ຊົມເຊີຍ ນາງ ລົດແກ້ວ ອິນທະກຸມມານ ນັກກິລາແລ່ນ-ລານ ທີມຊາດລາວ ຄວ້າຫຼຽນຄຳ ແຂ່ງຂັນອຸ່ນເຄື່ອງຊີເກມ 2023 ທີ່ສິງກະໂປ


ໃນການແຂ່ງຂັນອຸ່ນເຄື່ອງໃນງານ Singapore Open Track & Field Championships 2023 ລະຫວ່າງວັນທີ 26 – 28 ເມສາ 2023 ສປປ ລາວເຮົາກໍໄດ້ມີການສົ່ງນັກກິລາ ແລ່ນ-ລານທີມຊາດຊຸດຊີເກມ ກຳປູເຈຍ 2023 ເຂົ້າຮ່ວມ ເພື່ອເປັນການເຝິກຊ້ອມ ແລະ ກະກຽມຄວາມພ້ອມ ໄປໃນຕົວ.

ຜ່ານການແຂ່ງຂັນໄປໃນມື້ທຳອິດ ນັກກິລາຈາກ ສປປ ລາວ ເຮົາກໍສາມາດສ້າງຜົນງານໄດ້ຢ່າງພົ້ນເດັ່ນ ໂດຍສະເພາະ ນາງ ລົດແກ້ວ ອິນທະກຸມມານ ນັກກິລາແລ່ນ-ລານ ທີມຊາດລາວ ສາມາດທຳລາຍສະຖິຕິລາຍການ 5,000 ແມັດ ດ້ວຍເວລາ 17:42.5 ນາທີ ຈົນສາມາດຍາດມາໄດ້ອັນດັບທີ 1 (ຫຼຽນຄຳ) ມາຄອງໄດ້.

ນອກຈາກນີ້ ໃນມື້ດຽວກັນ ກໍຍັງມີທ້າວ ໄຊດາວັນ ວົງສະຫວັນ ນັກກິລາແລ່ນ-ລານ ທີມຊາດລາວ ຈາກ ສະຖາບັນກິລາ-ກາຍະກຳ ທີ່ສາມາດທຳລາຍສະຖິຕິລາຍການເຕັ້ນຍາວ 7.41 ແມັດ ຈົນສາມາດຍາດມາໄດ້ອັນດັບທີ 3 (ຫຼຽນທອງ) ໄດ້ເຊັ່ນກັນ.

ໂດຍໃນການແຂ່ງຂັນອຸ່ນເຄື່ອງໃນງານ Singapore Open Track & Field Championships 2023 ຄັ້ງນີ້ ນັ້ນ ສປປ ລາວ ເຮົາໄດ້ສົ່ງນັກກິລາທັງໝົດ 5 ຄົນເຂົ້າຮ່ວມການແຂ່ງຂັນ ລວມ 15 ລາຍການແຂ່ງຂັນ ແລະ ຈະເຮັດການແຂ່ງຂັນໄປຈົນຮອດວັນທີ 28 ເມສາ 2023.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/