ຈີນມອບ “ຮາງວັນຫອຍທາກ” ໃຫ້ແກ່ໜ່ວຍງານບໍລິຫານຫລ້າຊ້າ ໃຫ້ຮູ້ສຶກໂຕວ່າຄວນກະຕືລືລົ້ນໄດ້ແລ້ວ!!!!


ຕາມຄວາມເຂົ້າໃຈຂອງການມອບຮາງວັນທົ່ວໄປນັ້ນ ກໍຄືການປະກາດວ່າບຸກຄົນໃດ ຫຼື ໜ່ວຍງານໃດປະສົບຄວາມສຳເລັດໃນໜ້າທີ່ວຽກງານນັ້ນໆຂອງຕົນເອງ ແລະ ເພື່ອເປັນຮາງວັນໃຫ້ແກ່ຄວາມສຳເລັດນັ້ນດ້ວຍ.
ແຕ່ສະຫຼັບກັນແລ້ວໂລກໃບນີ້ກໍບໍ່ໄດ້ມີແຕ່ຮາງວັນດີໆພຽງແຕ່ຢ່າງດຽວ ຮາງວັນແປກໆທີ່ບໍ່ແມ່ນເລື່ອງດີ ເອົາໄວ້ເຮັດໃສ່ກໍມີເຊັ່ນກັນ.

ດ້ວຍບັນຫາການບໍລິຫານຈັດການຂອງໜ່ວຍງານລັດທີ່ມີຄວາມຊ້າບໍ່ທັນການ ທາງມົນທົນເຈີຈຽງ ປະເທດຈີນ ຈຶ່ງໄດ້ຈັດງານມອບ “ຮາງວັນຫອຍທາກ” ໃຫ້ແກ່ເຂດບໍລິຫານແຕ່ລະໜ່ວຍທີ່ຢູ່ໃນເກນດັ່ງກ່າວ ແລະ ເພື່ອເປັນການແກ້ບັນຫາບໍລິຫານວຽກງານຫລ້າຊ້າດ້ວຍ.
ທາງໜ່ວຍງານລັດໄດ້ມອບຮາງວັນນີ້ມາຕັ້ງແຕ່ປີ 2018 ໂດຍ 3 ຮາງວັນທຳອິດໄດ້ມອບໃຫ້ແກ່ໜ່ວຍງານໃນເຂດບໍລິຫານ Zhoucun ເມືອງໄຊໂບ ຮັບໄປ 3 ຊຸດເຕັມໆ.

“ຮາງວັນນີ້ມອບໃຫ້ກັບອົງກອນທີ່ມີການບໍລິການ ແລະ ບໍລິຫານງານທີ່ຊ້າ-ບໍ່ມີການພັດທະນາ” Sha Xiangdong ເລຂາທິການພັກປະຈຳເຂດບໍລິຫານກ່າວເຖິງຈຸດປະສົງ

“ເຮົາມີເປົ້າໝາຍເພື່ອກະຕຸ້ນໃຫ້ອົງກອນທີ່ບໍລິຫານຫລືເຮັດວຽກຫລ້າຊ້າ ຫຼື ບຸກຄົນໃນໜ່ວຍງານຕ້ອງກະຕືລືລົ້ນ ແລະ ມີປະສິດທິພາບໃນການເຮັດວຽກໃຫ້ຫຼາຍຂຶ້ນໃນອະນາຄົດ”

ຮາງວັນຫອຍທາກແບບນີ້ຈະຈັດພິທີມອບໃຫ້ທຸກໆ 3 ເດືອນ (ປຽບທຽບກັບການປະເມີນຜົນງານ) ແລະ ຈະມີບົດລົງໂທດແກ່ໜ່ວຍງານທີ່ໄດ້ຮັບຮາງວັນນີ້ຕິດຕໍ່ກັນ 2 ຄັ້ງ.

ຢ່າງໃດກໍຕາມ ຮາງວັນດັ່ງກ່າວອາດຈະຖືກຍຶດຄືນກັບໄປໃນພາຍຫຼັງຫາກມີການພັດທະນາປັບປຸງຕົວໄປໃນທາງທີ່ດີຂຶ້ນຢ່າງເຫັນໄດ້ຊັດເຈນ.
ໜຶ່ງໃນຜູ້ຮັບຮາງວັນກ່າວວ່າ “ເຮົາໄດ້ຮັບຮາງວັນ ເພາະຂາດການສື່ສານທີ່ດີ ຂາດຄວາມຮູ້ທີ່ເປັນລະບົບລະບຽບ ເຮົາຄຳນຶງເຖິງຂໍ້ບົກພ່ອງຂອງເຮົາ ແລະ ພະຍາຍາມແກ້ໄຂໃຫ້ຖືກຕ້ອງ”

ທີ່ມາ: https://www.catdumb.tv/snail-award-290/