Coca-Cola ຊັນສັນຍາກັບ DALL-E ເເລະ ChatGPT ຂອງ OpenAI ກຽມນຳເອົາເທັກໂນໂລຢີ AI ມາໃຊ້ໃນການຕະຫຼາດຮູບແບບໃໝ່


ບໍລິສັດ Coca-Cola ເເບຣນເຄື່ອງດື່ມລະດັບໂລກໄດ້ເຮັດຂໍ້ຕົກລົງຮ່ວມມືກັບ Bain ບໍລິສັດທີ່ປຶກສາທາງດ້ານທຸລະກິດ ເເລະ OpenAI ນັກພັດທະນາ ChatGPT. ເນື່ອງຈາກບໍ່ດົນມານີ້ ບໍລິສັດ AI ພວມໄດ້ເຊັນສັນຍາຫຼາຍຕື້ໂດລາກັບ Microsoft, ນີ້ຈຶ່ງເປັນໂອກາດທີ່ດີໃນການເຊັນສັນຍາຮ່ວມມືກັບ AI ເເລະ ກໍມັນກຸ້ມຄ່າກັບເງິນທີ່ເສຍໄປ.

James Quincy CEO ຂອງບໍລິສັດ Coca-Cola ກ່າວວ່າ “ທາງບໍລິສັດມີຄວາມຕື່ນເຕັ້ນ ທີ່ຈະໄດ້ປົດປ່ອຍຄວາມຄິດສ້າງສັນໃນຮູບເເບບໃໝ່ທີ່ນຳສະເໜີໂດຍເທັກໂນໂລຢີທີ່ກຳລັງເປັນກະເເສນິຍົມໃນຕອນນີ້” ໂດຍການນໍາໃຊ້ເທັກໂນໂລຢີຕ່າງໆລວມທັງ DALL-E ແລະ ChatGPT.

James Quincy ກ່າວຕື່ມອີກວ່າ “ພວກເຮົາມີບາງກໍລະນີທີ່ໜ້າສົນໃຈ ທີ່ໄດ້ປຶກສາຫາລືກັບທີມງານການຕະຫຼາດເຖິງວິທີການປັບປຸງຜົນງານທີ່ພວກເຮົາເຄີຍໄດ້ເຮັດແລ້ວໂດຍໃຊ້ຮູບແບບການຕະຫຼາດໃໝ່ ແລະ ການຈັບຄູ່ກັບຄວາມສາມາດໃນການສົ່ງເນື້ອຫາຢ່າງໄວວາດ້ວຍປະສິດທິພາບທີ່ເພີ່ມຂຶ້ນທະວີຄູນ”

ຢ່າງໃດກໍຕາມ, ພວກເຮົາຕ້ອງຕິດຕາມຕໍ່ໄປວ່າການຕະຫຼາດທີ່ສ້າງໂດຍ AI ຈະສາມາດເຮັດໄດ້ດີຫຼາຍພຽງໃດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/