ແຄນນາດາກວດພົບໂຄວິດ-19 ຊະນິດກາຍພັນແບບດຽວກັບອັງກິດ ລະບາດໄປຢ່າງໜ້ອຍ 14 ປະເທດ


ໂຄວິດ-19 ຊະນິດກາຍພັນຖືກຄົ້ນພົບໃນທະວີບອາເມຣິກາເໜືອເປັນຄັ້ງທຳອິດ ໂດຍຜູ່ຕິດເຊື້ອໄດ້ມີປະຫວັດການເດີນທາງຫຼືສຳຜັດສ່ຽງສູງ

ໃນວັນທີ 26 ທັນວາ 2020 ທີ່ຜ່ານມາ ສຳນັກງານ CBC ລາຍງານວ່າແຄນນາດາກວດພົບເຊື້ອໂຄວິດ-19 ຊະນິດກາຍພັນ ເຊິ່ງເປັນຊະນິດດຽວກັບທີ່ພົບຄັ້ງທຳອິດໃນອັງກິດ ທີ່ລັດແອນແທຣິໂອ ໂດຍຜູ່ຕິດເຊື້ອເປັນສອງສາມີພັນລະຍາທີ່ບໍ່ໄດ້ມີປະຫວັດການເດີນທາງໄປນອກແຄນນາດາແຕ່ຢ່າງໃດ ແລະ ບໍ່ມີລາຍງານສຳຜັດຄວາມສ່ຽງສູງ.

ເຊື້ອໂຄວິດ-19 ກາຍພັນກຳລັງເປັນປະເດັນທີ່ໂລກຕາເວັນຕົກເຝົ້າລະວັງເປັນຢ່າງຍິ່ງ ໃນຕອນນີ້ຫຼັງຈາກທີ່ອັງກິດກວດພົບ ເຮັດໃຫ້ຫຼາຍໆຊາດເລີ່ມລະງັບບໍ່ໃຫ້ເດີນທາງຈາກອັງກິດເຂົ້າສູ່ແຕ່ລະປະເທດ ໂດຍແຄນນາດາໄດ້ສັ່ງຫ້າມຖ້ຽວບິນຈາກອັງກິດເດີນທາງເຂົ້າຕັ້ງແຕ່ 20 ທັນວາ 2020 ທີ່ຜ່ານມາ.

ນັກວິທະຍາສາດປະເມີນວ່າ ໄວຣັດໂຄວິດ-19 ທີ່ກາຍພັນ ໜ້າຈະມີອັດຕາການຕິດເຊື້ອທີ່ສູງກວ່າໄວຣັດໂຄວິດ-19 ດັ້ງເດີມທີ່ສຸດເຖິງ 70% ໂດຍມີລາຍງານການພົບເຊື້ອຕົວນີ້ແລ້ວຢ່າງໜ້ອຍ 14 ປະເທດ ໄດ້ແກ່: ອັອສເຕຣຍ, ເດນໝາກ, ຝຣັ່ງ, ອິຕາລີ, ຍີ່ປຸ່ນ, ເລບານອນ, ເນເທີແລນ, ໄນຈີເຣຍ, ສິງກະໂປ, ສະເປນ, ອາຟຣິກາໃຕ້, ສະວີເດັນ, ອັງກິດ ແລະ ຫຼ້າສຸດຄື ແຄນນາດາ.

ກ່ອນໜ້ານີ້ ທາງແຄນນາດາອອກກົດບັງຄັບເລື່ອງມາດຕະການກັກຕົວທີ່ເຂັ້ມງວດຫຼາຍ ໂດຍກຳນົດໃຫ້ຜູ່ທີ່ເດີນທາງເຂົ້າມາກ່ອນວັນທີ 20 ທັນວາ 2020 ຈະຕ້ອງກັກຕົວ 14 ວັນ ແລະ ເຂົ້າຮັບການກວດທັນທີຫາກມີອາການພຽງເລັກໜ້ອຍກໍຕາມ ຜູ່ທີ່ຝ່າຝືນອາດຈະຖືກໂທດປັບສູງສຸດ 750.000 ໂດລາແຄນນາດາ ຫຼື ຕິດຄຸກບໍ່ເກີນ 6 ເດືອນ.

ລັດອອນແທຣິໂອເຊິ່ງເປັນລັດທີ່ມີປະຊາກອນຫຼາຍທີ່ສຸດໃນປະເທດ ເລີ່ມເຂົ້າສູ່ການລັອກດາວທົ່ວທັງລັດຕັ້ງແຕ່ວັນທີ 26 ທັນວາ 2020 ເວລາ 00.01 ຕາມເວລາທ້ອງຖິ່ນ.

ທີ່ມາ: https://web.facebook.com/workpointTODAY/photos/a.153956988306921/1500420676993872/