Heart on my sleeve ເພງທີ່ສ້າງໂດຍ AI ໂດຍໃຊ້ສຽງຂອງ Drake ft. The Weeknd


ເມື່ອບໍ່ດົນມານີ້ມີເພງໃໝ່ຂອງ Drake ທີ່ຮ້ອງກັບ The Weeknd, ເພງ Heart on my sleeve ທີ່ກໍາລັງເປັນທີ່ໂດ່ງດັງໃນ TikTok ແລະ YouTube ແຕ່ຮູ້ບໍ່ວ່າ ນັ້ນບໍ່ແມ່ນເພງທີ່ຮ້ອງໂດຍສິລະປິນທັງສອງ ແຕ່ຖືກຮ້ອງໂດຍ AI.

ໂດຍຜູ້ໃຊ້ TikTok ທີ່ມີຊື່ວ່າ Ghostwriter997 ໄດ້ນຳໃຊ້ AI ສ້າງເພງນີ້ຂຶ້ນມາ ແລະ ເຜີຍແຜ່ທັງໃນ TikTok, Spotify, YouTube, Soundcloud ແລະ Deezer.

ເພງດັ່ງກ່າວຖືກເຜີຍແຜ່ຄັ້ງທຳອິດໃນວັນທີ 4 ເມສາ 2023 ເທິງແພລັດຟອມສະຕຣີມມິງເຊັ່ນ: Apple Music, Spotify ແລະ YouTube ເຊິ່ງເປັນກະແສໃນ TikTok ໂດຍມີຍອດວິວຫຼາຍລ້ານວິວ.

Universal Music Group ຄ້າຍເພງໃຫຍ່ທີ່ Drake ແລະ Weeknd ສັງກັດຢູ່ ໄດ້ແຈ້ງໄປຍັງແພລັດຟອມສຕຣີມມິງຕ່າງໆວ່າເພງດັ່ງກ່າວ ບໍ່ແມ່ນເພງຂອງສິລະປິນທັງສອງ ແລະ ມີຂໍ້ກັງວົນເລື່ອງລິຂະສິດ.

ເພງດັ່ງກ່າວຖືກລຶບໃນຫຼາຍໆແພລັດຟອມໃນວັນທີ 18 ເມສາທີ່ຜ່ານມາ, ໂດຍກ່ອນທີ່ເພງຈະຖືກລຶບ ມີຍອດຟັງໃນ Spotify ເຖິງ 600.000, ຍອດວິວ 275.000 ເທິງ YouTube , 15 ລ້ານວິວໃນ TikTok ແລະ 6,9 ລ້ານວິວໃນ Twitter. ແຕ່ຫຼັງຈາກທີ່ເພງຖືກແບນ ghostwriter977 ໄດ້ລິ້ງໜ້າເພຈຂອງລາວກັບບໍລິການແຈ້ງເຕືອນແຟນໆເມື່ອມີເພງໃໝ່ອອກມາ ໂດຍການແຈ້ງຜ່ານເບີໂທ.

ເຖິງວ່າວິດີໂອຕົ້ນສະບັບຈະຖືກລຶບໄປແລ້ວ ແຕ່ກໍຍັງຫາຟັງໄດ້ໂດຍການຄົ້ນຫາຜ່ານຊ່ອງທາງຕ່າງໆເຊັ່ນ YouTube.

ບໍ່ມີຂໍ້ມູນທີ່ບອກໄດ້ຊັດເຈນວ່າ Ghostwriter ໃຊ້ເຄື່ອງມີ ຫຼື AI ຕົວໃດໃນການເຮັດ ແລະ ຍິ່ງປັດຈຸບັນທີ່ຄົນທົ່ວໄປສາມາດເຂົ້າເຖິງເຄື່ອງມືທີ່ມີປະສິດທິພາບສູງຢ່າງ AI ໄດ້ງ່າຍ ກໍເຮັດໃຫ້ເຮົາໄດ້ເຫັນຜົນງານຕ່າງໆທີ່ສ້າງດ້ວຍ AI ຫຼາຍຂຶ້ນ.

ນີ້ບໍ່ແມ່ນຄັ້ງທຳອິດທີ່ມີການນຳເອົາ AI ມາຮ້ອງເພງ, ກ່ອນໜ້ານີ້ກໍມີການນຳໃຊ້ AI ສ້າງສຽງຂອງ Rihanna ໄປຮ້ອງເພງ Cuff It ຂອງ Beyoncé ແລະ ສ້າງສຽງຂອງ Kanye West ຮ້ອງເພງ Hey There Delilah.

ສຽງຂອງ AI ພວກນີ້ເຮັດໄດຄືກັບສຽງຈິງຂອງສິລະປິນນັ້ນໆ ເປັນສັນຍານເຕືອນວ່າວົງການເພງກຳລັງໄດ້ຮັບຜົນກະທົບຈາກ AI ໃນດ້ານລິຂະສິດ.

ກົດໝາຍທາງດ້ານລິຂະສິດ ທຸກມື້ນີ້ມີການດຳເນີນການກັບການກັອບປີ້ເພງຢູ່ແລ້ວ ແຕ່ສິ່ງເຫຼົ່ານັ້ນເປັນການກະທຳຂອງມະນຸດ ຍັງບໍ່ມີກົດໝາຍທີ່ເປັນການໃຊ້ຂໍ້ບັງຄັບກັບ AI.

ຄວາມທ້າທາຍຂອງຝັ່ງກົດໝາຍຄື ຈະຈັດການແນວໃດຖ້າ AI ເປັນຄົນສ້າງຂຶ້ນ ຈະເອົາຜິດໃຜລະຫວ່າງຜູ້ໃຊ້ງານ ຫຼືບໍລິສັດທີ່ສ້າງ AI ນັ້ນຂຶ້ນມາ ແລະ ຖ້າສິລະປິນເອງເປັນຄົນໃຊ້ AI ນັ້ນ ສ້າງສຽງດົນຕີເອງ ຈະເປັນແນວໃດ.

ທີ່ມາ:

ລິ້ງເພງ https://youtu.be/_iYU9h7FEw0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/