດ້ຮັບນ້ອງແມວຊຸດໃໝ່ຈາກສູນຊ່ວຍເຫຼືອສັດ South Paw Conservation Scotia (SPCA) ທີ່ໃຫ້ການສະໜັບສະໜູນທາງຮ້ານ.

“ຂ້ອຍຄິດວ່າມັນຄົງຈະມ່ວນທີ່ຈະເຮັດແນວນີ້ ແລະ ຄົນໜ້າຈະມັກ ກາຍເປັນວ່າມັນເປັນທີ່ນິຍົມຢ່າງຫຼວງຫຼາຍ. ພວກເຂົາຈະແລ່ນຜ່ານກອງປຶ້ມໄປມາ ບາງເທື່ອກໍໂດດໃສ່ຕັກຂອງແຂກ ຫຼື ເກາະຢູ່ບ່າ ເພາະສະຖານທີ່ນີ້ ຖືກພວກເຂົາຄຸມ”

ທຸລະກິດຮ້ານຂາຍປຶ້ມເກົ່ານັ້ນ ດຳເນີນໄປໄດ້ຍາກ ແຕ່ Ellen ກໍເລືອກທີ່ຈະເຮັດ ພ້ອມທັງຍັງຮັບນ້ອງແມວເຂົ້າມາເພື່ອໃຫ້ໂອກາດພວກເຂົາໄດ້ມີເຮືອນຢູ່. ປັດຈຸບັນຮ້ານຂອງ Ellen ໄດ້ເປັນທີ່ຮູ້ຈັກກັນຢ່າງຫຼວງຫຼາຍ, ມີແມວກວ່າ 30 ໂຕແລ້ວທີ່ໄດ້ຖືກຮັບໄປລ້ຽງ. ຜົນກາຍເປັນວ່າທັງຕົວລາວ ແລະ ຕົວຮ້ານເອງກໍໄດ້ມີໂອກາດຢູ່ຕໍ່ໄປນຳກັນ.

ອ້າງອີງຈາກ: https://cutt.ly/uEhINN4

ເຂົ້າເບິ່ງເວັບໄຊຂອງຮ້ານໄດ້ທີ່: https://cutt.ly/VEhI4SW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/