ເຮັດບຸນດ້ວຍການປ່ອຍສັດ ໄດ້ບຸນຫລືໄດ້ບາບ?


ການເຮັດບຸນເປັນປະເພນີແລະວັດທະນະທຳທີ່ຢູ່ຄຽງຄູ່ກັບປະຊາຊົນລາວມາຍາວນານ ຄົນທຸກຮຸ່ນທຸກໄວ ຕ່າງກໍນິຍົມເຮັດບຸນ ແຕ່ກໍມີບາງກິດຈະກຳ ທີ່ເຮັດແລ້ວເກີດຄຳຖາມວ່າ ຕົກລົງເຮົາໄດ້ບຸນຫລືໄດ້ບາບ, ໂດຍສະເພາະແມ່ນການປ່ອຍສັດເອົາບຸນ. ສັດທີ່ປ່ອຍນັ້ນໂດຍປົກກະຕິແລ້ວ ມັນກໍຢູ່ໃນທຳມະຊາດຂອງມັນ ແຕ່ມີຄົນໄປຈັບມາແລ້ວຂາຍໃຫ້ຄົນໃຈບຸນຊື້ໄປປ່ອຍ, ດີບໍ່ດີ ປ່ອຍແລ້ວອາດຖືກໄລ່ຈັບມາຂາຍຕໍ່ອີກເປັນຮອບວຽນໄປບໍ່ຈົບສິ້ນ ຈຶ່ງເກີດຄຳຖາມຕາມມາວ່າ ສະຫຼຸບການເຮັດແບບນີ້ໄດ້ບຸນຫລືໄດ້ບາບ?

ການຊື້ສັດມາປ່ອຍເອົາບຸນ ເຖິງຕົວເຮົາຈະບໍ່ໄດ້ເປັນຄົນໄປຈັບສັດນັ້ນມາ ແຕ່ກໍຖືວ່າເຮົາເປັນຄົນໄປສົ່ງເສີມທາງອ້ອມ ຍິ່ງມີຄົນນິຍົມປ່ອຍສັດເອົາບຸນຫລາຍ ກໍມີຄົນໄປຈັບສັດມາຂາຍຫລາຍໄປຕາມໆກັນ. ນອກຈາກທໍລະມານສັດແລ້ວ ບາງຄັ້ງການປ່ອຍສັດ ທີ່ບໍ່ເຫມາະສົມກັບສະພາບແວດລ້ອມ ຫລືບໍ່ເຫມາະກັບລະບົບນິເວດ ກໍສ້າງຜົນກະທົບຕໍ່ສິ່ງມີຊີວິດອື່ນໆ ເກາະກ່າຍກັນໄປນຳອີກ ລອງມາເບິ່ງວ່າຖ້າເຮົາປ່ອຍສັດລົງຜິດທີ່ຜິດທາງ ຈະເກີດຫຍັງຂຶ້ນ ກັບຕົວຢ່າງສັດຕ່າງໆເຫລົ່ານີ້.

  • ອ່ຽນ ເປັນໜຶ່ງໃນສັດທີ່ນິຍົມຈັບມາຂາຍໃຫ້ຊາວພຸດໃຈບຸນຊື້ໄປປ່ອຍ ໂດຍທຳມະຊາດແລ້ວອ່ຽນມັກອາໄສ ຢູ່ຕາມແອ່ງນ້ຳຂັງ ບ່ອນມີຕົມ ບໍ່ໄດ້ຢູ່ໃນນ້ຳໄຫລທີ່ກວ້າງໃຫຍ່ ຄົນໄປຈັບໃສ່ໄຖ່ ເດີນທາງຂ້າມບ້ານຂ້າມເມືອງ ເພື່ອມາລໍຖ້າຂາຍ ແລະຍັງຖືກໄປປ່ອຍລົງແມ່ນ້ຳ ທີ່ມັນອາດຈະບໍ່ມີຊີວິດລອດໄດ້ອີກ.
  • ຫອຍຂົມທີ່ຢູ່ໃນດິນຕົມຕາມທຳມະຊາດ ເມື່ອຖືກເທລົງສູ່ແມ່ນ້ຳທີ່ເລິກໄຫຼແຮງຄືແມ່ນ້ຳຂອງ ຫອຍກໍຈະຈົມນ້ຳຕາຍໄດ້ຄືກັນເພາະປົກກະຕິມັນແມ່ນມັກຢູ່ນ້ຳທີ່ເປັນໜອງເປັນບໍ່ມີຕົມອ່ອນໆ.
  • ນົກທີ່ຜູ້ຄົນມັກປ່ອຍມີຄື: ນົກຈອກ, ນົກຈິບ ແລະ ອື່ນໆ ຈະສູນພັນໄດ້ເພາະຄົນຈັບມາບຽດກັນຢູ່ໃນກົງແຄບໆ ບາງຕົວແຄ່ງຂາຫັກຕາຍຄາກົງ ສ່ວນທີ່ເຫຼືອອາດບິນໄປໄດ້ ກໍບາດເຈັບເກີນກວ່າຈະລອດຊີວິດ ແລະ ບາງເທື່ອກໍບໍ່ມີແຫຼ່ງຫາກິນໃນເມືອງ.
  • ເຕົ່າເປັນສັດເລືອຄານ ແຕ່ຄົນສ່ວນໃຫຍ່ມັກເຂົ້າໃຈວ່າເປັນສັດເຄິ່ງບົກເຄິ່ງນ້ຳ ແລະ ເມື່ອຖືກປ່ອຍລົງນ້ຳທີ່ບໍ່ມີສິ່ງໃດໃຫ້ຍຶດເກາະເຕົ່າກໍຕ້ອງລອຍນ້ຳຕໍ່ໄປຈົນກວ່າຈະຂາດໃຈຕາຍເພາະອິດເມື່ອຍ ແລະ ໝົດແຮງ. ເຕົ່າເປັນສັດທີ່ມີອາຍຸຢືນທີ່ສຸດໃນໂລກ ແຕ່ຖ້າເຕົ່າຖືກປ່ອຍໃນບ່ອນທີ່ແອອັດແລະນ້ຳເນົ່າເຫມັນ ບໍ່ມີບ່ອນລະບາຍ ເຕົ່າຈະຕາຍຢ່າງທໍລະມານເພາະອາການເຈັບປ່ວຍທີ່ກະດອງຈະເນົ່າເປື່ອຍ ແລະ ຈົມນ້ຳຕາຍ ກາຍເປັນສັດທີ່ຕາດູຕົນທີ່ສຸດໃນໂລກອີກຊະນິດໜຶ່ງ.

ຢຸດສົ່ງເສີມການເຮັດບາບກັນເທາະ ວິທີເຮັດບຸນມີອີກຫຼາຍວິທີ ຕໍ່ໄປນີ້ຄວນສ້າງກະແສເລື່ອງປູກຕົ້ນໄມ້ກັນດີກວ່າ ເພາະສ້າງທີ່ຢູ່ອາໄສໃຫ້ພວກສັດໄດ້ຢູ່ອາໄສ, ລວມທັງຍັງສ້າງອາກາດໃຫ້ຄົນໄດ້ຫາຍໃຈອີກ ເຊິ່ງເປັນການເຮັດບຸນແບບຕໍ່ຊີວິດແຖມສິ່ງແວດລ້ອມກໍດີຂຶ້ນອີກ.

ທີ່ມາ: https://www.rama.mahidol.ac.th/buddhismclub/th/article/general/artical-3