7 ບົດເພງທີ່ຂຽນຂຶ້ນມາເພື່ອໂລກ ແລະ ສັນຕິພາບ


ບົດເພງກໍເປັນອີກໜຶ່ງເຄື່ອງມື ຫຼື ຂໍ້ຄວາມທີ່ສົ່ງບອກແນວຄິດ ຫຼື ຄວາມຮູ້ສຶກຂອງສິລະປິນ, ນັກຂຽນເພງທີ່ສົ່ງອອກໄປໃຫ້ແກ່ຜູ້ຄົນ ບໍ່ວ່າຈະເປັນວົງກວ້າງ ຫຼື ສະເພາະກຸ່ມ.

ຫຼາຍໆບົດເພງກໍເປັນກະບອກສຽງຂອງສັງຄົມ ແລະ ຄວາມເປັນຈິງຂອງໂລກ ເຊັ່ນ 7 ບົດເພງທີ່ເຮົາກໍາລັງນຳສະເໜີແກ່ຜູ້ອ່ານນີ້ ກໍເປັນສ່ວນໜຶ່ງຈາກຫຼາຍໆບົດເພງໃນໂລກທີ່ມີເນື້ອຫາທີ່ເວົ້າເຖິງສັນຕິພາບ, ຄວາມເທົ່າທຽມ ແລະ ສິດທິຕ່າງໆທີ່ມະນຸດເຮົາຄວນໄດ້ຮັບ ເຊິ່ງບາງເພງກໍເປັນການຕັ້ງຄຳຖາມຕໍ່ຫຼາຍໆເຫດການທີ່ສ້າງຄວາມສູນເສຍໃຫ້ແກ່ເພື່ອນມະນຸດນຳກັນວ່າສິ່ງນັ້ນສົມຄວນເກີດຂຶ້ນແລ້ວຫຼືບໍ່.

  1. Imagine – John Lennon
    Imagine ຄືໜຶ່ງບົດເພງແຫ່ງສັນຕິພາບໂດຍແທ້ ຖືກແຕ່ງຂຶ້ນໃນປີ 1960 ໂດຍ John Lennon ນັກຮ້ອງນຳຈາກວົງ The Beatles ເຊິ່ງປີນັ້ນເປັນຍຸກຂອງສົງຄາມເຢັນ ລະຫວ່າງສະຫະລັດອາເມຣິກາ ແລະ ສະຫະພາບໂຊວຽດ, ໄດ້ມີຫຼາຍເຫດການທີ່ເກີດຂຶ້ນ ແລະ ສະເທືອນຂວັນຄົນທັງໂລກ. John Lennon ຈຶ່ງໄດ້ຂຽນເພງນີ້ຂຶ້ນມາເພື່ອໃຫ້ຄົນທີ່ຮັບຟັງ ໄດ້ຮັບຮູ້ເຖິງຄວາມເປັນເສລີພາບ, ການບໍ່ແບ່ງແຍກຜູ້ຄົນອອກຈາກກັນດ້ວຍທຸກເຫດຜົນ ບໍ່ວ່າຈະເປັນ ຊາດ, ສີຜິວ, ຄວາມເຊື່ອ…
    ສິ່ງທີ່ເພງ Imagine ໄດ້ສະແດງອອກມາກໍຄືໂລກທີ່ເປັນອັນໜຶ່ງດຽວ ແລະ ຕັ້ງຄຳຖາມກັບຜູ້ຄົນວ່າ ຫາກໂລກເປັນເຊັ່ນນັ້ນແທ້ ມັນກໍຄົງຈະສວຍງາມ ອາດເປັນໂລກໃນຈິນຕະນາການຂອງ John ທີ່ຢາກໃຫ້ໂລກເປັນແບບນັ້ນ ແຕ່ທຸກເທື່ອທີ່ເພງນີ້ເປີດຂຶ້ນ ຕ່າງກໍເປັນເຄື່ອງເຕືອນໃຈໃຫ້ແກ່ຜູ້ຄົນໄດ້ຕັ້ງຄຳຖາມວ່າ ເຮົາຍັງຕ້ອງການໂລກທີ່ສວຍງາມເຊັ່ນນັ້ນ ຫຼື ບໍ່?
  1. What’s going on–Marvin Gaye
    What’s going on ເປັນອີກໜຶ່ງເພງທີ່ຖືກແຕ່ງຂຶ້ນໃນປີ 1960 ໂດຍ Obie Benson ສະມາຊິກວົງ Fours Top ໃນຕຳນານ ແຕ່ເພງນີ້ກັບຖືກຖ່າຍທອດໂດຍ Marvin Gaye ທີ່ບອກກັບຜູ້ແຕ່ງວ່າ ລາວຫຼົງຮັກເພງນີ້ເຂົ້າຢ່າງເຕັມປະຕູ, ບົດເພງໄດ້ບອກເລົ່າເຖິງຄວາມເສຍຫາຍຈາກການໃຊ້ຄວາມຮຸນແຮງ ແລະ ການຕໍ່ສູ້, ເຊິ່ງເນື້ອຫາອີກມຸມຂອງ What’s going on ກໍໄດ້ຕັ້ງຄຳຖາມຕໍ່ຜູ້ຄົນໃຫ້ຄຳນຶງເຖິງການໃຊ້ຄວາມຮັກ ແລະ ສັນຕິວິທີ ອາດຈະເປັນສິ່ງທີ່ດີກວ່າ ການໃຊ້ຄວາມຮຸນແຮງຈົນເກີດການສູນເສຍ.

.

  1. Where is the love? – Black Eyed Peas
    Where is the love? ເປັນເພງທີ່ແຕ່ງຂຶ້ນເພື່ອລະນຶກກເຖິງເຫດການ 9/11 (ເຫດການທີ່ເຮືອບິນ ບິນຕຳກັບຕຶກ World Trade Center) ທີ່ປະເທດສະຫະລັດອາເມຣິກາ ເຊິ່ງເປັນອີກເຫດການໜຶ່ງທີ່ກໍ່ໃຫ້ເກີດຄວາມສູນເສຍຢ່າງຫຼວງຫຼາຍ, Black Eyed Peas ຈຶ່ງແຕ່ງເພງນີ້ຂຶ້ນມາເພື່ອເປັນອີກກະບອກສຽງໜຶ່ງທີ່ເອີ້ນຫາ ຄວາມຮັກ ຕໍ່ກັບເພື່ອນມະນຸດນຳກັນເອງ ດັ່ງທີ່ໄດ້ສະແດງອອກໃນເນື້ອເພງທີ່ວ່າ: “ເກີດຫຍັງຂື້ນກັບໂລກຂອງເຮົາ ມີຄົນຕາຍ ເດັກນ້ອຍຮ້ອງໄຫ້ ແລ້ວຄວາມຮັກນັ້ນຢູ່ໃສ”.

.

  1. Strange Fruit – Billie Holiday
    Strange Fruit ບົດເພງທີ່ຖືກຖ່າຍທອດອອກມາໃນແນວທີ່ແປກປະຫຼາດອອກໄປ ດ້ວຍທຳນອງ ແລະ ສຽງຂອງນັກຮ້ອງ Bille Holiday ທີ່ມີຄວາມຫຼອນຄືກັບຟັງເພງປະກອບຮູບເງົາເລື່ອງຜີຢູ່, ແຕ່ນັ້ນກໍເປັນການສະແດງອອກທີ່ເໝາະກັບເພງແລ້ວ.
    ສິ່ງທີ່ Strange Fruit ຫຼື ໝາກໄມ້ປະຫຼາດ ໄດ້ສະແດງອອກ ກໍຄືການຕໍ່ຕ້ານການແບ່ງແຍກສີຜິວ ແລະ ການແຂວນຄໍຄົນຜິວດຳທີ່ເປັນສິ່ງທີ່ໄດ້ຖືກເຮັດຢ່າງກວ້າງຂວາງໃນຍຸກຄ້າຂາຍທາດໃນເຂດໃຕ້ຂອງສະຫະລັດອາເມຣິກາ. ເພງນີ້ ຖືກດັດແປງມາຈາກບົດກະວີຂອງ Abel Meeropol ໃນປີ 1937 ກ່ອນຈະຖືກນຳມາເປັນບົດເພງ ແລະ ອັດສຽງໂດຍ Billie Holiday ໃນປີ 1939.

.

  1. We Shall Overcome – Joan Baez
    We Shall Overcome ກໍເປັນອີກເພງໜຶ່ງທີ່ເປັນສັນຍະລັກຂອງການຮຽກຮ້ອງສິດທິ ຂອງຊາວຜິວດຳໃນສະຫະລັດອາເມຣິກາ ໂດຍບົດເພງດັ້ງເດີມເປັນເພງສັນລະເສີນໃນໂບດ (Gospel) ທີ່ແຕ່ງໂດຍ Charles Albert Tindley ຕໍ່ມາຈຶ່ງໄດ້ຖືກນຳໄປໃຊ້ໃນການຕໍ່ສູ້ຂອງຄົນງານໃນໂຮງງານຢາສູບທີ່ເມືອງ Charleston ໃນລັດ South Carolina ໃນປີ 1947, ເຊິ່ງໃນເວີຊັ່ນ ຂອງ Joan Beaz ແມ່ນໄດ້ຖືກບັນທຶກສຽງເມື່ອປີ 1936 ແລະ ໄດ້ກາຍເປັນເວີຊັ່ນທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ.
  1. Bob Dylan – Masters of War

Master of War ເປັນເພງທີ່ຂຽນຂຶ້ນພາຍຫຼັງສົງຄາມໂລກຄັ້ງທີ 2 ເຊິ່ງກໍຢູ່ໃນຍຸກຂອງສົງຄາມເຢັນ ໂດຍສິລະປິນນັກຂຽນເພງ Bob Dylan, ເນື້ອໃນຂອງບົດເພງໄດ້ປະນາມຜູ້ທີ່ກໍ່ສົງຄາມອັນນຳມາເຊິ່ງຄວາມສູນເສຍ. ບົດເພງນີ້ໄດ້ເປັນຕົວແທນໃຫ້ແກ່ຜູ້ທີ່ຕ້ອງສູນເສຍຄົນຮັກ ຫຼື ຄົນໃນຄອບຄົວໄປໃນສົງຄາມ ພ້ອມກັບຕັ້ງຄຳຖາມໃຫ້ແກ່ຜູ້ຄົນທີ່ດຳເນີນສົງຄາມ ວ່າສິ່ງເຫຼົ່ານັ້ນມັນຄວນເກີດຂຶ້ນຫຼືບໍ່.

  1. Till It Happen To You – Lady Gaga
    Till It Happen To You ເປັນເພງທີ່ Lady Gaga ໄດ້ແຕ່ງຂຶ້ນຮ່ວມກັບນັກແຕ່ງເພງຊາວແຄນນາດາ ເພື່ອມອບໃຫ້ແກ່ຜູ້ທີ່ລອດຊີວິດຈາກການຖືກຄຸກຄາມທາງເພດທົ່ວໂລກ ເປັນເພງທີ່ຕັ້ງຄຳຖາມກັບໄປເຖິງຜູ້ກໍ່ເຫດ ແລະ ຜູ້ທີ່ເມີນເສີຍຕໍ່ເຫດການລ່ວງລະເມີດທາງເພດ ໂດຍສະເພາະຜູ້ຍິງ ວ່າເຈົ້າຄົງບໍ່ເຂົ້າໃຈເຖິງຄວາມເຈັບປວດເຫຼົ່ານັ້ນຈົນມັນເກີດຂຶ້ນກັບຕົວເຈົ້າເອງ.
    ເຊິ່ງລາຍໄດ້ຈາກເພງນີ້ສ່ວນໜຶ່ງທາງ Lady Gaga ເອງກໍໄດ້ມອບໃຫ້ກັບອົງກອນທີ່ເຮັດວຽກຮ່ວມກັບຜູ້ລອດຊີວິດຈາການຂືນໃຈ ແລະ ການຖືກຄຸກຄາມທາງເພດ.

ຂອບໃຈຂໍ້ມູນຈາກ : https://bit.ly/39ymT82

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/