20 ຕຸລາ ວັນສະລອັດສາກົນ


ສະລັອດ ຂຶ້ນຊື່ວ່າ ເປັນສັດລ້ຽງລູກດ້ວຍນ້ຳນົມທີ່ເຄື່ອນໄຫວຊ້າທີ່ສຸດໃນໂລກ ຕາມທີ່ເຮົາເຫັນໃນວີດີໂອ ຫຼື ສາລະຄະດີຕ່າງໆ ເຮົາກໍຈະເຫັນວ່າມັນເຄື່ອນໄຫວຊ້າເທົ່າໃດ.

ແຕ່ດ້ວຍຄວາມເຊື່ອງຊ້າ ໜ້າຍິ້ມແຍ້ມທີ່ສຸດຈະໜ້າຮັກນີ້ລະ ເຮັດໃຫ້ມັນສາມາດຄອງໃຈຫຼາຍໆຄົນ ຈົນເຖິງຂັ້ນຈັດຕັ້ງວັນສະລັອດສາກົນໃຫ້ມັນເລີຍ!

ວັນສະລັອດສາກົນ ຈັດຂຶ້ນຄັ້ງທຳອິດກົງກັບວັນທີ 20 ຕຸລາ 2010 ໂດຍມູນນິທິ AIUNAU ປະໂທດໂຄລົມເບຍ ຈາກນັ້ນໄດ້ມີການປະກາດໃຫ້ວັນທີ 20 ຕຸລາຂອງທຸກໆປີ ກາຍເປັນວັນສະລັອດສາກົນ.

ວັນສະລັອດສາກົນມີຂຶ້ນ ຍ້ອນຢາກໃຫ້ຄົນຄຳນຶງເຖິງຄວາມສຳຄັນ ວິຖີຊີວິດ ແລະ ການຢູ່ອາໄສຕາມທຳມະຊາດຂອງມັນ ເນື່ອງຈາກການເຄື່ອນໄຫວທີ່ຊ້າໆຂອງມັນ ເຮັດໃຫ້ໃນແຕ່ລະປີ ມີສະລັອດຖືກອຸບັດຕິເຫດລົດຕຳເປັນຈຳນວນຫລາຍ.

ທີ່ມາ: https://www.matichon.co.th/news-monitor/news_2403876