ຕົວພໍ່ຕົວແມ່ຈັບມືກັນປັງ ດັນ #SHOONGxTAEYANGxLISA ຂຶ້ນອັນດັບ 1 Twitter ໂລກ


ໃນທີ່ສຸດ SHOONG! ຜົນງານເພງໃໝ່ຂອງ ແທຍັງ ອະດີດສະມາຊິກວົງ BIGBANG ບອຍແບນລະດັບຕຳນານວົງການ K-POP ທີ່ໄດ້ເຊີນສິລະປິນສາວສຸດ Hot ຂອງທົດສະວັດຢ່າງສາວ ລິຊ່າ BLACKPINK ທີ່ຖືກເຊີນມາຮ່ວມງານໃນເພງນີ້ ບອກເລີຍວ່າມີຄົບ ທັງຮ້ອງ ແຣັບ ແລະ ເຕັ້ນ.

ໃນວັນທີ 25​ ເມສາ 2023 ທີ່ຜ່ານມາຜົນງານເພງ SHOONG! ໄດ້ປ່ອຍອອກມາ ເຊິ່ງເຮັດໃຫ້ແຟນໆບໍ່ຜິດຫວັງ ເພງດັ່ງກ່າວເຮັດຍອດວິວທະລຸ 1.000.000 ວິວພາຍໃນ 60 ນາທີທີ່ເປີດຕົວ. ຍັງບໍ່ຈົບພຽງເທົ່ານັ້ນຄວາມຮ້ອນແຮງຍັງຄົງຕໍ່ເນື່ອງ ເມື່ອຕົວພໍ່ ແລະ ຕົວແມ່ມາພົບກັນ ສາມາດດັນ #SHOONGxTAEYANGxLISA ໃຫ້ຂຶ້ນອັນດັບ 1 ຂອງ 1 Twitter ໂລກໄດ້.

ຫຼ້າສຸດ (ວັນທີ 27 ເມສາ 2023) ກໍມີຍອດວິວຢູ່ທີ່ 20.000.000 ວິວເປັນທີ່ຮຽບຮ້ອຍແລ້ວ ເມື່ອແທຍັງ ມາສ້າງຜົນງານກັບຕົວແມ່ຄົບຣົດຢ່າງ ລິຊ່າ BLACKPINK ຕ້ອງບໍ່ທຳມະດາຢູ່ແລ້ວ.

ປັດຈຸບັນ ແທຍັງ ເປັນສິລະປິນຢູ່ພາຍໃຕ້ສັງກັດ The Black Label ໃນເຄືອ YG Entertainment ເຊິ່ງເປັນຕົ້ນສັງກັດດຽວກັບສາວ ລິຊ່າ ແລະ ວົງ BLACKPINK. ເພງ SHOONG! ທີ່ໄດ້ສາວ ລິຊ່າ BLACKPINK ມາຮ່ວມງານນັ້ນເປັນເພງໃນອາລະບ້ຳ Down to Earth ຂອງ ແທຍັງ ແລະ ຄາດວ່າຈະປະສົບຄວາມສຳເລັດໃນລະດັບສູງສຸດ ຫຼັງຈາກທີ່ເຄີຍປະສົບຄວາມສຳເລັດໃນຜົນງານກ່ອນໜ້າ ຄືເພງ VIBE ທີ່ຮ່ວມງານແບບຂ້າມຄ້າຍກັບ ຈີມິນ ສະມາຊິກ BTS ບອຍແບນລະດັບໂລກ ແລະ ການຮ່ວມງານກັບ ລິຊ່າ BLACKPINK ແຟນໆຕ່າງກໍຄາດຫວັງວ່າຜົນງານໃນຄັ້ງຕ້ອງປັງລະດັບໂລກໄປເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/