ທະລຸ 2 ລ້ານວິວ ເປັນທີ່ຮຽບຮ້ອຍ ສຳລັບເພງໃໝ່ຫຼ້າສຸດຈາກ Sophana ຢ່າງ “ແພງນ້ອງ”


ເອີ້ນໄດ້ວ່າເປັນເພງໃໝ່ມາແຮງທີ່ກຳລັງເປັນກະແສ ສຳລັບຜົນງານໃໝ່ຫຼ້າສຸດ ຢ່າງເພງ “ແພງນ້ອງ” ຈາກ Sophana x GX2 x BIGPOM x T’Jame UNO  ທີ່ໄດ້ປ່ອຍໃນວັນທີ 5 ທັນວາ ທີ່ຜ່ານມາ ເຊິ່ງຫຼ້າສຸດເພງດັ່ງກ່າວໄດ້ມີຍອດວິວໃນ YouTube ເກີນ 2 ລ້ານວິວເປັນທີ່ຮຽບຮ້ອຍ ພາຍໃນເວລາບໍ່ຮອດ 10 ມື້.

ເພງ ແພງນ້ອງ ມາພ້ອມກັບທຳນອງເພງທີ່ໜ້າຮັກ ຟັງສະບາຍຕາມສະຕາຍໂສພະນາ ຜະໜວກກັບນາງເອກເອັມວີຝາແຝດທັງ 2 ນ້ອງ ມາພ້ອມກັບຄວາມສົດໃສ ທີ່ຈະເຮັດໃຫ້ທ່ານອົມຍິ້ມຈົນໝົດເພງ.

ຟັງໄດ້ທີ່: https://www.youtube.com/watch?v=BAVKCsB5p7w&feature=youtu.be