Ambivert ບຸກຄະລິກກະພາບຂອງຄົນປັບຕົວງ່າຍ ແລະ ເຂົ້າໄດ້ກັບທຸກສັງຄົມ


ທຸກຄົນຕ່າງກໍມີແຫຼ່ງກຳເນີດ, ເຊື້ອຊາດ, ຖິ່ນທີ່ຢູ່ອາໄສທີ່ແຕກຕ່າງກັນ ເຊິ່ງນັ້ນເປັນປັດໄຈທີ່ສົ່ງຜົນໃຫ້ບຸກຄະລິກຂອງຄົນເຮົາແຕກຕ່າງກັນ ລວມໄປເຖິງ ທັດສະນະຄະຕິ, ນິດໄສ, ບຸກຄະລິກພາຍນອກ ແລະ ອື່ນໆ. ແລ້ວເຄີຍສົງໄສກັນບໍ່? ເປັນຫຍັງບາງກຸ່ມຄົນຈຶ່ງຮູ້ສຶກອຶດອັດ ຫຼື ເມື່ອຍເມື່ອເຂົ້າສັງຄົມທີ່ມີຄົນຈຳນວນຫຼາຍ, ແຕ່ບາງກຸ່ມຄົນມັກເຂົ້າສັງຄົມ ແລະ ອີກກຸ່ມຄົນສາມາດເຂົ້າສັງຄົມໄດ້ ຫຼື ຢູ່ຄົນດຽວກໍດີ. ມື້ນີ້, ພວກເຮົາຈຶ່ງຈະພາທຸກຄົນມາຮູ້ຈັກ ບຸກຄະລິກ Introvert (ມັກຢູ່ຄົນດຽວ), ບຸກຄະລິກ Extrovert (ມັກເຂົ້າສັງຄົມ) ແລະ ຍັງມີບຸກຄະລິກ Ambivert (ປັບຕົວເຂົ້າສັງຄົມງ່າຍ).

ບຸກຄະລິກ Introvert ແມ່ນເປັນຄົນທີ່ມັກເກັບຕົວຢູ່ຄົນດຽວຫຼາຍກວ່າ, ສາມາດຢູ່ຮ່ວມກັບຄົນອື່ນໄດ້ແຕ່ຈະຮູ້ສຶກເມື່ອຍ ແລະ ໃຊ້ພະລັງງານຫຼາຍກວ່າປົກກະຕິ, ເປັນຄົນເຂົ້າຫາຍາກ, ເວົ້າໜ້ອຍ ແລະ ເກັບຄວາມຮູ້ສຶກເກັ່ງ.

ສຳລັບ Extrovert ເປັນບຸກຄະລິກທີ່ມັກເຂົ້າສັງຄົມ, ເຮຮາມ່ວນຊື່ນ, ຊວນລົມເກັ່ງ, ຈະຮູ້ສຶກມີຄວາມສຸກເມື່ອຢູ່ກັບຄົນຈຳນວນຫຼາຍ, ເປັນຄົນໝັ້ນໃຈໃນຕົນເອງ, ກ້າສະແດງອອກ ແລະ ມັກເຄື່ອນໄຫວກິດຈະກຳ.

ຄົນສ່ວນຫຼາຍອາດຮູ້ຈັກພຽງບຸກຄະລິກ Introvert ແລະ Extrovert ເທົ່ານັ້ນ, ແຕ່ທ່ານຮູ້ ຫຼືບໍ່? Ambivert ກໍແມ່ນໜຶ່ງປະເພດທີ່ຈັດຢູ່ໃນບຸກຄະລິກກະພາບຂອງຄົນເຮົາອີກດ້ວຍ ເຊິ່ງວ່າ Ambivert ເປັນບຸກຄະລິກທີ່ຢູ່ລະຫວ່າງ Introvert ແລະ Extrovert ກ່າວໄດ້ວ່າມີ 2 ບຸກຄະລິກກະພາບຢູ່ໃນຄົນດຽວກັນ.

ຄົນປະເພດ Ambivert ນີ້ເປັນບຸກຄະລິກທີ່ມັກເຮັດກິດຈະກຳ ຫຼື ເຮັດວຽກຮ່ວມກັບຄົນອື່ນໄດ້ງ່າຍ, ໃນຂະນະດຽວກັນກໍຂໍໜີເລື່ອງວຸ້ນວາຍໄປພັກຜ່ອນຢູ່ຄົນດຽວ. ບຸກຄະລິກ Ambivert ສ່ວນຫຼາຍເປັນຄົນຮັກອິດສະຫຼະ, ບໍ່ມັກເກັບບັນຫາໄວ້ກັບຕົວ ແລະ ບໍ່ຄ່ອຍຂັດແຍ້ງກັບໃຜ ດ້ວຍບຸກຄະລິກທີ່ສາມາດປັບຕົວໄປຕາມເວລາ ຫຼື ສະຖານະການໄດ້ໄວຈຶ່ງບໍ່ຮູ້ສຶກເດືອດຮ້ອນກັບປັດໄຈພາຍນອກ ພ້ອມຍັງປັບຕົວເຂົ້າກັບຄົນ Introvert ແລະ Extrovert ໄດ້ເປັນຢ່າງດີ.

ລອງມາສັງເກດເບິ່ງນຳກັນວ່າ ສ່ວນໃຫຍ່ແລ້ວທ່ານມີພຶດຕິກຳແບບນີ້ບໍ່? ຖ້າແມ່ນກໍໝາຍຄວາມວ່າທ່ານເອງເປັນຄົນໜຶ່ງທີ່ມີບຸກຄະລິກ Ambivert ເຊິ່ງວ່າພຶດຕິກຳສ່ວນໃຫຍ່ສະແດງອອກຄື:

1. ສາມາດເຮັດວຽກຄົນດຽວ ຫຼື ເປັນກຸ່ມກ້ອນໄດ້.

2. ພົບປະກັບຜູ້ຄົນໄດ້ໂດຍບໍ່ຮູ້ສຶກອຶດອັດ ແຕ່ບາງເທື່ອກໍຮູ້ສຶກເມື່ອຍເມື່ອຢູ່ກັບຜູ້ຄົນຫຼາຍເກີນໄປ.

3. ມ່ວນຊື່ນກັບການທີ່ຕົນເອງເປັນຈຸດສົນໃຈ ແຕ່ຫາກເປັນທີ່ສົນໃຈຫຼາຍກໍບໍ່ມັກ.

4. ບາງ​ຄົນ​ຄິດ​ວ່າເຮົາ​​ເປັນ​ຄົນ​ງຽບໆ, ແຕ່ຫຼາຍຄົນ​ເຫັນ​ວ່າ​​ເປັນ​ຄົນ​ເຂົ້າກັບທຸກຄົນໄດ້ງ່າຍ.

5. ເວລາຢູ່ຄົນດຽວຫຼາຍເກີນໄປຈະຮູ້ສຶກເບື່ອ, ແຕ່ຖ້າໃຊ້ເວລາຫຼາຍເກີນໄປກັບຄົນອື່ນຈະຮູ້ສຶກເມື່ອຍ.

6. ເປັນຄົນຄິດຫຼາຍ, ວົນວຽນຢູ່ກັບຄວາມຄິດຂອງຕົນເອງ.

7. ເປັນຄົນບໍ່ມັກເຊື່ອຄົນງ່າຍ, ແຕ່ເມື່ອໄດ້ເຊື່ອແລ້ວກໍເຊື່ອສຸດໃຈ.

ລັກສະນະໂດດເດັ່ນຂອງຄົນປະເພດນີ້ແມ່ນ ເປັນຜູ້ຟັງທີ່ດີ ແລະ ສາມາດສື່ສານໄດ້ດີ, ມີຄວາມ ເຫັນໃຈ, ເປັນຄົນສ້າງຄວາມຄຶກຄື້ນໃນວົງສົນທະນາ ເຊິ່ງກ່າວໄດ້ວ່າຄົນບຸກຄະລິກນີ້ເໝາະສົມແກ່ການເຮັດວຽກໃນລັກສະນະອອກສື່ສັງຄົມເຊັ່ນ: ນັກການຂາຍ, ນັກການທູດ, ນັກພັດທະນາ ແລະ ຊ່ວຍເຫຼືອສັງຄົມ ເປັນຕົ້ນ.

ອ້າງອີງຂໍ້ມູນ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/