Coca-Cola ຕົ້ນກຳເນີດຂອງນ້ຳອັດລົມ


ໂຄຄາ ໂຄລາ (Coca-Cola) ຫຼື ໂຄກ (Coke) ເຄື່ອງດື່ມນ້ຳອັດລົມທີ່ຄອງຕະຫຼາດໂລກມາຫລາຍທົດສະວັດ ແລະ ຖືເປັນຕົວແທນແຫ່ງການສະເຫຼີມສະຫຼອງໃນທຸກເທສະການ.

ໂຄຄາ ໂຄລາ ກຳເນີດຂຶ້ນໃນວັນທີ 8 ພຶດສະພາ 1886 ຫຼື 137 ປີກ່ອນ ທີ່ເມືອງແອດແລນຕາ ລັດຈໍເຈຍໂດຍ ເພສັດຊະກອນ John Stith Pemberton. ໂຄຄາ ໂຄລາ ຖືກຕັ້ງຊື່ຕາມສ່ວນປະສົມດັ້ງເດີມ 2 ຊະນິດທີ່ໃຊ້ໃນການຜະລິດໄດ້ແກ່ໃບໂຄຄາ ແລະ ຖົ່ວໂຄລາ ຖືກຕັ້ງຊື່ໂດຍ Frank Robinson ນັກບັນຊີທີ່ຊ່ວຍເຫຼືອ Pemberton ແລະ ຍັງເປັນຜູ້ອອກແບບໂລໂກ້ທີ່ໃຊ້ມາເຖິງປັດຈຸບັນ.

Pemberton ມີການຄົ້ນຄິດສິນຄ້າຫຼາຍຊະນິດບໍ່ວ່າຈະເປັນຢາຍ້ອມຜົມ, ເຄື່ອງສຳອາງ ແລະ ນ້ຳຫອມ. ໄລຍະຕໍ່ມາ Pemberton ໄດ້ມີຄວາມສົນໃຈຕົ້ນໂຄຄາ ພືດພື້ນເມືອງຂອງຊາວເປຣູ ມີລິດເປັນຢາກະຕຸ້ນທີ່ມີມາຫຼາຍກວ່າ 2000 ປີ. ຕົ້ນໂຄຄາຍັງມີສານໂຄເຄນທີ່ຖືເປັນສານເສບຕິດ ແຕ່ໃນເວລານັ້ນໂຄເຄນຍັງບໍ່ຜິດກົດໝາຍ ແລະ ສານໂຄເຄນຍັງເປັນຢາຂ້າແມງໄມ້ໂດຍທຳມະຊາດ ເຊິ່ງ Pembertonຄິດວ່າໂຄເຄນສາມາດປິ່ນປົວອາການຕິດມໍຟີນໄດ້.

Pemberton ໄດ້ທົດລອງຫຼາຍຄັ້ງ ແລະ ໄດ້ປັບປຸງສູດດ້ວຍການໃສ່ຖົ່ວໂຄລາ ຈຶ່ງກາຍເປັນວາຍໂຄລາໃນແບບຂອງຝຣັ່ງ (French Wine Coca) Pemberton ໄດ້ລະບຸວ່າເຄື່ອງດື່ມຊະນິດນີ້ສາມາດປິ່ນປົວໂຣກໄດ້ຫຼາກຫຼາຍເຊັ່ນ: ອາການຕິດມໍຟີນ, ອາຫານບໍ່ຍ່ອຍ, ບັນຫາກ່ຽວກັບເສັ້ນປະສາດ ເຊິ່ງຂະນະນັ້ນຍັງບໍ່ໄດ້ມີໃຜຄົ້ນຄິດວິທີປິ່ນປົວໄດ້.

ເນື່ອງຈາກວາຍດັ່ງກ່າວຖືກຈຳກັດລູກຄ້າສະເພາະກຸ່ມ ຈຶ່ງໄດ້ມີການປັບປ່ຽນບໍ່ໃຫ້ມີແອວກໍຮໍ Pemberton ໄດ້ສົ່ງຕົວຢ່າງນ້ຳຫວານທີ່ຄິດຄົ້ນຂຶ້ນມາໃໝ່ໃຫ້ເຈົ້າຂອງຮ້ານເຄື່ອງດື່ມຄົນໜຶ່ງປະສົມໂຊດາຈຶ່ງເປັນທີ່ມາຂອງ ໂຄຄາ ໂຄລາ ທີ່ເໝາະສຳລັບທຸກເພດທຸກໄວ. ໂຄຄາໂຄລາບໍ່ມີການເປີດເຜີຍສູດ ນ້ຳອັດລົມ ໂຄຄາ ໂຄລາ ຈຶ່ງຍັງຄົງເປັນຄວາມລັບຈົນເຖິງທຸກວັນນີ້.

ເມື່ອເລີ່ມຈຳໜ່າຍໃນປີທຳອິດ ໂຄຄາ ໂຄລາ ຂາຍໄດ້ພຽງ 1000 ແກ້ວເທົ່ານັ້ນ ດ້ວຍຄວາມມຸ່ງໝັ້ນ ເຮັດໃຫ້ສຸຂະພາບຂອງ Pemberton ເສື່ອມໂຊມລົງ, Pemberton ໄດ້ຂາຍບໍລິສັດ ໂຄຄາ ໂຄລາ ໃຫ້ກັບ Asa Candler ກ່ອນຈະເສຍຊີວິດລົງໃນປີ 1888.

ປີ 1900 ບໍລິສັດໄດ້ງົດສ່ວນປະສົມຂອງ ໂຄຄາ ລົງເນື່ອງຈາກມີສານໂຄເຄນ ແລະ ຍັງໄດ້ປ່ຽນຊື່ເປັນ Coke ທີ່ເຮົາຮູ້ຈັກໃນປັດຈຸບັນ.

ຂອບໃຂຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/